Ad

Ad

7 October 2016

ພັກຊີ້ບໍ່ໃຫ້ຜູ້ໃດຢູ່ເໜືອກົດໝາຍ


          ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ສານປະຊາຊົນສູງສຸດ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກອົງການໄອຍະການປະ ຊາຊົນສູງສຸດຂອງສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພັນຄໍາ ວິພາວັນ ເມື່ອບໍ່ດົນມານີ້, ໂດຍສະຫາຍໄດ້ຍົກໃຫ້ເຫັນບາງບັນຫາທີ່ສອງອົງການສໍາຄັນດັ່ງກ່າວຕ້ອງໄດ້ເອົາໃຈໃສ່ໃນການເຄື່ອນໄຫວພາລະບົດບາດໜ້າທີ່ຂອງຕົນຄື: ໃນຕໍ່ໜ້ານີ້, ໜ້າທີ່ລວມຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຍັງແມ່ນການສືບຕໍ່ປັບປຸງບູລະນະລະບອບປະຊາທິປະໄຕປະ ຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ, ໜຶ່ງໃນນີ້ແມ່ນສືບຕໍ່ປັບປຸງບູລະນະການຈັດຕັ້ງອົງການຕຸລາການກໍຄືອົງການສານປະຊາຊົນ ແລະ ອົງການໄອຍະການປະຊາຊົນໃຫ້ເປັນລະບົບຄົບຊຸດ, ປອດໄສ, ໜັກແໜ້ນເຂັ້ມແຂງ ແລະ ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ແລະ ສ້າງສັງຄົມໃຫ້ມີຄວາມຍຸຕິທໍາ ແລະ ອັນສໍາຄັນແມ່ນພັກ-ລັດເຮົາບໍ່ອະນຸຍາດໃຫ້ຜູ້ໃດ, ພະນັກງານ-ລັດ ຖະກອນໃດຢູ່ເໜືອກົດໝາຍ, ເວົ້າສະເພາະແມ່ນພະນັກງານຂົງເຂດຕຸລາການ ໃຊ້ສິດອໍານາດຂອງຕົນເປັນອາດຍາເຈົ້ານາຍ, ຢູ່ເໜືອປະຊາຊົນ ເພື່ອບັງຄັບ, ລະເມີດສິດ ແລະ ຜົນປະໂຫຍດຂອພົນລະເມືອງຕາມລໍາພັງໃຈ.

            ສະຫາຍ ພັນຄໍາ ວິພາວັນ ກ່າວວ່າ: ສານປະຊາຊົນສູງສຸດ ແລະ ໄອຍະການສູງສຸດ, ແມ່ນອົງການຈັດຕັ້ງທາງການເມືອງທີ່ມີພາລະບົດບາດສໍາຄັນເພື່ອປະກອບສ່ວນເຮັດໃຫ້ສັງຄົມມີຄວາມຖືກຕ້ອງເປັນທໍາ, ມີຄວາມສະເໝີພາບ, ປອງດອງ, ມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍເທື່ອລະກ້າວ. ສະນັ້ນ, ຈົ່ງຮີບຮ້ອນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ອົງຄະນະພັກແຕ່ລະອົງການຄັ້ງນີ້ໃຫ້ສະມາຊິກພັກ-ພະນັກງານທົ່ວອົງການໄດ້ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ນໍາໄປຜັນຂະຫຍາຍເປັນແຜນການ, ແຜນງານ ແລະ ໂຄງການໃຫ້ລະອຽດ, ທັງເອົາໃຈໃສ່ເຝິກຝົນຫລໍ່ຫລອມຕົນເອງໃນທຸກດ້ານ, ມີແບບແຜນດໍາລົງຊີວິດບໍລິສຸດສັດຊື່, ໂປ່ງໃສ, ມີຈັນຍາບັນ-ຈັນຍາທໍາໜັກແໜ້ນ, ຕ້ານການຫລີ້ນກິນຟູມເຟືອຍທຸກຮູບແບບ, ເປັນແບບຢ່າງທີ່ດີໃນການສຶກສາອົບຮົມຄອບຄົວ, ລຸກຫລານ, ຍາດພີ່ນ້ອງ ແລະ ສັງຄົມ ເພື່ອໃຫ້ເຄົາລົບລະບຽບກົດໝາຍບ້ານເມືອງ.

No comments:

Post a Comment