Ad

Ad

10 October 2016

ບຸດສະບາ ສາວໄຊຍະບູລີ ຄອງຕຳແໜ່ງນາງສາວລາວ 2016


        ໃນຄ່ຳຄືນຂອງວັນທີ 8 ຕຸລານີ້, ປະຊາຊົນລາວທົ່ວປະເທດຕ່າງກໍດີອົກດີໃຈ ພາຍຫລັງຄະນະກຳມະການໄດ້ຕັດສິນເລືອກເອົານາງສາວ ບຸດສະບາ ແສງປັນ ໝາຍເລກ M19 ຄອງຕຳແໜ່ງນາງສາວລາວ ປະຈຳປີ 2016 ຕົວແທນຈາກແຂວງໄຊຍະບູລີ, ໄດ້ຮັບລາງວັນມົງກົດເພັດ, ສາຍສະພາຍ ໄໝເງິນ, ໂທລະສັບມືຖື IPhone 7Plus ໂອບດ້ວຍຄຳສົດ, ພ້ອມທັງເງິນສົດ 30 ລ້ານກີບ, ລົດເກັງ 1 ຄັນມູນຄ່າ 190 ລ້ານກີບ, ຄຳນ້ຳໜັກ 2 ບາດ ແລະ ຂອງລາງວັນອື່ນໆຈາກຜູ້ໃຫ້ການສະໜັບສະໜູນ. ພ້ອມນີ້ ຍັງສາມາດຍາດໄດ້ອີກ 2 ຕຳແໜ່ງຄື: ຕຳແໜ່ງນາງສາວມີສະເໜ່ ແລະ ນາງສາວຂວັນໃຈຊ່າງພາບອີກດ້ວຍ, ຊຶ່ງຜູ້ທີ່ໄດ້ຮັບຕຳແໜ່ງຮອງອັນດັບທີ່ໜຶ່ງແມ່ນນາງ ພິດສະໄໝ ບຸນຕີວໍລະວົງ ໝາກເລກ M20 ຕົວແທນຈາກແຂວງສະຫວັນນະເຂດ ໄດ້ຮັບສາຍສະພາຍໄໝເງິນ, ລາງວັນເງິນສົດ 20 ລ້ານກີບ ແລະ ຕຳແໜ່ງນາງສາວມິດຕະພາບ ແລະ ຕຳແໜ່ງນາງສາວຂວັນໃຈມວນຊົນນຳອີກ, ສ່ວນຮອງອັນດັບທີສອງແມ່ນນາງ ພອນວິໄລ ຫລວງລາດ ໝາຍເລກ M18 ຕົວແທນຈາກນະຄອນ ຫລວງວຽງຈັນ, ໄດ້ຮັບສາຍສະພາຍໄໝເງິນ, ລາງວັນເງິນສົດ 15 ລ້ານກີບ, ພ້ອມຍາດໄດ້ຕຳແໜ່ງນາງສາວໜ້າໃສສຸຂະພາບດີ, ຮອງອັນດັບທີສາມແມ່ນນາງ ໄໝຄຳ ວິໄລວັນ ໝາຍເລກ M13 ຕົວແທນຈາກນະຄອນຫລວງວຽງຈັນ, ໄດ້ຮັບສາຍສະພາຍໄໝເງິນ, ລາງວັນເງິນສົດ 10 ລ້ານກີບ, ພ້ອມຍາດໄດ້ຕຳແໜ່ງນາງສາວບຸກຄະລິກກະພາບດີ ແລະ ຮອງອັນດັບທີສີ່ແມ່ນນາງ ສະຕິວ ແສງສຸລິດ ໝາຍເລກ M6 ຕົວແທນຈາກແຂວງຊຽງຂວາງ ໄດ້ຮັບສາຍສະພາຍໄໝເງິນ, ລາງວັນເງິນສົດ 8 ລ້ານກີບ, ພ້ອມນີ້ ແຕ່ລະຕຳແໜ່ງຈະໄດ້ຮັບເງິນ ແລະ ຂອງລາງວັນຕ່າງໆຈາກຜູ້ໃຫ້ການສະໜັບສະໜູນອີກຫລາຍຢ່າງ, ນອກຈາກນີ້ແລ້ວ ນາງສາວ ເຂັມເພັດ ດວງພະສິດ ໝາຍເລກ M14 ຕົວແທນຈາກແຂວງຫລວງພະບາງ ຍາດໄດ້ລາງວັນນາງສາວຜິວຂາວສຸຂະພາບດີ.

          ງານປະກວດນາງລາວປະຈຳປີ 2016 ຈັດຂຶ້ນໃນຄ່ຳຄືນຂອງວັນທີ 8 ຕຸລານີ້, ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສອນທະນູ ທຳມະວົງ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີຄະນະກຳມະການຕັດສິນຜູ້ໃຫ້ການສະໜັບສະໜູນ ແລະ ຕົວແທນພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ, ເພື່ອຄັດເລືອກເອົານາງສາວທີ່ເປັນຕົວແທນແມ່ຍິງລາວໃນການເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີ ແລະ ມູນເຊື້ອຂອງລາວໃຫ້ຊາວຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ.

No comments:

Post a Comment