Ad

Ad

20 February 2013

ການຂົນສ່ົງຂ້າມແດນແບບເສລີໃນອາຊຽນຈະເລີ່ມເປີດສາກໃນເວລາອັນໃກ້ນີ້



          ຕາມໜັງສືພິມ NiKKei   ຍ່ີປຸ່ນ ໄດ້ລາຍງານໃນວັນທີ 31 ມັງກອນ 2013 ນີ້ວ່າ: ການຂົນສົ່ງຂ້າມແດນ ຈະເລີ່ມ ເປີດເສລີຢ່າງເປັນຮູບປະທຳໃນເຂດອະນຸພາກພື້ນແມ່ນ້ຳຂອງທີ່ເປັນຂົງເຂດທຸລະກິດທີ່ບັນດາບໍລິສັດ ຍີ່ປຸ່ນ, ອາເມລິກາ ແລະ ເອີຣົບພວມ ມີ ການຂະຫຍາຍຕົວພາຍຫລັງ 3 ປະ ເທດ ຄື ສປປ ລາວ,ຫວຽດ ແລະ ກຳປູເຈຍໄດ້ບັນລຸຂໍ້ ຕົກລົງ ແລະລົງ ນາມໃນບົດບັນ ທຶກ ຄວາມຊ່ວຍຈຳ (MOU ) ວ່າ ດ້ວຍການຂົນສົ່ງທາງບົກເພື່ອຈຸດ ປະສົງໃນການປັບປຸງຂັ້ນຕອນການ ແຈ້ງພາສີຂອງລົດຂົນສົ່ງ ສິນຄ້າ ແລະ ລົດໂດຍສານໃຫ້ມີ ຄວາມສະດວກ ແລະ ວ່ອງໄວຂຶ້ນ ກວ່າເກົ່າ. ລະບົບພະລາທິການ ຂົນສົ່ງ ( losgistic ) ດັ່ງກ່າວຈະ ນຳຄວາມສະດວກໃຫ້ແກ່ບັນດາ ຜູ້ຜະລິດເຄື່ອງອາໄຫລ່ພາຫະນະທີ່ມີການຂະຫຍາຍການ ຜະລິດ ຂອງເຂົາເຈົ້າຢູ່ຫວຽດນາມ, ບັນ ດາໂຮງງານປະກອບພາຫະນະ ຢູ່ປະເທດໄທ ແລະ ຜູ້ລົງທຶນທີ່ພວມມີທ່າອ່ຽງເພີ່ມ ຂຶ້ນຢ່າງ ໄວ ຢູ່ປະເທດມຽນມາ ຊຶ່ງຈຸດນີ້ ເອງ ຈະກາຍເປັນການດຶງດູດ ການລົງ ທຶນໃນຂະແໜງອຸດສາຫະກຳຈາກຕ່າງປະ ເທດສະເພາະ ຢູ່ ສປປ ລາວ ກໍມີທ່າແຮງບໍ່ໜ້ອຍ ກວ່າປະເທດອື່ນໆໃນຂົງເຂດນີ້ ສະນັ້ນການຂົນສົ່ງແບບຕ່ອງໂສ້ໃນການສະ ໜອງອາໄຫລ່ໃນ ສ່ວນພາກພາຫະນະຈະມີປະສິດ ທິພາບສູງຍິ່ງຂຶ້ນແລະສາມາດ ດຶງດູດການລົງທຶນຂອງບັນດາບໍລິສັດຍີ່ປຸ່ນ ເຂົ້າມາລາວຫລາຍຂຶ້ນ.    
 
