Ad

Ad

19 February 2013

ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງຄຶກຄື້ນ



        ງານມະຫະກຳບຸນຊ້າງປະຈຳປີ 2013 ຂອງ​ແຂວງ​ໄຊ​ຍະ​ບູລີ ໄດ້ຈັດ ຂຶ້ນຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ຄຶກຄື້ນ ໃນຕອນ ເຊົ້າວັນທີ 18 ກຸມພານີ້ ຢູ່ສະໜາມຫຼວງ ແຄມນ້ຳ ຮຸ່ງ ເມືອງ ແລະ ແຂວງ ໄຊຍະບູລີ ພາຍໃຕ້ຄຳ ຂວັນ: “ຊ້າງ ກັບ ວິຖີຊີວິດ” ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ມີ ທ່ານ ສຸກັນ ມະຫາລາດ ເຈົ້າ ຄອງນະຄອນຫຼວງ, ທ່ານ ດຣ ລຽນທິແກ້ວ ເຈົ້າແຂວງແຂວງໄຊຍະບູລີ ແລະ ມວນຊົນ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
           ມີຫຼາຍກິດຈະກຳທີ່ໃຫ້ການບໍລິການຈັບຕາແກ່ບັນດານັກທ່ອງທ່ຽວ ກໍຄືຜູ້ເຂົ້າ ຊົມໃນງານຄັ້ງນີ້ ເປັນຕົ້ນ: ງານວາງ ສະແດງສິນຄ້າ, ການສະແດງສີລະປະ, ການແຫ່ຂະບວນຊ້າງ ແລະ ອື່ນໆ...ໂດຍທາງແຂວງໄດ້ໃຊ້ງົບຫຼາຍ ກວ່າ 2 ຕື້ກີບ ເຂົ້າໃນການກະກຽມຈັດງານ ເພື່ອສ້າງຄວາມຈັບ​ອົກ​ຈັບໃຈໃຫ້ແກ່ນັກທ່ອງທ່ຽວກໍຄືຜູ້ເຂົ້າຊົມ ​ແລະ ຈະ ຊ່ວຍກະຕຸກ​ຊຸກຍູ້ ວຽກງານທ່ອງທ່ຽວຂະຫຍາຍຕົວໄປຄຽງຄູ່ກັບການອະນຸລັກປະເພນີວັດທະນະທຳຂອງຊາວ ແຂວງໄຊຍະບູລີ ທີ່ຕິດພັນກັບ ວິຖີຊີວິດຂອງຊ້າງມາເປັນເວລາດົນນານ.

