Ad

Ad

10 October 2016

ສະຫະພາບເອີຣົບຊ່ວຍບັນເທົາທຸກຜູ້ປະສົບໄພນໍ້າຖ້ວມໃນລາວ

            ສະຫະພາບເອີຣົບ (ອີຢູ), ໄດ້ອະນຸມັດການຊ່ວຍເຫຼືອໃນວົງເງິນຈໍານວນ 82 ພັນເອີໂຣ ຫຼື ປະມານ 742 ລ້ານກີບ, ເພື່ອເປັນການຕອບໂຕ້ ແລະ ຊ່ວຍເຫຼືອບັນເທົາທຸກຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ເກີດຂຶ້ນໃນຫຼາຍທ້ອງຖິ່ນຂອງລາວນັບແຕ່ເດືອນສິງຫາ 2016 ເປັນຕົ້ນມາ, ໂດຍສະ ເພາະປະຊາຊົນຫລາຍກວ່າ 5 ພັນຄົນທີ່ອາໄສຢູ່ແຂວງອຸດົມໄຊທີ່ເປັນເຂດໄດ້ຮັບຜົນກະທົບຫຼາຍທີ່ສຸດກໍຈະໄດ້ຮັບການຊ່ວຍເຫຼືອໂດຍກົງ.
           ການຊ່ວຍເຫຼືອດັ່ງກ່າວຈະສະໜອງຜ່ານອົງການກາແດງລາວ, ໂດຍຈະໄດ້ສະໜອງອາຫານ ແລະ ເຄື່ອງໃຊ້ອັນຈໍາເປັນໃນຄົວເຮືອນ ເຊັ່ນ: ເຂົ້າ, ໝີ່, ປາກະປອງ, ຜ້າຮົ່ມ, ມຸ້ງ ແລະ ອື່ນໆ. ນອກ ຈາກນີ້ຍັງຈະມີກິດຈະກຳສ້າງຄວາມຮູ້ດ້ານສຸຂະອະນາໄມຂອງຊຸມຊົນອີກດ້ວຍ.
             ການຊ່ວຍເຫຼືອນີ້ແມ່ນສ່ວນໜຶ່ງໃນການປະກອບສ່ວນຂອງສະຫະພາບເອີຣົບຕໍ່ສາກົນເຂົ້າໃນກອງທຶນບັນເທົາທຸກໄພພິບັດສຸກເສີນ Disaster Relief Emergency Fund (DREF) ຂອງອົງການກາແດງສາກົນ.
             ເມື່ອກາງເດືອນສິງຫາຜ່ານມາ, ຫລາຍທ້ອງຖິ່ນຢູ່ລາວນັບວ່າໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ, ເນື່ອງຈາກໃນໄລຍະດັ່ງກ່າວເປັນຊ່ວງລະດູຝົນ ແລະ ບວກກັບມີພະຍຸເຂດຮ້ອນ ດຽນມູມາສົບທົບຕື່ມອີກ ຈຶ່ງເຮັດໃຫ້ປະລິມານນໍ້າຝົນໃນທົ່ວປະເທດມີລະດັບສູງຫຼາຍ, ເຮັດໃຫ້ປະຊາ ຊົນຢູ່ຫລາຍເຂດສ່ຽງໄພຕ້ອງໄດ້ຍົກຍ້າຍຂຶ້ນໄປຢູ່ບ່ອນທີ່ປອດໄພ ແລະ ກໍໃຫ້ເກີດນໍ້າຖ້ວມເນື້ອທີ່ກະ ສິກຳຈຳນວນຫຼາຍ. ແນວໃດກໍຕາມ, ເຖິງວ່າລະດັບນໍ້າຈະໄດ້ຫຼຸດລົງເປັນປົກກະຕິໃນຫຼາຍເຂດກໍຕາມ, ແຕ່ເຮືອນຊານຂອງປະຊາຊົນ ແລະ ຜົນຜະລິດກະສິກໍາແມ່ນໄດ້ຮັບຄວາມເສຍຫາຍເປັນຈໍານວນຫລາຍ.
           ຕາມການລາຍງານຂອງອົງການກາແດງລາວ, ໄພນໍ້າຖ້ວມໄດ້ສົງຜົນກະທົບແກ່ປະຊາຊົນເກືອບ 20 ພັນຄົນໃນແຂວງຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ສາລາວັນ ແລະ ຊຽງຂວາງ, ໃນນີ້ແຂວງອຸດົມໄຊມີຫລາຍກວ່າ 12 ພັນຄອບຄົວໄດ້ຮັບຜົນກະທົບ ແລະ ຈາກການຄາດຄະເນວ່າຝົນອາດຈະສືບຕໍ່ຕົກໄປຈົນເຖິງທ້າຍເດືອນຕຸລານີ້, ຜູ້ຊ່ຽວຊານດ້ານມະນຸດສະທຳຂອງຄະນະກຳມາທິການເອີຣົບຈຶ່ງໄດ້ສືບຕໍ່ປະເມີນສະພາບໄພພິບັດທາງທໍາມະຊາດທີ່ອາດຈະເກີດຂຶ້ນ, ໂດຍໄດ້ເຮັດວຽກຍ່າງໃກ້ຊິດກັບບັນດາຄູ່ຮ່ວມໃນລາວ.  
             ສະຫະພາບເອີຣົບຮ່ວມກັບບັນດາປະເທດສະມາຊິກຂອງຕົນ, ເປັນຜູ້ນຳໜ້າໃນການສະໜອງການຊ່ວຍເຫຼືອດ້ານມະນຸດສະທຳ, ໂດຍມີເປົ້າໝາຍເພື່ອຊ່ວຍຊີວິດ, ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບແກ່ມະນຸດ, ປົກປ້ອງກຽດ ແລະ ສັກສີແຫ່ງຄວາມເປັນມະນຸດຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ວິກິດການທີ່ຄົນເປັນຜູ້ສ້າງຂຶ້ນ.

            ໃນແຕ່ລະປີກົມໃຫ່ຍເພື່ອການປົກປ້ອງພົນລະເຮືອນ ແລະ ການຊ່ວຍເຫຼືອມະນຸດສະທຳຂອງສະຫະພາບເອີຣົບ, ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການຂັດແຍ່ງ (ສົງຄາມ) ແລະ ໄພພິບັດທໍາມະຊາດແລ້ວຫຼາຍກ່ວາ 120 ລ້ານຄົນໃນທົ່ວໂລກ.

No comments:

Post a Comment