ທະນາຄານໂລກເປີດເຜີນຢູ່ໃນພິທີລາຍງານການຄາດຄະສະພາບການເຕີບໂຕທາງດ້ານເສດຖະກິດສຳລັບພາກພື້ນອາຊີຕາເວັນອອກ
ແລະ ປາຊີຟິກລະຫວ່າງປີ 2016 - 2018 ເມື່ອມໍ່ໆມານີ້ວ່າ:
ເຖິງວ່າການເຕີບໂຕທາງດ້ານເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກ ແລະ
ປາຊີຟິກຈະມີຈັງຫວະທີ່ຊ້າລົງບໍ່ວ່າຈະເປັນປະເທດຈີນ,ຫວຽດນາມ, ມາເລເຊຍ ແລະ
ປະເທດ ອື່ນໆ,
ແຕ່ສຳລັບເສດຖະກິດ ສປປລາວ ແມ່ນຍັງສືບຕໍ່ຂະ ຫຍາຍຕົວຕໍ່ເນື່ອງ, ໃນລະດັບ 7% ຕໍ່ປີ, ໃນນັ້ນໄຟຟ້າຍັງເປັນຂະແໜງການຕົ້ນຕໍ່ໃນການຍູ້ດັນການຂະຫາຍຕົວດັ່ງກ່າວໂດຍສະເລ່ຍເກືອບ
40% ຂອງການຂະຫຍາຍຕົວ,
ເນື່ອງຈາກວ່າການລົງທືນໃນ
ຂະແໜງພະລັງງານຍັງມີທ່າອ່ຽງເພີ່ມຂື້ນ, ຊຶ່ງຈະເຮັດໃຫ້ການຜະລິດ ແລະ ສົ່ງອອກໄຟຟ້າເພີ່ມຂື້ນໄປຕາມໆກັນ, ແຕ່ເມື່ອຮອດປີ 2018 ການຂະ
ຫຍາຍຕົວດ້ານເສດຖະກິດຂອງລາວຈະຫຼຸດລົງມາຢູ່ໃນລະດັບ 6,8%, ເນື່ອງຈາກວ່າຍັງມີຄວາມສ່ຽງບາງປະການ, ໂດຍສະເພາະແມ່ນຄວາມສ່ຽງຈາກເສດຖະກິດພາຍນອກເຊັ່ນ: ເສດຖະ ກິດຈີນທີ່ອາດຈະຂະຫຍາຍຕົວຊ້າກວ່າຄາດໝາຍ
ແລະ ເສດຖະກິດໄທທີ່ຄາດວ່າຈະສືບຕໍ່ຊັກຊ້າ, ເຊັ່ນດຽວກັນກັບລາຄາສິນຄ້າທີ່ຍັງສືບຕໍ່ຕົກຕ່ຳ, ບວກກັບຈີນເປັນປະເທດທີ່ກວມເອົາອັດຕາການສົ່ງອອກຂອງລາວເຖິງ 25 % ແລະ ຍັງເປັນ 1 ໃນ 3
ປະເທດທີ່ມາລົງທືນໂດຍກົງຢູ່ລາວຫຼາຍທີ່ສຸດ, ພ້ອມຍັງເປັນ 1 ໃນ 10 ປະເທດທີ່ມີນັກທ່ອງທ່ຽວເຂົ້າມາລາວຫຼາຍທີ່ສຸດ, ເຊັ່ນດຽວກັບປະເທດໄທຊຶ່ງເປັນປະເທດປາຍທາງຂອງແຮງງານເຄື່ອນຍ້າຍ
ແລະ ປາຍທາງທີ່ສຳຄັນຂອງການສົ່ງອອກຂອງລາວ,ໃນເມື່ອເສດຖະກິດຂອງສອງປະເທດດັ່ງກ່າວຂະຫຍາຍຕົວຊ້າລົງ ແລະ ແນ່ນອນວ່າຈະເສດຜົນກະ ທົບຕໍ່ການຂະຫຍາຍຕົວຂອງເສດຖະກິດຂອງລາວຫຼຸດລົງ.
No comments:
Post a Comment