Ad

Ad

20 February 2013

ລັດຖະບານອົດສະຕຣາລີສືບຕໍ່ໃຫ້ທຶນການສຶກສາແກ່ນັກສຶກສາມະຫາວິທະຍາໄລ ແຫ່ງຊາດ



     ລັດຖະບານອົດສະຕຣາລີ ໄດ້ ສືບຕໍ່ໃຫ້ທຶນການສຶກສາຈຳນວນ 70 ທຶນແກ່ນັກ ສຶກສາມະຫາວິທະຍາໄລແຫ່ງ ຊາດພາຍໃຕ້ໂຄງ ການທຶນການສຶກສາລາວ-ອົດສະ ຕຣາລີ ສຳລັບຮຽນພາຍໃນປະ ເທດ ໂດຍໃນວັນທີ 19 ກຸມພານີ້ ຢູ່ນະຄອນຫລວງວຽງຈັນ, ທ່ານ ບ໋ອບ ຄາ ລັດຖະມົນຕີວ່າການກະຊວງການຕ່າງປະເທດອົດສະຕຣາລີໄດ້ມອບ ທຶນການ ສຶກສາ ດັ່ງກ່າວ ແລະ ມີທ່ານ ດຣ ພັນຄຳ ວິພາວັນ ລັດຖະມົນຕີວ່າການກະ ຊວງສຶກສາທິການ ແລະ ກິລາ, ບັນດາຄູ-ອາຈານຈາກມະຫາວິ ທະຍາໄລແຫ່ງຊາດ ແລະ ພາກ ສ່ວນກ່ຽວຂ້ອງສອງຝ່າຍເຂົ້າ ຮ່ວມເປັນສັກຂີພະຍານ.
       ລັດຖະມົນຕີວ່າການ ກະຊວງການຕ່າງປະເທດອົດ ສະຕຣາລີ  ກ່າວວ່າ: ການສຶກ ສາເປັນກະແຈທີ່ສຳຄັນຕໍ່ການພັດ ທະນາເສດຖະກິດ-ສັງຄົມ ຂອງ ລາວໃນອະນາຄົດ. ເປົ້າໝາຍ ຂອງໂຄງການທຶນ ການສຶກສາ ລາວ-ອົດສະຕຣາລີສຳລັບຮຽນ ພາຍໃນປະເທດແມ່ນສະໜັບສະ ໜູນໄວໜຸ່ມຍິງ ແລະ ຊາຍ ທີ່ມາ ຈາກເຂດຫ່າງໄກສອກຫລີກ ແລະ ຕົວເມືອງທີ່ດ້ອຍໂອ ກາດ ດ້ານການສຶກສາໃນ ສປປ ລາວ
ເພື່ອໃຫ້ເຂົາເຈົ້າໄດ້ສືບຕໍ່ຮ່ຳຮຽນ ໃນລະດັບປະລິນຍາຕີ ຢູ່ມະຫາວິ ທະຍາໄລແຫ່ງຊາດ ໃນສາຂາຕ່າງໆ. ນອກຈາກນີ້,ໂຄງການ ດັ່ງກ່າວ ຍັງໄດ້ຮ່ວມມືກັບມະຫາ ວິທະຍາໄລແຫ່ງຊາດເພື່ອສ້າງທັກສະໃນການບໍລິ ຫານ  ແລະຄຸ້ມ ຄອງທຶນການສຶກສາ ແລະ ການໃຫ້ຄວາມຊ່ວຍເຫລືອນັກຮຽນ ເພື່ອສ້າງຊັບພະຍາກອນທີ່ມີຄວາມຮູ້ຄວາມ ສາມາດຮຸ່ນຕໍ່ໆ ໄປບໍ່ວ່າຈະ ຢູ່ໃນອົງການຈັດຕັ້ງ ລັດ ຫລື ພາກເອກະຊົນ.       
     ໃນໂອກາດດັ່ງກ່າວ,ລັດ ຖະມົນຕີວ່າການກະຊວງສຶກສາ ທິການ ແລະ ກິລາ ໄດ້ກ່າວສະ ແດງຄວາມຂອບໃຈມາຍັງທ່ານ ບ໋ອບ ຄາ ຜ່ານໄປຍັງລັດຖະບານ ກໍຄືປະຊາຊົນອົດສະຕຣາລີ ທີ່ໄດ້ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍຂົງເຂດເປັນ ຕົ້ນແມ່ນການສຶກສາ,ການພັດທະນາ ຊົນນະບົດ ແລະ ອື່ນໆ ຊຶ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ.ພ້ອມ ທັງສະແດງຄວາມຫວັງວ່າ:ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາຈະສືບຕໍ່ ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ແລະ ປະຊາຊົນອົດສະຕຣາລີ ໃນຄັ້ງຕໍ່ໄປ.
   ໂຄງການທຶນການສຶກສາລາວ- ອົດສະຕຣາລີສຳລັບຮຽນພາຍ ໃນປະເທດ ໄດ້ເລີ່ມຈັດຕັ້ງປະຕິ ບັດມາແຕ່ປີ 2012 ເພື່ອໃຫ້ ທຶນການສຶກສາປີລະ 70 ທຶນ ເປັນທຶນ ສຶກສາຕະຫລອດໄລຍະການສຶກ ສາ 4 ປີ ໃນນັ້ນ ລວມມີຄ່າລົງທະບຽນ,ຄ່າຮຽນ,ຄ່າ ຫໍພັກ,ຄ່າເດີນ ທາງໄປຢາມບ້ານໃນເວລາພັກ ຮຽນ, ຄ່າປະກັນໄພອຸປະຕິເຫດ, ຄ່າປິ່ນປົວ ພ້ອມທັງມີການຈັດຕັ້ງ ການຮຽນ ພາສາອັງກິດອາທິດ ລະ 9 ຊົ່ວໂມງ.
     ຂ່າວຍັງໃຫ້ຮູ້ອີກວ່າ: ໃນຕອນ ເຊົ້າວັນດຽວກັນ,ທ່ານ ບ໋ອບ ຄາ ລັດຖະມົນຕີວ່າການກະຊວງ ການ ຕ່າງປະເທດອົດສະ ຕຣາລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ໄປຢ້ຽມຢາມໂຮງໝໍມະໂຫ ສົດ ເພື່ອເບິ່ງການປະຕິບັດໜ້າທີ່ ຂອງທີມງານແພດ ຈາກອົງການອິນເຕີພລັສອົດສະຕຣາລີ ແລະ ນິວຊີແລນ.ຈາກນັ້ນກໍໄດ້ເດີນ ທາງ ໄປຢ້ຽຢາມ ແລະ ພົບປະກັບ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫລວງພະບາງ.

No comments:

Post a Comment