Ad

Ad

7 October 2016

ໝາກພ້າວຫ້າວ ຍິ່ງແກ່ຍິ່ງມັນ ( ບັນຫາຈານແຫຍ່ )

            ເນື່ອງຈາກວ່າຈານແຫຍ່ ເອງໄດ້ມີບັນຊີໃນສຳມະໂນຄົວຜູ້ເຖົ້າ (ເອີ້ນກັນໃຫ້ມ່ວນຫູວ່າ: ຜູ້ອາຍຸສູງ). ດັ່ງນັ້ນ ຈຶ່ງຂໍເວົ້າ ເລື່ອງກົດເກນອາຍຸບັ້ນປາຍຂອງ ມະນຸດມະນາ ເພື່ອໃຫ້ເຂົ້າກັບຈັງ ຫວະປີສາກົນສຳລັບຜູ້ອາຍຸສູງ (1 ຕຸລາ) ທີ່ສະເຫລີມສະ ຫລອງກັນທຸກໆປີໃນທົ່ວໂລກ. ຢູ່ບ້ານເຮົາທີ່ນະຄອນຫລວງວຽງຈັນ, ສະມາຄົມຜູ້ອາຍຸສູງກໍໄດ້ຮ່ວມກັນລະນຶກວັນດັ່ງກ່າວໃນວັນທີ 30 ເດືອນກັນຍາຜ່ານມາ ກ່ຽວກັບຄວາມສຄັນຂອງຍ່ານອາຍຸ ໃນໄວ ເທົ້າຍອດທອງ ຕະບອງຍອດເພັດນີ້ ໂດຍມີທ່ານນາຍົກ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນ. ຈານແຫຍ່ເສຍດາຍທີ່ພາດໂອກາດກໍເລີຍພໍແຕ່ໄດ້ອ່ານຂ່າວໃນໜ້າໜັງສືພິມ ແລະ ຮູ້ວ່າພັກ-ລັດຂອງພວກເຮົາຍາມໃດກໍໃຫ້ຄວາມສຳຄັນຕໍ່ບົດບາດຂອງຄົນອາຍຸສູງທີ່ປ່ຽມລົ້ນໄປດ້ວຍປະສົບການ ແລະ ບົດຮຽນຊີວິດ ເຊິ່ງບ້ານເມືອງຂອງພວກເຮົາຕ້ອງການທີ່ສຸດ ຈົນມີສຸພາສິດສະກິດໃຈວ່າ: ຍ່າງນຳກົ້ນຜູ້ເຖົ້າ ຜີເປົ້າບໍ່ກິນນີ້ກໍແປວ່າ ຄົນເຖົ້ານັ້ນມີລິດມີເດດສາມາດປົກກຸ້ມຫຸ້ມບັງໃຫ້ຄົນໃນໄວອື່ນ ແຕ່ກໍຢ່າລືມອີກປະໂຫຍກອັນແຫລມຄົມສືບທອດ
ກັນມາໄດ້ ຫລາຍເຊັ່ນຄົນວ່າ: ຫົວດຳໄປກ່ອນ ຫົວດ່ອນນຳຫລັງແປວ່າຜູ້ອອກໜ້າຕະລຸມບອນນັ້ນຕ້ອງເປັນຄົນໜຸ່ມເພາະຍັງມີກຳລັງ ວັງຊາເຫລືອເຟືອ, ສ່ວນຄຳວ່າ ຫົວດ່ອນນຳຫລັງນັ້ນ ແປວ່າ ຜູ້ເຖົ້າເປັນຜູ້ຄອຍຊີ້ທິດທາງຢູ່ເບື້ອງຫລັງ, ຈະບຸກເອງບໍ່ໄດ້ ເພາະກຳລັງວັງຊາຫລຸດໜ້ອຍຖອຍລົງ. ໄປກ່ອນຫລື ນຳຫລັງພົວພັນກັນແບບກາຍອິນຊີ, ບໍ່ຕ່າງກັບຢູ່ບັ້ນຮົບຕີເສິກຕ້ອງ ມີແນວໜ້າ ແລະ ແນວຫລັງປະ ສານກັນແໜ້ນຈຶ່ງຈະຊະນະ.
