Ad

Ad

19 February 2013

ໂຮງຫມໍເມືອງຄູນແຂວງຊຽງຂວາງ ມີຫ້ອງຜ່າຕັດສຸກເສີນດ້ານປະສູດ ແລະ ພະຍາດຍິງແລ້ວ



    ​ໃນ​ວັນ​ທີ 12-15 ກຸມພາ​ນີ້, ທີ​ມງານ​ຜ່າຕັດ​ໂຮງໝໍ​ແມ່ ​ແລະ ​ເດັກ​ແດງ ນ​ຳ​ໂດຍ​ທ່ານ ຮສ. ດຣ. ບົວ​ວັນ ​ແສນ​ສະຖິດ ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ​ສູນ​ກາງ ພ້ອມ​ດ້ວຍ​ທ່ານ Urs Lauper ຫົວໜ້າ​ໂຄງການ​ລາວ​-ສະ​ວິດ ​ໄດ້​ລົງ​ເປີດ​ຫ້ອງ​ຜ່າຕັດ​ໃຫ້​ແກ່​ໂຮງໝໍ​ເມືອງ​ຄູນ​ເປັນ​ທາງ​ການ​ແລ້ວ ​ແລະ ​ໃນ​ໂອກາດ​ດັ່ງກ່າວ, ທີ​ມ ງານ​ຜ່າຕັດ​ຂອງ​ໂຮງໝໍ​ເມືອງ​ຄູນ ສົມທົບ​ກັບ​ທີ​ມງານ​ຜ່າຕັດ​ມາ​ຈາກ​ໂຮງໝໍ​ແມ່ ​ແລະ ​ເດັກ​ແດງ​ສູນ​ກາງ ​ໄດ້​ຜ່າຕັດ 5 ກໍລະນີ ຄື​ຜ່າຕັດ​ກ້ອນ​ເບົ້າມົດ​ລູກ 2 ກໍລະນີ, ຜ່າຕັດ​ເອົາ​ລູກ​ອອກ 2 ກໍລະນີ ​ແລະຜ່າຕັດ​ລູກ​ນອກ​ພົກ 1 ກໍລະນີ ການຜ່າຕັດ​ປະສົບ​ຜົນສຳ​ເລັດ ​ແລະ ບໍ່​ມີ​ອາການສົນ​ຫຍັງ​ເກີດ​ຂຶ້ນ ຍ້ອນ​ວ່າ​ຜ່ານ​ມາ​ໂຮງໝໍ​ແມ່ ​ແລະ ​ເດັກ​ ​ໄດ້​ເລືອກ​ເອົາ​ພະນັກ ງານ​ຂອງ​ໂຮງໝໍ​ເມືອງ​ຂັ້ນສູນ​ກາງ​ສ້າງ​ທີ​ມງານ​ຜ່າຕັດ​ຄົບ​ຊຸດ ລວມມີ​ທ່ານໝໍ​ຜ່າຕັດ, ທ່ານໝໍ​ວາງຢາ​ສະຫລົບ ຫລື ຟື້ນຟູ​ຊີບ, ພະຍາບານ​ສົ່ງ​ເຄື່ອງມື, ພະຍາ ບານ​ຊ່ວຍ​ຊີບ​ເດັກ​ເກີດ​ໃໝ່​ເປັນ​ເວລາ 1 ປີ ຢູ່​ໂຮງໝໍ​ແມ່ ​ແລະ ​ເດັກ​ ​ໂດຍ​ການ​ສະໜັບ ສະໜູນ​ທຶນຈາກ​ໂຄງການ​ຮ່ວມ​ມື​ລາວ- ສະ​ວິດ. ພ້ອມ​ນັ້ນ ​ໂຄງການ​ດັ່ງ ກ່າວ​ໄດ້​ປະກອບ​ເຄື່ອງມື​ວາງ ຢາ​ສະຫລົບ, ​ໂຕະ​ຜ່າຕັດ, ດອກ​ໄຟ​ຜ່າຕັດ ພ້ອມ​ດ້ວຍ​ເຄື່ອງມື​ຜ່າຕັດ​ສຸກ​ເສີນ​ຄົບ​ຊຸດ​ໃຫ້​ໂຮງໝໍ​ເມືອງ​ດັ່ງກ່າວ​ສາມາດ​ຜ່າຕັດ​ສຸກ​ເສີນ​ດ້ານ​ປະສູດ-ພະຍາດ​ຍິງ​ໄດ້. ຜ່ານ​ມາ​ຖ້າ​ມີ​ກໍລະນີ​ສຸກ​ເສີນ​ໄດ້​ສົ່ງ​ໄປ​ໂຮງໝໍ​ແຂວງ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ພາຫະ ນະ​ເປັນຕົ້ນຕອນ​ກາງຄືນ ​ແລະ ບາງ​ກໍລະນີ​ກໍ​ນຳ​ສົ່ງ​ບໍ່​ທັນ.
      ທ່ານ ຮສ. ດຣ ບົວ​ວັນ ​ແສນ​ສະຖິດ ຍັງ​ໃຫ້​ຮູ້​ວ່າ: ຈະ​ສົ່ງ​ທ່ານໝໍ​ຜ່າຕັດ ​ແລະ ທ່ານໝໍ​ວາງຢາ​ສະຫລົບ​ມາ​ຢູ່​ນຳ​ທີ​ມ ງານ​ຜ່າຕັດ​ຂອງ​ເມືອງ​ອີກ 2 ​ເດືອນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ປະສົບ​ການ​ໃຫ້​ເມືອງ​ດັ່ງ ກ່າວ​ຕື່ມ​ອີກ.

No comments:

Post a Comment