Ad

Ad

20 February 2013

ບໍ່ຄຳເຊໂປນ ຖືສຳຄັນຕໍ່ການສ່ົງ ເສີມວັດທະນະທຳລາວ



      ເມື່ອມໍ່ໆມານີ້, ບໍລິສັດ MMG ລ້ານຊ້າງມີເນໂຣນ ໄດ້ຮ່ວມກັບ ປະຊາຊົນທ້ອງຖິ່ນ ເຮັດສຳເລັດ ພິທີສົມໂພດພະ ພຸດທະຮູບ ສູງຂະ ຫນາດ 1,5 ແມັດ ໄປປະດິດສະຖານໄວ້ຢູ່ວັດ ບ້ານນ້ຳຈະໂລະ ເມືອງວິລະບູລີ ແຂວງສະຫວັນ ນະເຂດ ເຊິ່ງເປັນບ້ານທີ່ຕັ້ງຢູ່ໃກ້ ກັບເຂດບໍ່ຄຳເຊ ໂປນທັງນີ້ກໍ ເພື່ອປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສົ່ງເສີມວັດ ທະນະທຳຂອງ ທ້ອງຖິ່ນ ກໍຄື ສປປ ລາວ ໄວ້ໃຫ້ຍືນຍົງຄົງໂຕ ຕະຫລອດໄປ.
    ນັບແຕ່ 2008 ເປັນຕົ້ນມາ, ບໍ່ຄຳເຊໂປນກໍຄືບໍລິສັດລ້ານຊ້າງ ມີເນໂຣນ, ໄດ້ບໍລິຈາກທອງ ຫຼາຍກວ່າ 17 ໂຕນ ເພື່ອປະ ກອບສ່ວນເຂົ້າໃນການຫລໍ່ຍອດຊໍ່ຟ້າຫໍຫຼັກ ເມືອງວຽງຈັນ, ເຄື່ອງຫມາຍ ຊາດຢູ່ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ ແລະ ບັນດາພະພຸດ ທະຮູບຕ່າງໆເປັນຈຳ ນວນຫລາຍ ແລະ ສະເພາະປະກອບສ່ວນເຂົ້າໃນການຫລໍ່ຮູບ ເຈົ້າອະນຸວົງຢູ່ ນະຄອນຫລວງວຽງຈັນ.
      ທ່ານ ສະຫມານ ອາເນກາ ຜູ້ອຳນວຍການບໍລິສັດດັ່ງກ່າວ ເປີດເຜີຍວ່າ : ນັບແຕ່ມີການຂຸດ ຄົນບໍ່ຄຳເຊໂປນເປັນຕົ້ນມາ ເຊິ່ງ ຍາມໃດບໍລິສັດກໍໃຫ້ຄວາມສຳຄັນຕໍ່ການຄົ້ນພົບວັດຖຸບູຮານ ຕ່າງໆໃນເຂດໂຄງການ  ແລະ ໄດ້ສົມທົບກັບກົມມໍລະດົກ
ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ້ອງຖິ່ນເກັບຮັກສາໄວ້ເປັນຢ່າງດີ ແລະ ຕາມນັກບູຮານຄະດີທີ່ເຮັດວຽກຢູ່ບໍ່ ຄຳເຊ ໂນກໍໄດ້ຄົ້ນພົບສິ່ງກຳເນີດຂອງ ວັດຖຸບູຮານຈຳນວນຫນຶ່ງຢູ່ທົ່ວອາຊີ ແມ່ນມີຕົ້ນກຳເນີດ ແລະ ຜະລິດມາຈາກທອງຂອງ ເຊໂປນ ທີ່ເປັນເວລາມາດົນກວ່າ 2.000 ປີ ກໍມີ, ອັນໄດ້ກາຍເປັນສິ່ງເອກອ້າງຂອງລາວເຮົາ.
      ນັບແຕ່ປີ 2005 ເປັນຕົ້ນມາ  ບໍ່ຄຳເຊໂປນໄດ້ຜະລິດທອງໄດ້ ຫລາຍກວ່າ 660.000 ໂຕນແລ້ວ ແລະ ສ່ວນຫລາຍ ແມ່ນຂາຍໃຫ້ຕະຫລາດປະເທດເພື່ອນບ້ານ ເພື່ອດຳເນີນການຜະລິດສາຍໄຟ ຟ້າ  ແລະ ທໍ່ສ່ົງສິ່ງຕ່າງໆດ້ວຍ ທອງ. ນອກ ນັ້ນຍັງສາມາດຜະ ລິດແທ່ງຄຳປະສົມໄດ້ເປັນຈຳນວນຫລາຍສົມຄວນ.
     ຕາມການຢືນຢັນຂອງຕະ ຫລາດແລກປ່ຽນໂລຫະຢູ່ລອນດອນປະເທດອັງກິດ ວ່າ : ທອງ ເຊໂປນ ເປັນທອງທີ່ມີຄຸນນະ ພາບລະດັບຫນຶ່ງ ( ເກຣດ A )   ໂດຍສະເລ່ຍແລ້ວຈະຢູ່ໃນຄວາມສົດ 99,9% ອັນຈະເປັນສິ່ງອຳນວຍຄວາມສະດວກໃຫ້ ແກ່ຜູ້ນຳມາປຸງແຕ່ງເປັນຜະລິດຕະພັນອື່ນໆໄດ້ສະບາຍກວ່າ.

No comments:

Post a Comment