Ad

Ad

7 October 2016

ລາວ-ຫວຽດນາມຕົກລົງເພີ່ມທະວີການຮ່ວມມືພັດທະນາພະລັງງານໄຟຟ້າຢູ່ລາວ

             ໃນໂອກາດພົບປະຫາລືສອງຝ່າຍລະຫວ່າງທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນໄຊ ສີພັນດອນ ແລະ ທ່ານ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເມື່ອວັນທີ 5 ຕຸລານີ້, ທີ່ນະຄອນຫລວງວຽງຈັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຫລາຍດ້ານ, ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ບັນລຸເປົ້າໝາຍກໍານົດໄວ້, ທັງປະກອບເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ
ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຮອງນາຍົກລັດຖະມົນຕີຫວຽດນາມ ຈິງ ດິງ ຢຸງ ໄດ້ຮ່ວມກັນລົງນາມບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານສອງປະເທດລາວ-ຫວຽດນາມກ່ຽວກັບການຮ່ວມມືພັດທະນາບັນດາໂຄງການໄຟຟ້ານໍ້າຕົກຢູ່ລາວ ແລະ ການຊື້-ຂາຍກະແສໄຟຟ້າລະຫວ່າງສອງປະເທດຮອດປີ 2030. ນອກຈາກນີ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງປະເທດຍັງໄດ້ຮ່ວມກັນລົງນາມເອກະສານກ່ຽວກັບໂຄງການຊ່ວຍເຫລືອຂອງລັດຖະບານຫວຽດນາມໃຫ້ແກ່ລາວ, ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄໍາຊ້າງໄລຍະ 3, ໂຄງການສ້າງສູນພາສາຫວຽດນາມຢູ່ມະຫາວິທະ ຍາໄລສຸພານຸວົງແຂວງຫລວງພະບາງ, ມະຫາວິທະຍາໄລແຂວງຈໍາປາສັກ ແລະ ໂຄງການສ້າງແຜນແມ່ບົດຊົນລະປະທານຢູ່ແຂວງຫົວພັນ ແລະ ຊຽງຂວາງ.

No comments:

Post a Comment