Ad

Ad

7 October 2016

ຮອດປີ 2020 ຕະຫຼາດຫຼັກຊັບຈະລະດົມທຶນໃຫ້ໄດ້ຫຼາຍກວ່າ 30% ຂອງ GDP

          ຄະນະກຳມະການຄຸ້ມຄອງຕະຫຼາດຫຼັງຊັບລາວໃຫ້ຮູ້ວ່າ:ຕະຫຼອດໄລຍະຜ່ານມາຕະຫຼາດຫຼັກຊັບລາວ ( ຕລຊລ )ໄດ້ມີການພັດທະນາຕົນເອງຫຼາຍດ້ານເປັນຕົ້ນຈໍານວນບໍລິສັດຈົດທະບຽນ ເພີ່ມຂຶ້ນຈາກ 2 ບໍລິສັດເປັນ 4 ບໍລິສັດ ສາມາດລະດົມທຶນໄດ້ທັງໝົດ 5.883 ຕື້ກີບ ແລະ ມີມູນຄ່າຕະ ຫຼາດທັງໝົດ 12.293 ຕື້ກີບ (ຕົວເລກວັນທີ 02 ຕຸລາ 2015 ), ດ້ານຈໍານວນບັນຊີຫຼັກຊັບໄດ້ເພີ່ມຂຶ້ນຈາກ 4.117 ບັນຊີມາເປັນ 11.756 ບັນຊີ, ໂດຍມີມູນຄ່າການແລກປ່ຽນຊື້-ຂາຍທັງໝົດ 143ລ້ານຮຸ້ນໃນມູນຄ່າ 947 ຕື້ກີບ,ສໍາລັບດັດຊະນີລວມ ຕລຊລ ປິດຢູ່ທີ່ 1.253,12 ຈຸດ ເພີ່ມຂຶ້ນ 253,12 ຈຸດ ຫຼື
ເທົ່າກັບ 25,3% ຈາກ 1.000,00 ຈຸດ(ດັດຊະນິຖານ), ນອກນັ້ນ, ຍັງໄດ້ປັບປຸງ ແລະ ພັດທະນາລະບົບການແລກ ປ່ຽນຊື-ຂາຍຫຼັກຊັບຢ່າງຕໍ່ເນື່ອງ, ໂດຍໄດ້ເປີດນຳໃຊ້ລະບົບການຄ້າຂາຍກັບທີ່ (ລກກ ) Home Trading System, ຍົກລະດັບກົນໄກການແລກປ່ຽນຊີ້-ຂາຍຈາກຮູບແບບການຈັບຄູ່ເປັນຊ່ວງເວລາມາເປັນການຈັບຄູ່ແບບຕໍ່ເນື່ອງວິນາທີຕໍ່ວິນາທີ, ເພີ່ມຂອບເຂດລາ ຄາລາຍວັນຈາກ ±5% ຂຶ້ນເປັນ ±10%, ພັດທະນາລະບົບຄຸ້ມຄອງທຸລະກິດດູແລຊັບສິນເພື່ອຮອງຮັບການລົງທຶນ ແລະ ສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນຕ່າງປະເທດຫຼາຍຂຶ້ນ, ພ້ອມດຽວກັນ ຕລຊລ ຮ່ວມກັບບັນດາບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນໄດ້ຈັດຕັ້ງໂຄງການສົ່ງເສີມຄວາມຮູ້ກ່ຽວກັບຕະຫຼາດທຶນເພື່ອເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈອັນຖືກຕ້ອງໃນວຽກງານຫຼັກຊັບໃຫ້ແກ່ມວນຊົນທົ່ວໄປ.

          ຕາມວິໄສທັດແຜນຍຸດທະສາດຂອງຕະຫຼາດຫຼັກຊັບລາວແລ້ວຮອດປີ 2020 ຈະລະດົມທຶນໃຫ້ໄດ້ຫຼາຍກວ່າ 30% ຂອງ GDP,ພ້ອມທັງຈະດຶງດູດບັນດາບໍລິສັດເຂົ້າມາຈົດ ທະບຽນໃຫ້ໄດ້ 2530 ບໍລິສັດ ແລະ ຍັງຈະມີການພັດທະນາຜະລິດຕະພັນອື່ນໆເພື່ອສ້າງທາງເລືອກໃໝ່ໆໃຫ້ແກ່ນັກລົງ ທຶນ ແລະ ພັດທະນາລະບົບການແລກປ່ຽນຊື-ຂາຍ, ລະບົບການຊໍາລະສະສາງ  ແລະ ຮັບຝາກຫຼັກຊັບທີ່ນັບມື້ນັບມີຄວາມທັນສະໄໝ, ສະດວກສະບາຍ, ພ້ອມກັບການສ້າງ ແລະ ປັບປຸງລະບຽບການທີ່ກ່ຽວຂ້ອງໃຫ້ເປັນລະບົບຄົບຊຸດ, ເພື່ອສົ່ງເສີມຄວາມຮູ້ໃນວຽກງານສົ່ງເສີມດ້ານຕະຫຼາດທຶນ ແລະ ເຂົ້າໃຈທີ່ຖືກຕ້ອງກ່ຽວກັບວຽກງານຫຼັກຊັບກ່ອນທີ່ຈະລົງທຶນ, ແນໃສ່ສ້າງນັກການເງິນກໍຄືນັກລົງທຶນທີ່ມີປະສິດທິພາບ, ພ້ອມນັ້ນຍັງມີແຜນນໍາເອົາວິຊາຮຽນກ່ຽວກັບວຽກງານຫຼັກຊັບປະກອບເຂົ້າໃນຫຼັກສູດການສອນຢູ່ສະຖາບັນການສຶກສາທີ່ມີຄວາມສົນໃຈ ແລະ ໃຫ້ຄວາມສຳຄັນໃນການພັດທະນານັກວິຊາຊີບທີ່ມີຄຸນນະພາບສະໜອງໃຫ້ຕະຫຼາດທຶນໂດຍຈະຈັດໃຫ້ມີການເຝິກອົບຮົມຫຼັກສູດກ່ຽວກັບນາຍໜ້າຄ້າຫຼັກຊັບ, ທີ່ປຶກສາທາງດ້ານການເງິນ ແລະ ນັກວິເຄາະຮຸ້ນທີ່ສຳນິຊຳນານອີກດ້ວຍ.

No comments:

Post a Comment