#
ວິເສດ ສະແຫວງສຶກສາ
ມື້ນີ້ມີເລື່ອງມະຍິກມະຍ່ອຍ ແຕ່ບໍ່ແມ່ນບັນຫານ້ອຍ
ເພາະຖ້າບໍ່ແກ້ມັນກໍຈະກາຍເປັນມອດກັດເຮືອນ ຫລື ໜອນເຈາະໄສ້ໃນທີ່ສຸດ. ຜູ້ຂຽນໝາຍເຖິງບັນຫາສໍ້ລາດບັງຫລວງ-ສັດຕູໂຕຮ້າຍຂາດປັນຊາດໃຫ້ວອດວາຍ.
ສະໜາມຮົບຕ້ານການສໍ້ລາດບັງຫລວງນີ້ຢູ່ຕ່າງປະເທດເຂົາເລີ່ມເຮັດແຕ່ຫົວລົມບໍ່ທັນອອກເອີ້ນວ່າ
ມອດໄຟກ່ອນຫົວລົມ ເພາະຈະ “ເຢີກ !” ບາດດຽວຕອນມັນຂະຫຍາຍໂຕຈົນເອົາຊິບໍ່ໄຫວແລ້ວນັ້ນຈະບໍ່ທັນກິນ,
ເຖິງຈະແກ້ຕົກ ແຕ່ຜົນຂ້າງຄຽງຂອງມັນຈະຊ້ຳເຮື້ອເຍື້ອຍາວ. ຢູ່ ສປ ຈີນ ຫັ້ນ
ສະໜາມຮົບຕ້ານການສໍ້ລາດບັງຫລວງແມ່ນແນເປົ້າໃສ່ທັງພະນັກງານຂັ້ນສູງ, ຂັ້ນມີອຳນາດກົກຊີ້ຕາຍ-ປາຍຊີ້ເປັນ
ເອີ້ນວ່າ “ເສືອ” ແລະ ພະນັກງານຂັ້ນຕໍ່າປຽບໃສ່ “ແມງວັນ”. ມີຕົວຢ່າງນ້ອຍໆໜຶ່ງທີ່ຄວນເບິ່ງບົດຮຽນຈີນ
ນັ້ນກໍແມ່ນການສໍ້ລາດບັງຫລວງການຊື້ຈ້າງໃນຂະແໜງອອກໃບຂັບຂີ່
ກໍຄືການຮຽນສອນວິຊາຂັບຂີ່. ຂະແໜງການນີ້ ເມື່ອກ່ອນລວຍກັນທັງຂຶ້ນທັງລ່ອງ
ຄືທາງໂຮງຮຽນສອນວິຊາຂັບຂີ່ຕີຄໍເຂົ້າກັບພະນັກງານຮັບຜິດຊອບອອກໃບອະນຸຍາດຂັບຂີ່.
ແບບທີ່ວ່າຜູ້ເຂົ້າຮຽນບໍ່ຈຳເປັນໄປຮຽນຈົນຈົບກໍມີໃບຂັບຂີ່ກຽມໄວ້ຖ້າແລ້ວ
ທະແນມແຕ່ມີໂຕ “ງ” ໃຫ້. ສ່ວນວ່າການອອກໃບຂັບຂີ່ຫັ້ນຈະໄວຈະຊ້າກໍຂຶ້ນກັບເງິນກ້ອງໂຕະ
ເພື່ອ “ອອຍລິງ” (oiling-ນ້ຳມັນລໍ່ລື້ນ). ເວລາເສັງເອົາໃບຂັບຂີ່ຄືກັນ ເກັ່ງ
ຫລື ບໍ່ເກັ່ງກໍຢ່າ ຂໍແຕ່ໃຫ້ມີເງິນຍັດໃສ່ມືຜູ້ໃຫ້ຄະແນນກໍໄດ້ເລື່ອງ.
ຢູ່ລາວພວກເຮົາ ເມື່ອກ່ອນກໍເຄີຍມີກໍລະນີເຂົ້າຮຽນຂັບຂີ່ປຶບກໍມີຄົນມາເຈລະຈາເລື່ອງລາຄາໃບຂັບຂີ່.
ຈັ່ງແມ່ນຊາດ !. ໃບຂັບຂີ່ແບບນີ້ຍິ່ງມີຈຳນວນຫລາຍເທົ່າໃດ ຈຳນວນຄົນເຈັບຄົນຕາຍຍ້ອນອຸປະຕິເຫດຍິ່ງຈະເພີ່ມທະວີຂຶ້ນ.
