Ad

Ad

10 October 2016

ກາແດງລາວຈັດກອງປະຊຸມແນະນຳໂຄງການກ່ຽວກັບການສ້າງຂີດຄວາມສາມາດດ້ານການປັບຕົວຕໍ່ໄພພິບັດໃນຕົວເມືອງ

          ວັນທີ 4 ຕຸລານີ້, ອົງການກາແດງລາວ, ໄດ້ຈັດກອງປະຊຸມແນະນຳໂຄງການກ່ຽວກັບ ການສ້າງຂີດຄວາມສາມາດ ດ້ານການປັບຕົວຕໍ່ໄພພິບັດໃນຕົວເມືອງຂຶ້ນທີ່ໂຮງ ແຮມ ນິວໂຣສບູຕິກ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ສິງ ເມໂນລາດ ຮອງປະ ທານອົງການກາແດງລາວ, ທ່ານ ຫງວຽນຫັງຫາ (Nguyen Hang Ha) ຫົວໜ້າການຈັດການຄວາມສ່ຽງໄພພິບັດ ສະຫະພັນກາ ແດງ ແລະ ຊີກວົງເດືອນແດງສາກົນປະຈຳພາກພື້ນເຂົ້າຮ່ວມນຳດ້ວຍທ່ານຮອງປະທານອົງການກາແດງລາວ ໄດ້ຍົກໃຫ້ເຫັນເຖີງການເພີ່ມຂື້ນຂອງປະຊາ
ກອນຂອງໂລກກ່ວາເຄິ່ງໜື່ງອາໃສຢູ່ໃນຕົວເມືອງ ແລະ ຄາດຄະເນວ່າອີກ 20 ປີ ຕໍ່ໜ້າຈະເພີ່ມຂື້ນອີກ 2 ຕື້ຄົນ.ໂດຍສະເພາະໃນປະເທດກຳ ລັງພັດທະນາສ່ວນໃຫ່ຍແລ້ວ ປະຊາກອນອາໃສຢູ່ຕາມຕົວເມືອງຂະໜາດກາງ ແລະ ນ້ອຍ, ເຊີ່ງປັດຈຸບັນມີປະຊາກອນ ກ່ວາ 1,2 ຕື້ຄົນອາໃສຢູ່ໃນຊຸມຊົນແອອັດເຊີ່ງໃນອານາຄົດຈະມີທ່າອ່ຽງເພີ່ມຂື້ນ. ການຂະ ຫຍາຍຕົວຂອງຕົວເມືອງໄດ້ເພີ່ມຂື້ນຢ່າງໄວວາເຊີ່ງສ່ວນຫຼາຍຍັງຂາດການວາງແຜນ ແລະ ການບໍລິຫານຈັດການທີ່ດີບວກໃສ່ປັດໄຈອື່ນໆເຊັ່ນ ການເຄື່ອນຍ້າຍຂອງປະຊາກອນ, ສະ ພາບແວດລ້ອມທີ່ເຊື່ອມໂຊມ, ວິຖີຊີວິດຂອງປະຊາຊົນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ. ທັງໝົດນີ້ ແມ່ນປັດໄຈຫຼັກທີ່ສົ່ງຜົນກະທົບທີ່ສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນທີ່ມີພູມປ້ອງກັນນ້ອຍ ຫຼື ມີຄວາມບອບບາງຢູ່ແລ້ວທັງໝົດນີ້ຈື່ງເປັນເຫດໃຫ້ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນຊຸກຍູ້ປຸກລະດົມໃນທົ່ວໂລກມີການກະກຽມຄວາມພ້ອມຮັບມື, ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນຕົວເມືອງໃຫ້ມີຄວາມສາມດປັບຕົວຫຼືຕ້ານທານໃນການຮັບມືກັບໄພພິ ບັດທີ່ອາດຈະເກີດຂື້ນເພື່ອຫຼຸດຜ່ອນຄວາມສ່ຽງຂອງໄພພິບັດຕ່າງໆທີ່ອາດຈະເກີດຂຶ້ນຈາກສາເຫດທາງທຳມະຊາດຫຼື ມະນຸດສ້າງຂື້ນແມ່ນມີຄວາມສຳຄັນເໝືອນກັນເພື່ອໃຫ້ຫລຸດຜ່ອນຜົນກະທົບຫຼືຜົນເສຍຫາຍທີ່ ອາດເກີດຂື້ນໃຫ້ມີໜ້ອຍເທົ່າທີ່ຈະໜ້ອຍໄດ້. ໂຄງການດັ່ງກ່າວແມ່ນເປົ້າໝາຍຈະໄດ້ປະຕິ ບັດຢູ່ໃນ 4 ປະເທດຄື: ຫວຽດນາມ, ກຳປູເຈຍ, ລາວ, ຟິລິບປີນ.

          ສໍາລັບ ສປປ ລາວ ເປົ້າໝາຍແມ່ນປະຕິບັດຢູ່ 6 ເມືອງພາຍໃນນະຄອນຫຼວງວຽງຈັນ ໄລຍະໂຄງການ 18 ເດືອນ, ໂດຍຈະລົງເລິກເຂົ້າໃນການເຜີຍແຜ່ການປ້ອງກັນໄພພິບັດປະເພດຄວາມປອດໄພທາງຖະໜົນເປັນຕົ້ນເພື່ອສ້າງຈິດສຳນຶກ, ສ້າງຄວາມເຂັ້ມແຂງ, ສ້າງພູມຕ້ານທານ, ສ້າງຄວາມອາດສາມາດຂອງປະຊາຊົນໃນຕົວເມືອງໃຫ້ສາມາດຕ້ານ ທານຮັບມືກັບໄພພິບັດທາງທຳມະຊາດຫຼືໄພພິບັດທີ່ເກີດຈາກມະນຸດສ້າງຂື້ນ, ສາມາດຫຼຸດ ຜ່ອນຄວາມສ່ຽງໄພດັ່ງກ່າວທີ່ສ້າງຜົນເສຍຫາຍບໍ່ວ່າຈະເປັນທັງດ້ານຊີວິດ ແລະ ຊັບສີນ ຂອງປະຊາຊົນໃຫ້ມີອັດຕາໜ້ອຍລົງເລື້ອຍໆ. ສະນັ້ນ, ກອງປະຊຸມຄັ້ງນີ້ຈຶ່ງໄດ້ເຊີນ ພາກສ່ວນກ່ຽວຂ້ອງເພື່ອມາປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນເພື່ອດຳເນີນໂຄງການດັ່ງກ່າວຮ່ວມກັນໃຫ້ດີທີ່ສຸດ.

No comments:

Post a Comment