Ad

Ad

6 October 2016

ຮອງປະທານປະເທດເນັ້ນໃຫ້ອົງການໄອຍະການຍຶດໝັ້ນຈັນຍາບັນ-ຈັນຍາທໍາເປັນສໍາຄັນ

           ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ຄໍາສານ ສຸວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍຜູ້ແທນສົມບູນ 102 ສະຫາຍ, ຍິງ 32 ສະຫາຍທີ່ຕາງໜ້າສະມາຊິກພັກທັງໝົດ 139 ສະຫາຍເຂົ້າຮ່ວມ.

           ສະຫາຍ ຄໍາສານ ສຸວົງ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມວ່າ: 5 ປີຜ່ານມາຄະນະພັກອົງການໄອຍະການປະຊາຊົນສູງສຸດໄດ້ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫລາຍດ້ານ, ອັນພົ້ນເດັ່ນໄດ້ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າຕາມລັດຖະດໍາລັດຂອງປະທານປະເທດຈໍານວນ 3.970 ຄົນ, ຍິງ 790 ຄົນ, ໃນນັ້ນອະໄພຍະໂທດຜ່ອນໂທດ 3.200 ຄົນ, ຍິງ 630 ຄົນ, ອະໄພຍະໂທດປ່ອຍຕົວ 750 ຄົນ, ຍິງ 150 ຄົນ. ນອກນີ້, ໄດ້ຮັບຄໍາຮ້ອງຈາກປະຊາຊົນຫລາຍກວ່າ 11.040 ເລື່ອງ, ແກ້ໄຂແລ້ວ 10.960 ເລື່ອງເທົ່າກັບ 99,19%, ໄດ້ຮັບຄະດີຂັ້ນຕົ້ນ 30.060 ກວ່າເລື່ອງ, ໄດ້ຄົ້ນຄວ້າພິຈາລະນາແລ້ວ 29.700 ກວ່າເລື່ອງເທົ່າກັບ 98,80% ລື່ນຄາດໝາຍ 8,80%, ໃນນັ້ນມີຄະດີອາຍາທີ່ສົ່ງໃຫ້ພາກສ່ວນອື່ນຄົ້ນຄວ້າພິຈາລະນາ 1.270 ກວ່າເລື່ອງ, ສົ່ງຄືນໃຫ້ດໍາເນີນການສືບສວນ-ສອບສວນຄືນໃໝ່ 7.780 ກວ່າເລື່ອງ, ອອກຄໍາສັ່ງໂຈະຄະດີ 2.390 ກວ່າເລື່ອງ, ສັ່ງຟ້ອງ ແລະ ຖະແຫລງສົ່ງສານ 16.950 ເລື່ອງ. ສານຂັ້ນຕົ້ນ ໄດ້ຕັດສິນຕາມຄໍາຖະແຫລງກວມ 99,58%, ສານຂັ້ນອຸທອນພິພາກສາຕາມຄໍາຖະແຫລງກວມ 95,54%, ສານຂັ້ນລົບລ້າງພິພາກສາຕາມຄໍາຖະແຫລງກວມ 98,31%. ພາຍຫລັງທີ່ສານໄດ້ຕັດສິນ ແລະ ພິພາກສາແລ້ວຄະດີທີ່ໄດ້ຮັບການຈັດຕັ້ງປະຕິບັດກວມ 47,61%, ພວມຈັດຕັ້ງປະຕິບັດກວມ 49,83%, ບໍ່ສາມາດຈັດຕັ້ງປະຕິບັດກວມ 2,55%. ນອກນີ້, ໄດ້ທວງສໍານວນຄະດີຮື້ຟື້ນທັງໝົດ 400 ເລື່ອງ, ພິຈາລະນາແກ້ໄຂແລ້ວ 300 ກວ່າເລື່ອງເທົ່າກັບ 75,75%.
            ໃນໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມບາງບັນຫາສໍາຄັນວ່າ: ໃນຊຸມປີຕໍ່ໜ້ານີ້, ໜ້າທີ່ລວມຂອງພັກ-ລັດ ແລະ ທົ່ວປວງຊົນທັງຊາດຍັງແມ່ນການສືບຕໍ່ປັບປຸງລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງ, ໃນນີ້ກໍແມ່ນສືບຕໍ່ປັບປຸງການ ຈັດຕັ້ງອົງການຕຸລາການປະຊາຊົນໃຫ້ເປັນລະບົບຄົບຊຸດ, ປອດໃສ ແລະ ບໍລິຫານຄະດີໃຫ້ມີຄຸນ
