Ad

Ad

6 October 2016

ບຸນຊ່ວງເຮືອປີນີ້ມີຂໍ້ຈຳກັດຫລາຍອັນ

          ຕາມແຈ້ງການເລກທີ 1715/ຫວກ.ນວ ລົງວັນທີ 19 ກັນຍາ 2016 ຂອງນະຄອນຫລວງວຽງຈັນກ່ຽວກັບການກະກຽມຈັດງານບຸນອອກພັນສາປະວໍລະນາ, ວາງສະແດງສິນຄ້າ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນປະຈຳປີ 2016 ແມ່ນເຫັນວ່າໄດ້ມີຂໍ້ຈຳກັດ ແລະ ຂໍ້ຫ້າມຫລາຍອັນ ເປັນຕົ້ນ: ການຈັດຄົບງັນ, ວາງສະແດງສິນຄ້າໃນງານບຸນດັ່ງກ່າວປີນີ້ໃຫ້ຈັດໃນລະດັບທີ່ເໝາະສົມ, ການວາງສະແດງສິນຄ້າກໍແມ່ນໃຫ້ມີແຕ່ 4 ມື້ເທົ່ານັ້ນ ແລະ ສິນຄ້າທີ່ເອົາມາວາງສະແດງຕ້ອງເປັນສິນຄ້າໂອດ໋ອບ (ODOP) ແລະ ຜະລິດຕະພັນພາຍໃນຂອງລາວທີ່ມີຄຸນນະພາບ ແລະ ມາດຕະຖານ
ດີ, ລວມທັງການຂາຍເຂົ້າຫລາມ-ປິ້ງໄກ່ຕາມປະເພນີ, ແຕ່ບໍ່ໃຫ້ມີການຂາຍສິນຄ້າ ຫລື ແລກປ່ຽນສິນຄ້າແບບການພະນັນ ແລະ ຊັດໝາກປຸມເປົ້າ.
           ສຳລັບບ່ອນວາງສະແດງຂາຍສິນຄ້າກໍແມ່ນໃຫ້ເອົາຢູ່ບ່ອນຂາຍສິນຄ້າໃນປັດຈຸບັນນີ້, ບໍ່ໃຫ້ວາງຂາຍກວມທາງຍ່າງ, ທາງລົດ ເພື່ອໃຫ້ມີບ່ອນຍ່າງ ແລະ ນັ່ງກິນອາຫານ, ພ້ອມທັງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ອອກແຈ້ງການກ່ຽວກັບການຄ້າຂາຍຍ່ອຍແມ່ນສະຫງວນໄວ້ໃຫ້ຄົນລາວເທົ່ານັ້ນ, ສ່ວນຄົນຕ່າງປະເທດແມ່ນຂາຍສິນຄ້າຂອງຕົນຢູ່ໃນຮ້ານຄ້າ ຫລື ສູນການຄ້າເທົ່ານັ້ນ ໝາຍວ່າບໍ່ໃຫ້ມາຂາຍຢູ່ໃນງານບຸນນີ້ໄດ້, ໃຫ້ຜູ້ສຳປະທານຮັບຜິດຊອບຕາມສັນຍາສຳປະທານ, ກົດໝາຍ, ລະບຽບການ ແລະ ການກຳນົດຂອງທາງການກ່ຽວຂ້ອງ ເປັ້ນຕົ້ນ: ການຈັດສັນບ່ອວາງສະແດງຂາຍສິນຄ້າ, ບ່ອນຈອດລົດ, ບ່ອນບໍລິການຕັ່ງນັ່ງຊົມການຊ່ວງເຮືອ ຫລື ນັ່ງພັກຜ່ອນກິນ-ດື່ມ ແບບເກັບເງິນໃນລາຄາບໍ່ເກີນ 10 ພັນກີບຕໍ່ຕັ່ງໜຶ່ງໜ່ວຍ, ລວມເຖິງຄ່າໃຊ້ຈ່າຍໃນການຮັກສາຄວາມສະ ຫງົບປອດໄພ, ຄ່າເຮັດອະນາໄມເກັບມ້ຽນ-ຂົນຂີ້ເຫຍື້ອໄປຖິ້ມ, ຄ່າສິ້ນເປືອງຂອງຄະນະກຳມະການຈັດງານ ແລະ ຄ່າໃຊ້ຈ່າຍອື່ນໆທີ່ເກີດຂຶ້ນໃນການຈັດງານຕົວຈິງ. ສໍາລັບການຊ່ວງເຮືອປະເພນີຕ້ອງຈັດແຂ່ງຂັນ ແລະ ມອບລາງວັນໃຫ້ແລ້ວກ່ອນ 17:00 ໂມງ, ຖ້າເວລາບໍ່ພໍກໍໃຫ້ຈັດການແຂ່ງຂັນ 2 ມື້.

            ແນວໃດກໍຕາມ, ການຈັດຕັ້ງປະຕິບັດແຈ້ງດັ່ງກ່າວຢ່າງລະອຽດນັ້ນ, ແມ່ນຄະນະຮັບຜິດ ຊອບຈັດງານບຸນຍັງຈະໄດ້ມີການປຶກສາຫາລືກັນຕື່ມ ແລະ ຖ້າມີການປ່ຽນແປງ ຫລື ມີຄວາມຄືບໜ້າແນວໃດໜັງສືພິມລາວພັດທະນາພວກເຮົາຈະລາຍງານໃຫ້ຊາບຕື່ມອີກ.

No comments:

Post a Comment