Ad

Ad

20 February 2013

ສະພາບອຸປະຕິເຫດຕາມທ້ອງຖິ່ນຫນົນຍັງເພີ່ມຂຶ້ນພຽງຫນຶ່ງອາທິດຜ່ານມາມີຜູ້ເສຍຊີວິດ 28 ຄົນ



       ກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ສະພາບອຸປະຕິເຫດ ຕາມທ້ອງຖະໜົນ ຍັງເປັນບັນ ຫາຫຍໍ້ທໍ້ທີ່ເພີ່ມຂຶ້ນໃນສັງຄົມ ໂດຍສະເພາະໃນໜຶ່ງອາທິດຜ່ານ ມາມີຜູ້ເສຍຊີວິດ 28 ຄົນ ຊຶ່ງເພີ່ມ ຂື້ນຈາກອາທິດກ່ອນເຖິງ 6 ຄົນ ໂດຍສະເລ່ຍແລ້ວຢູ່ລາວ ເຮົາ ໃນ ປັດຈຸບັນມື້ໜຶ່ງມີອຸປະຕິເຫດເກີດ ຂຶ້ນ ບໍ່ໜ້ອຍກວ່າ 6-7 ກໍລະນີ.
         ເຈົ້າໜ້າທີ່ຕຳຫຼວດຈະລາ ຈອນ ກ່າວວ່າ:ຜ່ານມາ ໂດຍ ສະເພາະ ຢູ່ນະຄອນຫຼວງວຽງຈັນ ສັງເກດເຫັນ ວ່າ:ສະພາບ ການສັນຈອນໃນທ້ອງຖະໜົນຕາມ ເສັ້ນທາງຫຼາຍແຫ່ງຍັງປາກົດ ເຫັນລົດຈອດບໍ່ຖືກຕ້ອງຕາມ ແຄມທາງເຮັດໃຫ້ການສັນ ຈອນຄັບແຄບ,ອັ່ງອໍ ແລະ ທາງຫຼວງ ເປ່ເພ ເປັນບວກເປັນຂຸມເຮັດໃຫ້ ການສັນຈອນມີຄວາມຫຍຸ້ງຍາກ ແລະ ຍັງພົບຜູ້ຂັບຂີ່ ສ່ວນຫຼາຍລະເມີດລະບຽບຈະລາຈອນເຊັ່ນ: ດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ, ຂີ່ ລົດເປັນພຶງແພ,ລ່ວງປ້າຍຫ້າມ, ລ່ວງໄຟອຳ ນາດ. ສາເຫດດັ່ງ ກ່າວສ່ຽງທີ່ພາໃຫ້ເກີດອຸປະຕິ ເຫດຕາມທ້ອງຖະໜົນ ເພີ່ມຂຶ້ນ ຄື ໜຶ່ງອາທິດຜ່ານມາ,ທົ່ວປະເທດ ມີອຸປະຕິ ເຫດເກີດຂຶ້ນ 136 ກໍລະນີ ມີຜູ້ເສຍຊີວິດ 28 ຄົນ ທຽບໃສ່ໃນ ໄລຍະດຽວກັນເພີ່ມຂຶ້ນ 18 ກໍລະ ນີ ແລະ ຜູ້ເສຍຊີວິດເພີ່ມ
ຂຶ້ນ 6 ຄົນ, ສ່ວນຫຼາຍພົບຜູ້ຂັບຂີ່ບໍ່ມີໃບ ອະນຸຍາດຂັບຂີ່ 143 ລາຍ, ຂັບຂີ່ ລົດບໍ່ເຖິງອາຍຸກະສຽນ 23 ລາຍ ແລະ ອື່ນໆ ທີ່ພາໃຫ້ເກີດອຸປະຕິ ເຫດຄື ໃນວັນທີ 13 ກຸມພານີ້ ໄດ້ ເກີດອຸປະຕິເຫດລົດບັນທຸກປີ້ນ ຢູ່ເສັ້ນທາງເລກ 4 ເມືອງນານ ແຂວງ ຫຼວງພະບາງ ມີຜູ້ເສຍຊີ ວິດ 4 ຄົນ ແລະ ໃນວັນທີ 13 ກຸມ ພາ ໄດ້ເກີດອຸປະຕິເຫດ ຢູ່ເຂດ ບ້ານນາຄຳມົນ ເມືອງສອງຄອນ ແຂວງ ສະຫວັນນະເຂດ ເຮັດໃຫ້ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 2 ຄົນ.
        ເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນ ກ່າວວ່າ: ຈາກສະພາບ ດັ່ງກ່າວນີ້ ຂໍຮຽກຮ້ອງໃຫ້ປະຊາຊົນໂດຍສະເພາະຜູ້ໃຊ້ລົ ດໃຊ້ຖະໜົນໄດ້ເອົາໃຈໃສ່ປະຕິບັດ ກົດລະບຽບຈະລາຈອນ ແລະ ມີ ສະຕິໃນການຂັບຂີ່ລົດ ເພື່ອຄວາມ ປອດໄພຂອງຊີວິດ.

No comments:

Post a Comment