ແຕ່ແລ້ວໃນທ້າຍປີ 2015 ທາງການຈີນກໍໄດ້ປະຕິຮູບແບບໂຄ່ນຮາກໂຄ່ນເຫງົ້າລະບົບການຮຽນການສອນຂັບຂີ່,
ລະບົບການເສັງ ແລະ ລະບຽບການອອກໃບຂັບຂີ່ແບບເກົ່າ ຄືໜຶ່ງ ຜູ້ຕ້ອງການຂັບຂີ່ບໍ່ຕ້ອງໄປຍື່ນໃບຄຳຮ້ອງຢູ່ໂຮງຮຽນໂດຍກົງ
ແຕ່ໃຫ້ສົ່ງຜ່ານເວັບໄຊສະເພາະ. ສອງ ມີການຕິດຕາມຫລັກສູດການສອນວິຊາຂັບຂີ່ໃຫ້ມີຄຸນນະພາບ
ແລະ ຄົນຂັບຕາມກຳນົດເວລາແທ້. ນີ້ຄືຕົວຢ່າງທີ່ບ້ານເຮົາບໍ່ຄວນແນມກາຍ.
ເລື່ອງທີສອງກໍເກີດຂຶ້ນຢູ່ ສປ ຈີນ ເຊັ່ນກັນ ຄືທາງສານປະຊາຊົນສູງສຸດຈີນໄດ້ຮຽກຮ້ອງໃຫ້ຫ້ອງການປະຕິບັດວິໄນຂັ້ນທ້ອງຖິ່ນໃນທົ່ວປະເທດ
ເຮັດບົດບາດຕິດຕາມກວດກາເດັດຂາດບໍ່ໃຫ້ພະນັກງານວິຊາການກົດສວຍໂອກາດເກັບຄ່າ
“ບໍລິການ” ໃນນາມເປັນຄົນກາງຊ່ວຍວິ້ງເຕັ້ນພົວພັນລະຫວ່າງບຸກຄົນທີ່ມີຄະດີກັບສານ.
ຜ່ານມາກໍລະນີພະນັກງານກົດໝາຍຈຳນວນໜຶ່ງຫາກິນນຳ “ຄ່າເມື່ອຍ” ໃນນາມນາຍໜ້າ.
ຢູ່ມຽນມາ ເລີ່ມແຕ່ກາງປີ 2014, ທາງການຂອງປະເທດນີ້ກໍໄດ້ເອົາມາດຕະການສຽບຂາດກັບຄູອາຈານທີ່ມີພຶດຕິກຳສໍ້ລາດບັງຫລວງ
ດ້ວຍເຫລ່ຫລ່ຽມຕ່າງໆເພື່ອປອກລອກເອົາເງິນນຳນັກຮຽນນັກສຶກສາ ເຊັ່ນເປີດຫ້ອງຮຽນສອນພິເສດ
ເພື່ອເກັບເງິນ, ໃຜໄປຈ້າງຮຽນພິເສດ ຜູ້ເປັນຄູກໍເອົາໃຈໃສ່, ຍົກຍ້ອງ ແລະ
ໃຫ້ຄະແນນສູງໆລື່ນຄົນອື່ນໆ. ຜູ້ເດືອດຮ້ອນຍ້ອນການປະພຶດແບບແຕກປອກຂອງຄູ-ອາຈານນັ້ນກໍຄືຄອບຄົວ
ແລະ ນັກຮຽນ-ນັກສຶກສາທຸກຍາກບໍ່ມີເງິນຈ້າງຮຽນ. ໃນໝູ່ນັກຮຽນເອງກໍມີບັນຫາຂັດແຍ່ງ
ແລະ ຈຳແນກລະຫວ່າງຜູ້ຮັ່ງຜູ້ທຸກ. ໂຮງຮຽນ, ສະຖາບັນການສຶກສາທີ່ມີຊື່ສຽງບາງແຫ່ງເກັບເງິນຄ່າລົງທະບຽນເຂົ້າສຶກສາເປັນເງິນເຖິງ
1.000 ໂດລາສະຫະລັດຕໍ່ຄົນ. ບັນຫາທີ່ເວົ້າມາທັງໝົດແມ່ນເປົ້າໝາຍທີ່ທາງການມຽນມາພະຍາຍາມແກ້ໃຫ້ຕົກ
ເພື່ອປະເທດຊາດ ແລະ ສັງຄົມປອດຈາກການສໍ້ລາດບັງຫລວງເທື່ອລະກ້າວ.
No comments:
Post a Comment