            ສຳລັບມື້ນີ້ ຈານແຫຍ່ຢາກໃຫ້ທຸກຄົນໂດຍສະເພາະຜູ້ມີຊື່ໃນປຶ້ມສຳມະໂນຜູ້ເຖົ້າເຂົ້າໃຈກົດເກນຂອງຊີວິດຕາມຫລັກບູຮານ ລາວທີ່ວ່າວອນສອນໄວ້. ເລື່ອງນີ້ ຈານແຫຍ່ໄດ້ຟັງຈາກປາກຄູບາ ເປີງເປັນສັງຄະລີຢູ່ວັດອົງຕື້ ເມື່ອກວ່າສີ່ສິບປີຜ່ານມາ, ເປັນການແບ່ງອາຍຸທີ່ເຫັນວ່າມີລັກສະນະວິທະຍາສາດທີ່ສຸດຄືຄົນເຮົາທຸກຄົນເກີດມາແລ້ວຕ້ອງໄດ້ຜ່ານຍ່ານຊີວິດທີ່ປະກອບເປັນ 4 ໂຕ ຄື ເພິ່ງ, ພົບ, ພັກ ແລະ ພາກ”, “ເພິ່ງແມ່ນຍ່ານຊີວິດໃນໄວເດັກ (ບໍ່ທັນບັນລຸນິຕິພາວະ) ທີ່ຕ້ອງໄດ້ເພິ່ງພໍ່ແມ່ ແລະ ຜູ້ໃຫຍ່ຢູ່ອ້ອມຂ້າງບໍ່ວ່າຈະເປັນການກິນການນອນແມ້ແຕ່ເວລາເຂົ້າຮຽນກໍຍັງຕ້ອງອາໄສທຶນຮອນຂອງຜູ້ປົກຄອງ. ຍ່ານຊີວິດຕໍ່ໄປແມ່ນ ພົບຄືເປັນຊີວິດໄວໜຸ່ມທີ່ພວມກະສັນຫັນຫ້າວໃນການພົບປະ, ສ້າງໝູ່ສ້າງຄູ່, ຊອກຮູ້ສິ່ງໃໝ່ໆດ້ວຍການສະ ແຫວງຫາ, ເປັນຍ່ານຊີວິດລະດູບານໃໝ່ກໍວ່າໄດ້, ຊີວິດໃນຍ່ານຕໍ່ໄປແມ່ນ ພັກຄູບາບອກວ່າແມ່ນຍ່ານຊີວິດໃນອາຍຸເກນຜູ້ ໃຫຍ່ສ້າງຄອບສ້າງຄົວ, ຈະຕະເຫລີດເປີດເປ່ິງໄປທ່ຽວໄປພົບຄືໄວໜຸ່ມບໍ່ໄດ້ອີກແລ້ວ. ຄຳວ່າ ພັກໝາຍຄວາມວ່າການຕັ້ງ ຫລັກປັກແຫລ່ງ, ສ້າງພື້ນຖານຊີ ວິດໃຫ້ໝັ້ນຄົງໂດຍອີງໃສ່ຄວາມຮູ້ຄວາມສາມາດ ແລະ ທຶນຮອນທີ່ສະສົມໄວ້ໃນໄວ ພົບ”. ຍ່ານຊີວິດສຸດທ້າຍຕໍ່ໄປນີ້ຟັງບໍ່ມ່ວນຫູປານໃດຄື ພາກໝາຍຄວາມວ່າເປັນໄວ ຢືນໃກ້ຝັ່ງນັ່ງໃກ້ຫ້ວຍແລ້ວ, ແຕ່ກໍບໍ່ໄດ້ໝາຍວ່າຈະດ່ວນຈົບຊີວິດຄືຄຳວ່າ ພາກດອກ, ມັນມີຄວາມໝາຍພຽງວ່າ ໄວເຖົ້າຊື່ໆ. ຫລັກສາສະໜາພຸດພວກເຮົາມັກເວົ້າຄວາມຈິງໂລດ ໂດຍບໍ່ຕ້ອງສັນຫາຄຳເວົ້າຕົວະຕົນເອງໃຫ້ມ່ວນຫູ. ເລື່ອງເກີດແກ່ເຈັບຕາຍ, ພະພຸດທະເຈົ້າເຮົາກໍເວົ້າອອກມາ ກົງໆໂລດວ່າ ວັດທະຈັກນີ້ບໍ່ມີໃຜ ລອດໄປໄດ້ຈັກລາຍດອກ.

            ດີແລ້ວທີ່ພວກເຮົາມີການຈັດຕັ້ງສຳລັບຜູ້ອາຍຸສູງເພື່ອເປັນແວ່ນແຍງແປງທາງໃຫ້ຄົນລຸ້ນສືບທອດຕາມໄຕ່, ເປັນໄວ ໝາກພ້າວຫ້າວຍິ່ງແກ່ຍິ່ງມັນ”.

No comments:

Post a Comment