Ad

Ad

7 October 2016

ນາຍົກລັດຖະມົນຕີອອກຄຳສັ່ງໃຫ້ເອົາໃຈໃສ່ສ້າງຂະບວນການສະເຫຼີມສະຫຼອງວັນອາຫານໂລກ ແລະ ວັນສາກົນ-ສັບປະດາ ແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ

ເນື່ອງໃນໂອກາດວັນອາຫານໂລກຄົບຮອບ 36 ປີ ແລະ ວັນສາກົນ-ສັບ ປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຄົບຮອບ 23 ປີໃນປີນີ້ໄດ້ດຳເນີນໄປຢ່າງມີ ເນື່ອໃນ ແລະ ຄວາມໝາຍເລິກ ເຊິ່ງ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການບໍລະໂພກທີ່ມີໂພສະນາການຄົບຖ້ວມ ແລະ ມີຄວາມປອດໄພຕໍ່ສຸຂະພາບ ແລະ ຮັບປະກັນການພັດທະນາຊົນນະບົດຮອບດ້ານຕິດພັນກັບການແກ້ໄຂຄວາມທຸກຍາກຕາມ ທິດ 3 ສ້າງ,ແນ່ໃສ່ພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະ ນາໃນປີ 2020 ດັ່ງນັ້ນ ນາຍົກລັດຖະມົນຕີຈຶ່ງໄດ້ອອກຄຳສັ່ງສະບັບເລກທີ 41 / ນຍ ລົງວັນທີ 5 ຕຸລາ 2016 ຊຶ່ງມີເນື້ອໃນໂດຍຫຍໍ້ວ່າ:

          1.ໃຫ້ບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ແນວລາວສ້າງຊາດ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງ-ທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນທຸກຂັ້ນຖືເອົາການເຫລີມສະຫລອງວັນອາຫານໂລກ ແລະ ລະນຶກວັນສາກົນ-ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກເປັນໂອກາດໜຶ່ງເພື່ອຮ່ວມແຮງຮ່ວມໃຈກັນຕໍ່ສູ້ກັບຄວາມທຸກຍາກ ແລະ ໄພອຶດຫິວ, ພ້ອມກັນປະກອບສ່ວນທັງວັດ ຖຸ ແລະ ຈິດໃຈໃຫ້ແກ່ຜູ້ທຸກຍາກ ແລະ ອຶດຫິວຢູ່ໃນໂລກເວົ້າລວມ, ເວົ້າສະເພາະຢູ່ ສປປ ລາວ, ໃຫ້ຖືເປັນຂະບວນການປຸກລະດົມກຳລັງແຮງ ແລະ ສ້າງຈິດສຳນຶກທົ່ວປວງຊົນລາວທັງຊາດໃນການປະ ກອບສ່ວນເຂົ້າຮ່ວມພາລະກິດດັ່ງກ່າວເພື່ອໃຫ້ບັນລຸຄາດໝາຍສູ້ຊົນທີ່ພັກ ແລະ ລັດຖະບານກໍຄືເປົ້າໝາຍການພັດທະນາແບບຢືນຢົງຂອງອົງການສະຫະປະຊາຊາດວາງອອກ. ທັງເປັນການໂຄສະນາເຜີຍ ແຜ່ແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ແລະ ລັດຖະບານກໍຄືຜົນສຳເລັດໃນການຈັດ ຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາທຸກຍາກໃນໄລຍະຜ່ານມາ  ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ເຮັດໃຫ້ພາລະກິດດັ່ງກ່າວກາຍເປັນໜ້າທີ່  ແລະ ພັນທະຂອງທົ່ວປວງຊົນຢ່າງແທ້ຈິງ.
          2. ໃຫ້ບັນດາກະຊວງ, ອົງການຂັ້ນສູນກາງຂອງພັກ ແລະ ລັດຖະບານ, ອົງການແນວທາງ  ສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ອົງການຈັດຕັ້ງເສດຖະ ກິດ-ສັງຄົມຕ່າງໆສ້າງຂະບວນການເພື່ອເປັນການສະແດງພະລັງແຫ່ງຊາດສະໜັບສະໜູນຂະບວນການຕໍ່ສູ້ລຶບລ້າງຄວາມທຸກຍາກ ແລະ ຕ້ານໄພອຶດຫິວຢ່າງກວ້າງຂວາງດ້ວຍການປຸກລະດົມສົ່ງເສີມ ໃຫ້ມີການເຄື່ອນໄຫວກິດຈະກຳຕ່າງໆ ໃຫ້ເປັນຂະບວນການຕໍ່ເນື່ອງເປັນຕົ້ນແມ່ນ:  ໂຮມຊຸມນຸມ, ຈັດປະຖະກະຖາ, ຈັດກອງປະຊຸມສຳມະນາວິທະຍາສາດ, ຈັດງານກິລາ, ວັນນະຄະດີມວນຊົນ, ການ ວາງສະແດງ, ການອອກແຮງງານລວມ ແລະ ກິດຈະກຳອື່ນໆທີ່ເຫັນວ່າເໝາະສົມດ້ວຍຈິດໃຈປະຢັດມັດທະຍັດ, ຖືກເນື້ອໃນເປັນຕົ້ນຕໍຮູບການເປັນສຳຄັນພ້ອມທັງມີສະຕິລະວັງ ຕົວສູງ, ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພາຍໃຕ້ຄຳຂວັນ(ການຜະລິດສະບຽງອາຫານ ແລະ ກະສິກຳ ຕ້ອງປັບຕົວໄປຕາມການປ່ຽນແປງຂອງດິນ ຟ້າອາກາດ).

