Ad

Ad

20 February 2013

ຈະຕັດເສັ້ນທາງດິນແດງລຽບ ຊາຍແດນ ລາວ-ຫວຽດນາມ ເຂດເມືອງເຊໂປນ



    ພິທີເຊັນສັນຍາໂຄງການກໍ່ ສ້າງທາງດິນແດງຈຳນວນ 5 ເສັ້ນ ລຽບຕາມຊາຍແດນ ລາວ- ຫວຽດນາມ ມີຄວາມຍາວ 70 ກວ່າກິໂລແມັດ ເຂດເມືອງເຊ ໂປນ ແຂວງສະຫວັນນະເຂດ ລະ ຫວ່າງພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະ ເຂດ ກັບບໍລິສັດສີເມືອງກຣຸບຈຳ ກັດ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 18 ກຸມພານີ້ ຢູ່ໂຮງແຮມດາວສະ ຫວັນ ແຂວງສະຫວັນນະ ເຂດລະຫວ່າງທ່ານ ດຣ. ແສງທອງ ວັງ ແກ້ວມະນີ ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງແຂວງສະ ຫວັນນະເຂດ, ທ່ານ ສີທົນ ນັນທະ ລາດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ເອກະພັນ ພະພິທັກ ປະທານ ກຸ່ມ ບໍລິສັດສີເມືອງກຣຸບຈຳກັດ ໂດຍຊ້ອງໜ້າທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນນະເຂດ.
    ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະ ເຂດ ກ່າວວ່າ: ເສັ້ນທາງລຽບ ຕາມຊາຍແດນ ລາວ-ຫວຽດ ນາມ ທີ່ຈະລົງມືກໍ່ສ້າງນີ້ມີຈຳ ນວນ 5 ເສັ້ນ, ຍາວ 70,1 ກິໂລ ແມັດ ໃນນີ້ມີເສັ້ນທາງແຕ່ບ້ານ ໃໝ່ຫາບ້ານກົກໝາກຍາວ 13,5 ກິໂລແມັດ, ເສັ້ນທາງແຕ່ບ້ານກະ ດໍຫາຊຽງຕູບຍາວ 18,7 ກິໂລ ແມັດ, ເສັ້ນທາງບ້ານລາກຫາ ບ້ານກອກຍາວ 3,7 ກິ ໂລແມັດ, ເສັ້ນທາງສົບສະລູຫາລະເວີນ ຍາວ 11,1 ກິໂລແມັດ ແລະ ເສັ້ນ ທາງບ້ານອາວຽນ (ລະໂກ) ຫາ ບ້ານຊຽງຕູບຍາວ 23,1 ກິໂລ ແມັດ ເຊິ່ງທາງດັ່ງກ່າວເປັນທາງ ດິນແດງກວ້າງ 5 ແມັດ ໂດຍໃຊ້ ເວລາກໍ່ສ້າງ 3-5 ປີ ໃຫ້ສຳເລັດ ໃນມູນຄ່າ 132 ຕື້ກວ່າກີບ.
     ການກໍ່ສ້າງເສັ້ນທາງດັ່ງກ່າວ ນີ້ເປັນສ່ວນສຳຄັນໃຫ້ແກ່ການ ພັດທະນາເສດຖະກິດເຂດພູດອຍ ມີການຂະຫຍາຍຕົວ ໂດຍເປົ້າ ໝາຍຕົ້ນຕໍເປັນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນຢູ່ເຂດ ຫ່າງໄກສອກຫລີກ. ອີກຢ່າງໜຶ່ງ ການພັດທະນາ ທີ່ຕິດພັນກັບການ ທ່ອງທ່ຽວ ເພາະເຂດນີ້ເປັນເຂດ ທີ່ມີແຫລ່ງທຳມະຊາດປ່າໄມ້ທີ່ ງົດງາມອຸດົມສົມບູນ.

No comments:

Post a Comment