Ad

Ad

7 October 2016

ລາວ ແລະ ຄູ່ຮ່ວມຫາລືແຜນເສດຖະກິດແຫ່ງຊາດ 2017

             ຫລາຍຂະແໜງການກ່ຽວຂ້ອງຂອງລາວ ແລະ ບັນດາຄູ່ຮ່ວມພັດທະນາ, ໄດ້ຮ່ວມຫາລືລະດັບສູງກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ບັນຫາສໍາຄັນອື່ນໆຂອງປີ 2017 ເພື່ອສະເໜີຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີ 8 ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້ ແລະ ທັງເປັນການກະກຽມໃຫ້ແກ່ກອງປະຊຸມໂຕະມົນປະຈໍາປີ 2016 ທີ່ຈະຈັດຂຶ້ນໃນເດືອນພະຈິກທີ່ຈະເຖິງ, ຊຶ່ງແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2017 ຕົ້ນຕໍ່ແມ່ນສຸມໃສ່ວຽກງານຫລຸດຜ່ອນຄວາມທຸກຍາກ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ການລົງທຶນ
ໃສ່ໂຄງລ່າງພື້ນຖານໃນຊົນນະບົດ, ຂະຫຍາຍຕາໜ່າງການສຶກສາ ແລະ ສາທາລະນະສຸກ, ສຸມໃສ່ຫລຸດຜ່ອນບັນຫາໜີ້ສິນ, ຍົກສູງປະສິດທິພາບການລົງທຶນຂອງລັດ, ເອກະຊົນ ແລະ ສະ ມັດຕະພາບໃນການແຂ່ງຂັນໃຫ້ສູງຂຶ້ນ, ສຸມໃສ່ຊຸກຍູ້ການຜະລິດ ແລະ ການປຸງແຕ່ງໂດຍສະເພາະບັນດາວິສາຫະກິດຂະໜາດນ້ອຍ-ກາງ, ວຽກງານປົກປັກຮັກສາສິ່ງແວດລ້ອມ, ການພັດທະນາສີ ຂຽວ-ຍືນຍົງ, ຮັບປະກັນເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມບົນຈິດໃຈປະຢັດມັດທະຍັດ. ນອກຈາກນີ້, ກອງທຶນສາກົນໄດ້ສະເໜີຜົນການປະເມີນເສດຖະກິດຂອງລາວປະຈໍາປີ 2016 ແລະ ຜູ້ຕາງໜ້າທະນາຄານໂລກໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຂໍ້ຫຍຸ້ງຍາກຂອງພາກເອກະຊົນຕໍ່ການຂະຫຍາຍຕົວຂອງເສດຖະກິດໃນລາວ, ຊຶ່ງບັນຫາສໍາຄັນທີ່ພາກລັດ ແລະ ຄູ່ຮ່ວມພັດທະນາໄດ້ຍົກຂຶ້ນມາ ແມ່ນການຮັກສາສະຖຽນລະພາບຂອງເສດຖະກິດ ແລະ ການຄຸ້ມຄອງມະຫາພາກແມ່ນສິ່ງສໍາຄັນ ແລະ ປິ່ນອ້ອມທຸກຂົງເຂດວຽກງານ. ສະນັ້ນ, ການພັດທະນາທີ່ຍືນຍົງ ແລະ ການເຕີບໂຕສີຂຽວທີ່ມີສ່ວນຮ່ວມຂອງທຸກພາກສ່ວນສັງຄົມແມ່ນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ແລະ ສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດໃນປີຕໍ່ໜ້າ.

            ກອງປະຊຸມດັ່ງກ່າວຈັດຂື້ນໃນວັນທີ 6 ຕຸລານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຄໍາລຽນ ພົນເສນາ, ມີທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment