Ad

Ad

20 February 2013

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງດອນແດງ-ຕານມີໄຊ



     ພິທີມອບ - ຮັບ ແລະ ເປີດນຳ ໃຊ້ເສັ້ນທາງດອນແດງ - ຕານມີ ໄຊ ​ໃນ​ນຄອນ​ຫລວງ​ວຽງ​ຈັນ ໄດ້ ມີຂຶ້ນຕອນເຊົ້າວັນທີ 19 ກຸມພານີ້ ຢູ່ເສັ້ນທາງດັ່ງກ່າວລະຫວ່າງ ບ້ານ ໂພນຕ້ອງຫາບ້ານດອນ ແດງ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນໂດຍ ການເຂົ້າ ຮ່ວມຂອງທ່ານ ສຸກັນ ມະຫາ ລາດ ເຈົ້າຄອງນະຄອນຫລວງ ວຽງຈັນ.
    ທ່ານ ຮົວ ແສງອາລຸນ ປະທານ ກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ ດຽວ,ຜູ້ຮັບ ເໝົາໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ກ່າວວ່າ:ພາຍຫລັງໄດ້ມີພິທີເສັນຊັນຍາຮັບ ເໝົາ ລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງ ວຽງຈັນກັບ ກຸ່ມບໍລິສັດຕັງຈະ ເລີນຈຳກັດ ໃນທ້າຍເດືອນ ພະ ຈິກ 2011 ເພື່ອກໍ່ສ້າງເສັ້ນທາງ ທີ່ມີຄວາມຍາວ 8 ກວ່າກິໂລ ແມັດຢູ່ເຂດ ເມືອງຈັນທະບູລີ ແລະ ໄຊທານີ ໃຫ້ໄດ້ ມາດຕະຖານ ເຊິ່ງແມ່ນໂຄງການນອນໃນ ແຜນປັບປຸງພື້ນຖານໂຄງລ່າງ ແລະ ລະບົບ ຕາໜ່າງເສັ້ນທາງ ຜັງເມືອງສາຍຫລັກ ເພື່ອຮອງຮັບ ການຂະຫຍາຍຕົວຂອງຕົວເມືອງ ໃນນະຄອນຫລວງວຽງຈັນ.ໃນນັ້ນ ເສັ້ນທາງແຕ່ສົ້ນຂົວດອນ ແດງ-ຕານມີໄຊ ມີຄວາມຍາວ 5.528 ແມັດ,ກວ້າງ12 ແມັດ, ເສັ້ນທາງສາມແຍກໂພນຕ້ອງ ສະ ຫວາດ- ສາມແຍກໜອງ ທາ ໃຕ້
ມີຄວາມຍາວ 805 ແມັດ, ກວ້າງ 10 ແມັດ,ທັງສາມເສັ້ນ ທາງປະກອບມີລະບົບລະບາຍ ນ້ຳ, ທາງຄົນຍ່າງ ແລະ ໄຟເຍືອງ ທາງຄົບຊຸດ.ມີມູນຄ່າການກໍ່ສ້າງ ປະມານ 23 ລ້ານກວ່າໂດລາສະຫະລັດໂດຍແມ່ນບໍລິ ສັດເປັນຜູ້ ລົງທຶນກ່ອນ ແລະ ລັດຈະຊຳລະ ຄືນພາຍຫລັງໃນແຕ່ລະປີ.
    ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງ ກ່າວວ່າ: ເສັ້ນທາງ ດັ່ງກ່າວຖືວ່າຮັບປະກັນ ໄດ້ທາງ ດ້ານເຕັກນິກ ແລະ ຄວາມປອດ ໄພໃນການໄປມາຂອງຜູ້ສັນ ຈອນໂດຍສະເພາະແມ່ນຈະສາ ມາດຊ່ວຍຫລຸດຜ່ອນຄວາມແອອັດຂອງການສັນ ຈອນໃນຕົວເມືອງໄດ້ຫລາຍສົມຄວນ.

No comments:

Post a Comment