         ທ່ານ ພັນເອກ ບຸນຍັງ ຈັນດາລະສານ ກ່າວໃນພິທີ ວ່າ: ແຂວງ ໄຊຍະບູລີ ເປັນ ໜຶ່ງໃນແຂວງ ທີ່ມີການອະນຸ ລັກ ຊ້າງໄວ້ຫຼາຍທີ່ສຸດ ໃນບັນ ດາແຂວງຕ່າງໆຂອງລາວ ໂດຍປັດຈຸບັນໃນແຂວງມີ ຊ້າງ ທັງໝົດ 377 ໂຕ ແລະ ການຈັດງານ ບຸນຊ້າງນີ້ໄດ້ເລີມເປັນຄັ້ງ ທຳອິດນັບແຕ່ປີ 2007 ເປັນຕົ້ນ ມາທີ່ ບ້ານ ວຽງແກ້ວ ເມືອງ ຫົງສາ ແລະ ມາໃນປີ 2008 - 2011 ກໍໄດ້ສືບຕໍ່ຈັດຂຶ້ນໃນລະດັບເມືອງ ໂດຍ ພັດປ່ຽນກັນ ເປັນເຈົ້າພາບ ແລະເພື່ອໃຫ້ ແທດເໝາະກັບຄວາມພູກພັນຂອງຊ້າງກັບ ປະຊາຊົນລາວກໍ ຄືຊາວ ແຂວງ ໄຊຍະບູລີ ທີ່ມີ ມາແຕ່ດົນນານນັ້ນ ມາຮອດປີ 2012 ທາງການແຂວງ ຈຶ່ງໄດ້ ຍົກງານດັ່ງກ່າວ ຂຶ້ນໃນລະ ດັບແຂວງ. ດັ່ງນັ້ນ ​ໃນ​ງານ​ຄັ້ງນີ້ຍັງ​ຈັດ​ໃຫ້​ມີ​ງານວາງ ສະແດງສິນຄ້າ, ບ່ອນສາຍຮູບ ເງົາສາລະຄະດີກ່ຽວກັບຊ້າງ ແລະ ອື່ນໆ... ເຊິ່ງ ກິດຈະກຳ ຕົ້ນ ຕໍ່ໃນງານປະກອບມີ:  ການສະແດງຄອນເສີດລາວ - ໄທ, ການສະແດງຟ້ອນປະ ກອບ ສຽງເພັງຂັບລຳທີ່ເປັນ ເອ ກະລັກຂອງ 8 ເຜົ່າ​ໃນ​ແຂວງ​​ໄຊ​ຍະ​ບູລີ ​ແລະ ການ ສະ​ແດງ​ລະ​ຄອນ​ເລື່ອງ “ໄຊຍະບູ ລີຊ້າງແສນຮູ້ ມິ່ງເມືອງ ແກ້ວແຫ່ງລາວລ້ານ ຊ້າງ”, ການປະກວດທິດາບຸນ ຊ້າງ, ການຈຳລອງວິຖີຊີວິດ ຂອງ ຄົນກັບຊ້າງ, ການປະກວດ ຊ້າງງາມ ແລະ ການສະແດງຊ້າງຄຳຮູ້. ນອກນັ້ນ ກໍມີພິທີຂະບວນແຫ່ກ້ອນກຳຫຼັງ ທີ່ເປັນເອກະລັກຂອງ 8 ເຜົ່າທີ່ ໃຊ້ຈຳນວນ ນັກສະແດງເຖິງ 1 ພັນກວ່າຄົນ ແລະ ຂະບວນ ຊ້າງ 64 ໂຕທີ່ເຂົ້າຮ່ວມງານ ດັ່ງກ່າວ ໂດຍແບ່ງອອກເປັນ ຂະບວນແຫ່ຊ້າງ ອອກເສີກ 10 ໂຕຂອງເຈົ້າຟ້າງຸມ, ຂະບວນ ລຳ ລຽງຂົນສົ່ງຂອງຊ້າງ 10 ໂຕ, ຂະບວນຊ້າງຮັບໃຊ້ການ ທ່ອງທ່ຽວ 10 ໂຕ ແລະ ຂະບວນຊ້າງຄຳຮູ້ອີກຈຳນວນໜຶ່ງ, ພ້ອມນັ້ນຍັງມີພິທີບາສີສູ່ຂວັນຊ້າງ, ຈັດອາຫານໃຫ້ແກ່ຊ້າງ ແລະ ກິດຈະກຳ ອື່ນໆ. ໝັງໝົດນີ້ ເປັນກິດຈະກຳ ຕ່າງໆຂອງບຸນຊ້າງປີ 2013 ເຊິ່ງໃນວັນທີ່ 19 ໄດ້ມີ ການສາທິດເຝິກຊ້າງນ້ອຍ, ການໃຊ້ແຮງ ງານຊ້າງ, ເອົາຊ້າງອາບນ້ຳ ແລະ ຈັດບໍລິການຂີ່ຊ້າງໃຫ້ແກ່ນັກທ່ອງທ່ຽວກ່ອນຈະມີການປິດພິທີຢ່າງເປັນທາງການ.
             ໜ່ວຍງານ ຝ່າຍປະ ສານສຳພັນການທ່ອງທ່ຽວ ແຂວງ ທ່ານ ສາຍສະໝອນ ໃຫ້ສຳພາດວ່າ: ເລີມແຕ່ມື້ຈັດງານ ວັນທີ 12 ກຸມພາ 2013 ເປັນຕົ້ນມາ ບັນດາເຮືອນພັກ, ສະຖານທີ່ພັກເຊົາລ້ວນແລ້ວ ແຕ່ຖືກຈັບຈອງ ແລະ ເຕັມໄປ ດ້ວຍນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອລໍຖ້າຊົມພິທີເປີດງານມະຫາກຳ ດັ່ງກ່າວ ເຊິ່ງຄາດວ່າງານມະຫາກຳບຸນຊ້າງ ຄັ້ງນີ້ ຈະ​ເປັນ​ສ່ວນ​ສຳຄັນ ເພື່ອ​ກະຕຸ​ນຊຸກຍູ້ຂະແໜງການທ່ອງທ່ຽວ ແຂວງມີບາດກ້າວຂະຫຍາຍ ຕົວຂຶ້ນໄປຄຽງຄູ່ກັບການອະນຸ ລັກວັດທະນະທຳທາງທຳມະຊາດ ແລະ ສັງຄົມນຳ​ອີກ.

No comments:

Post a Comment