          3. ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ, ກະຊວງການຕ່າງປະເທດ, ກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຈັດງານໂຮມຊຸມນຸມ ແລະ ປະຖະກະຖາ. ຈັດກອງປະຊຸມສຳມະນາວິທະຍາສາດເພື່ອລະດົມ  ຄວາມຄິດເຫັນຂອງທົ່ວສັງຄົມຕໍ່ກັບທິດທາງແຜນນະໂຍບາຍ, ຍຸດທະສາດ, ມາດຕະຖານ ແລະ ວິ   ທີການຈັດຕັ້ງປະຕິບັດໂຄງການຜະລິດຄ້ຳປະກັນດ້ານສະບຽງອາ ຫານ ແລະ ແຜນພັດທະນາຊົນ ນະບົດ ແລະ ລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາກໍຄືຊຸມປີຕໍ່ໜ້າຂອງພັກ ແລະ ລັດຖະບານ   ແລະ ການມີສ່ວນຮ່ວມຂອງທົ່ວສັງຄົມ ຕໍ່ວຽກງານດັ່ງກ່າວ ໂດຍສະ ເພາະພັດທະນາບັນດາຈຸດສຸມ ທີ່ເປັນບູລິມະສິດ 2016-2020 ທີ່ລັດຖະບານ ໄດ້ຮັບຮອງເອົາແລ້ວ, ມອບໃຫ້ກະຊວງຖະແຫລງຂ່າວ ແລະ ວັດທະນະທຳຈັດຕັ້ງໂຄສະນາເຜີຍແຜ່ຄວາມໝາຍຄວາມສຳ ຄັນຂອງສອງວັນດັ່ງກ່າວ, ແນວທາງນະໂຍບາຍຂອງພັກ-ລັດເຮົາກໍຄືຜົນສຳເລັດຂອງການຜະລິດສະບຽງອາຫານ ແລະ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຜົນງານການປະກອບສ່ວນຂອງບັນດາຫົວໜ້າໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ ອື່ນໆ, ຜ່ານສື່ມວນຊົນເຊັ່ນ: ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ, ວາລະສານ, ອິນເຕີເນັດ ແລະ ອື່ນໆ.ພ້ອມມອບໃຫ້ບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ແນວລາວສ້າງຊາດ ແລະ ອົງ  ການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ພ້ອມກັນດຳເນີນການສະຫລຸບຕີລາ ຄາຄືນສະພາບການຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ ແຜນພັດທະນາຊົນນະ  ບົດ ແລະ ລຶບລ້າງຄວາມທຸກຍາກໂດຍສະເພາະຄາດໝາຍສູ້ຊົນທີ່ກຳນົດໄວ້ໃນແຜນພັດທະນາເສດຖະ ກິດ-ສັງຄົມ 2016-2020, ເປົ້າໝາຍການພັດທະນາແບບຢືນຢົງຂອງອົງການສະຫະປະຊາຊາດ ໃນຂອບເຂດຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃນສົກປີ   2015-2016 ແລະ ບົນພື້ນຖານນັ້ນກໍໃຫ້ກຳນົດທິດທາງ, ແຜນການ ແລະ ໂຄງການລະອຽດ  ໃນປີ 2017 ເພື່ອໃຫ້ບັນລຸຕາມຄາດໝາຍສູ້ຊົນທີ່ພັກ ແລະ ລັດຖະບານວາງອອກ, ມອບໃຫ້ບັນດາທ່ານລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າ ແຂວງໃນທົ່ວປະເທດເປັນເຈົ້າການຊີ້ນຳ  ການປະຕິບັດຄຳສັ່ງສະບັບນີ້ໃຫ້ປະສົບຜົນສຳເລັດເປັນຢ່າງດີ.

No comments:

Post a Comment