            ພາຍໃຕ້ບົດບັນທຶກຄວາມ ຊ່ວຍຈຳນີ້ຈະເຮັດໃຫ້ມີເສັ້ນທາງ ຂົນສົ່ງ 22 ເສັ້ນ ແລະ 15 ດ່ານສາ ກົນຢູ່ 3 ປະເທດ ຈະຖືກເປີດເສລີ ຂະນະທີ່ບົດບັນທຶກຄວາມຊ່ວຍ ຈຳນີ້ຈະມີຜົນບັງຄັບໃຊ້ໃນກາງປີ 2013 ໂດຍຄາດວ່າ : ໄລຍະເລີ່ມ ຕົ້ນທຳ ອິດຈະໃຫ້ສິດໃນການຂົນ ສົ່ງເປັນພາຫະນະຂົນສົ່ງທຸລະກິດ ເຊັ່ນ: ລົດຂົນສົ່ງສິນຄ້າ, ລົດຂົນ ສົ່ງໂດຍສານ ແລະ ອື່ນໆຈຳ ນວນ 450 ຄັນ ( ກຳນົດ150 ຄັນຕໍ່ປະ ເທດ) ພອ້ມດຽວກັນນັ້ນສຳລັບພາ ຫະນະທີ່ມີໃບອະນຸຍາດດັ່ງກ່າວຈະສາມາດຂັບຂີ່ ໄດ້ໃນ 3 ປະເທດ ໄດ້ຕາມເສັ້ນທາງ ແລະ ດ່ານສາ ກົນທີ່ກຳນົດໄວ້.         
       ບົດບັນທຶກດັ່ງກ່າວຍັງລະບຸ ວ່າ : ຈະເຮັດໃຫ້ລົດຂົນສົ່ງສິນຄ້າ ສາມາດຜ່ານແດນໂດຍບໍ່ຕ້ອງ ເສຍຄ່ຽນຖ່າຍສິນຄ້າ ເຖິງວ່າຈະ ມີຄວາມຈຳເປັນໃນການແຈ້ງ ເສຍພາສີ ແລະ ກວດກາເຊື້ອພະ ຍາດ ຕາມບັນດາຈຸດຜ່ານແດນຕ່າງໆ.ນອກນັ້ນຍັງ ມີແຜນຈະກຳ ນົດຂັ້ນຕອນຕ່າງໆໃຫ້ເປັນມາດ ຕະຖານເຊັ່ນ:ແບບເອກະສານ ແຈ້ງພາສີ ແລະ ອື່ນໆໃນ 3 ປະ ເທດ.         
        ຫວຽດນາມມີອຸດສາຫະກຳ ຫລອມເຫລັກ ແລະ ຜະລິດອາ ໄຫລ່ພາຫະນະພວມຂະຫຍາຍຕົວ,ສ່ວນໄທມີແຫລ່ງອຸດ ສາຫະກຳຜະລິດພາຫະນະລາຍໃຫຍ່ມີ ມູນຄ່າເຖິງ 8 ຕື້ກວ່າໂດລາໃນປີ 2011 ຂະຫຍາຍຕົວເຖິງ 1,7 ເທົ່າ ໃນໄລຍະ 5 ປີ ຜ່ານມາ.ດ້ວຍເຫດ ນີ້ເຮັດໃຫ້ຫວຽດ ແລະ ໄທມີການຂະຫຍາຍຕົວດ້ານການຄ້າແລະຂົນສົ່ງເພີ່ມຂຶ້ນມາຮອດປັດຈຸບັນນີ້, ການຂົນສົ່ງລະຫວ່າງ ຫວຽດ ນາມ ແລະ ໄທທາງທ່າເຮືອ ໃຊ້ເວ ລາ 7-10 ມື້ ແລະ ທາງບົກໃຊ້ເວ ລາ 3-4 ມື້, ແຕ່ຖ້າຈັດຕັ້ງ ປະຕິບັດບົດບັນທຶກຄວາມຊ່ວຍຈຳສະບັບ ນີ້ແລ້ວຈະສາມາດຫລຸດເວລາ ໄດ້ ເຖິງ 2 ມື້.ກຸ່ມປະເທດອາຊຽນສືບ ຕໍ່ພັດທະນາ ລະບົບໂຄງລ່າງພື້ນ ຖານຄົມມະນາຄົມ-ຂົນສົ່ງເພື່ອ ຮອງຮັບການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນໃນປີ 2015. ຂົງເຂດ ອະນຸພາກພື້ນແມ່ນ້ຳຂອງ ເປັນສູນກາງສຳຄັນຂອງການ ຂົນສົ່ງ.ສະນັ້ນຖ້າການຂົນສົ່ງ ທາງບົກລະຫວ່າງຫວຽດນາມ ແລະ ໄທ ໄດ້ຮັບການສົ່ງເສີມ,ອຸດ ສາຫະກຳທີ່ໃຊ້ແຮງງານຈຳນວນ ຫລາຍຈະເຄື່ອນຍ້າຍມາ ສປປ ລາວ ແລະ ກຳປູເຈຍຫລາຍຂຶ້ນ ກວ່າເກົ່າເນື່ອງຈາກຄ່າແຮງງານ ຖືກ,ອຸດສາຫະກຳທີ່ຊຳນານໃນ ການປະກອບ ແລະ ຜະລິດອາ ໄຫລ່ຈະສ້າງຂຶ້ນຢູ່ໄທ ແລະປະ ເທດອື່ນໆໃນຂົງເຂດດັ່ງກ່າວ. 

No comments:

Post a Comment