ນະພາບ, ໂດຍສະເພາະແມ່ນໃຫ້ຄະນະພັກ-ຄະນະນໍາອົງການໄອຍະການເອົາໃຈໃສ່ບາງບັນຫາຄື: (1) ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ ແນວຄິດພະນັກງານໃຫ້ມີຄວາມໜັກແໜ້ນ ຄືດັ່ງພວກເຮົາຮູ້ນຳກັນວ່າ: ໃນເງື່ອນໄຂແຫ່ງການປະຕິບັດກົນໄກເສດຖະກິດຕະຫລາດກໍຄືການເຊື່ອມໂຍງກັບສາກົນບວກໃສ່ການດຳເນີນສົງຄາມຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ສະມາຊິກພັກ-ພະນັກງານຂອງພວກເຮົາຈຳນວນບໍ່ໜ້ອຍມີການເສື່ອມຖອຍດ້ານຄຸນທາດການເມືອງ, ໂດຍເລີ່ມຈາກການເສື່ອມທາງດ້ານຈາລິຍະທຳ, ຈັນຍາບັນ, ຈັນຍາທຳໄປເຖິງການເສື່ອມຖອຍດ້ານອຸດົມການ, ສະນັ້ນຕ້ອງຮັບປະກັນໃຫ້ສະມາຊິກພັກ, ພະນັກງານຂອງອົງການໄອຍະການປະຊາຊົນຢູ່ພາຍໃຕ້ການຄຸ້ມຄອງ ແລະ ນຳພາຊີ້ນຳໂດຍກົງ, ຮອບດ້ານຂອງພັກ, ມີມານະຈິດປະຕິວັດຟົດຟື້ນ, ມີຄຸນສົມ ບັດສິນທຳປະຕິວັດ, ນ້ຳໃຈຮັກຊາດ-ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຈັນຍາບັນ, ຈັນຍາທຳ, ມີຄວາມບໍລິສຸດສັດຊື່, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ດຳລົງຊີວິດປອດໃສຂາວສະອາດ, ມີສະຕິຕື່ນຕົວໃນການປະຕິບັດລະບຽບວິໄນ, ຕ້ານທານໄດ້ທຸກໄພອັນຕະລາຍທີ່ຈະເກີດຂຶ້ນກັບພັກ ແລະ ຕໍ່ກັບອົງການໄອຍະການປະຊາຊົນ. ພັກ-ລັດເຮົາບໍ່ອະນຸຍາດໃຫ້ຜູ້ໃດ, ໂດຍສະເພາະພະນັກງານໄອຍະການປະຊາຊົນໃຊ້ສິດ, ອຳນາດຂອງຕົນເປັນອາດຍາເຈົ້ານາຍຢູ່ເໜືອກົດໝາຍ, ຢູ່ເໜືອປະຊາຊົນ ເພື່ອບັງຄັບ ຫລື ລະເມີດສິດ ແລະ ຜົນປະໂຫຍດຂອງພົນລະເມືອງຕາມລຳພັງໃຈ.(2). ໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດຂອງອົງການໄອຍະການປະຊາຊົນຕ້ອງຢືນຢູ່ບົນທັດສະນະພາວະວິໄສ ແລະ ບົນພື້ນຖານຄວາມເປັນຈິງ ແລະ ມີແຕ່ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ເດັດຂາດ, ຍາມໃດກໍຜະເດັດການກົດໝາຍຕໍ່ຜູ້ຝ່າຝືນລະເມີດກົດໝາຍ ແລະ ເດັດດ່ຽວປົກປ້ອງຄວາມຖືກຕ້ອງ, ຄວາມຍຸຕິທຳຢູ່ໃນສັງຄົມ, ເດັດຂາດບໍ່ອະນຸຍາດໃຫ້ອິດທິພົນຂອງອຳນາດເຖື່ອນ, ສິ່ງຜິດກົດໝາຍຄວບຄຸມ ແລະ ສວຍໃຊ້ບົດບາດ, ໜ້າທີ່ຂອງອົງການໄອຍະການ ເພື່ອເຈດຈຳນົງທີ່ບໍ່ຖືກຕ້ອງ. ບໍ່ດັ່ງນັ້ນ ລັດເຮົາກໍບໍ່ອາດສ້າງຄວາມເຊື່ອໝັ້ນ, ຄວາມອຸ່ນອ່ຽນໃຈ ແລະ ຄວາມຖືກຕ້ອງເປັນທຳໃຫ້ແກ່ພົນລະເມືອງ ແລະ ສັງຄົມ. ສະນັ້ນຕ້ອງໄດ້ມີການຊີ້ນຳ-ນໍາພາຢ່າງເຖິງລະດັບຕໍ່ການຈັດຕັ້ງປະຕິບັດໜ້າທີ່ຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ໂດຍສະເພາະຕໍ່ການພິຈາລະນາ ແລະ ດຳເນີນຄະດີໃນຂະບວນການຍຸຕິທຳທີ່ຍັງມີຊ່ອງວ່າງ. ການຕິດຕາມ, ກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນແມ່ນເພື່ອກຳແໜ້ນບັນຫາ ແລະ ມີມາດຕະການແກ້ບັນຫາຢ່າງມີປະສິດທິຜົນ ແລະ ທັນການ, ທັງປັບປຸງແກ້ໄຂກົດໝາຍທີ່ວາງອອກໃຫ້ນັບມື້ນັບສອດຄ່ອງ ແລະ ມີຄວາມຮັດກຸມກວ່າເກົ່າ. (3) ເຊີດຊູບົດບາດການນຳພາຂອງພັກ, ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ການກະທຳຢູ່ໃນອົງການໄອຍະການປະຊາຊົນແຕ່ລະຂັ້ນ, ປັບປຸງອົງຄະນະພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ສາມາດນຳພາປະຕິບັດໜ້າທີ່ການ ເມືອງຂອງຕົນຢ່າງໜັກແໜ້ນ, ປັບປຸງກໍ່ສ້າງບັນດາໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ, ການກໍ່ສ້າງ ແລະ ຂະຫຍາຍພັກຕ້ອງຖືເອົາຄຸນນະພາບເປັນກົກ, ເອົາໃຈໃສ່ຮ່ວມຊີວິດການເມືອງຢ່າງເປັນປົກກະຕິ, ຄຸ້ມຄອງປ້ອງກັນພັກໃຫ້ມີຄວາມປອດໃສ, ຕິດພັນກັບການຕິດຕາມ, ກວດກາ ແລະ ແກ້ໄຂສະມາຊິກພັກທີ່ບໍ່ຄົບມາດຖານໃຫ້ເດັດຂາດເຂັ້ມງວດ, ປັບປຸງບັນດາໜ່ວຍພັກ, ບັນດາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ. (4) ຕ້ອງກຳນົດມາດຕະການອັນເໝາະສົມໃນການເລືອກເຟັ້ນ, ສັບຊ້ອນ ແລະ ແຈກຢາຍຄືນໃໝ່ພະນັກງານ-ລັດຖະກອນໃຫ້ເໝາະສົມກັບໜ້າທີ່ການເມືອງ ກໍຄືປະສິດທິຜົນຂອງວຽກງານຕົວຈິງ, ໃນນັ້ນໃຫ້ເອົາໃຈໃສ່ຫັນພະນັກງານລົງເຮັດວຽກຢູ່ທ້ອງຖິ່ນຮາກຖານຕາມລະບົບສາຍໄຍ
ການຈັດຕັ້ງຂອງອົງການໄອຍະການປະຊາຊົນ ເພື່ອສ້າງເປັນພະນັກງານນຳພາ ຫລື ວິຊາການທີ່ຊຳນານງານສືບທອດປ່ຽນແທນໂດຍມີນິຕິກຳ, ນະໂຍບາຍຮອງຮັບທີ່ແທດເໝາະຕົວຈິງ, ສືບຕໍ່ກໍ່ສ້າງ ແລະ ບຳລຸງຍົກລະດັບພະນັກງານທີ່ ພວມດຳລົງຕຳແໜ່ງນຳພາ-ຄຸ້ມຄອງ ແລະ ພະນັກງານສືບທອດປ່ຽນແທນຢູ່ແຕ່ລະບ່ອນໃຫ້ໄປຕາມແຜນກຳນົດທີ່ວາງໄວ້, ທັງເຮັດຢ່າງເປັນລະບົບມີຈຸດສຸມ ແລະ ເປັນເຈົ້າການ, ການຍົກລະດັບພະນັກງານແມ່ນໃຫ້ເລັ່ງໃສ່ການບຳລຸງ, ເຝິກອົບຮົມໄລຍະສັ້ນຕິດພັນກັບການປະຕິບັດວຽກງານຕົວຈິງ, ຍົກລະດັບຄວາມສາມາດໃຫ້ສົມຄູ່ກັບໜ້າທີ່ຕຳແໜ່ງ ແລະ ຄວາມຮັບຜິດຊອບທີ່ຖືກມອບໝາຍ ແລະ (5) ຕ້ອງປັບປຸງ ແລະ ສັບຊ້ອນກົງຈັກການຈັດຕັ້ງໃຫ້ເປັນລະບົບຄົບຊຸດ, ໃນນັ້ນຕ້ອງຮັບປະກັນທິດປັບປຸງກົງຈັກໃຫ້ກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ ເພື່ອຮອງຮັບການປະຕິບັດພາລະບົດບາດຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນຕາມກົດໝາຍກຳນົດໄວ້ຢ່າງເຂັ້ມງວດ. ພ້ອມກັນນັ້ນ ກໍເອົາໃຈໃສ່ພັດທະນາພື້ນຖານວັດຖຸ-ເຕັກນິກໃຫ້ກ້າວໜ້າ ແລະ ທຽມທັນກັບຍຸກສະໄໝ, ສືບຕໍ່ເປັນເຈົ້າການພົວພັນຮ່ວມມືກັບປະເທດເພື່ອນມິດ ແລະ ອົງ

ການຈັດຕັ້ງສາກົນໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າໃນວຽກງານໄອຍະການ ເພື່ອຍົກລະດັບຄວາມອາດສາມາດ ກໍຄືການເຂົ້າຮ່ວມໃນຂະບວນການຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາອາດຊະຍາກຳຂ້າມຊາດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດຢ່າງໜັກແໜ້ນ.

No comments:

Post a Comment