Ad

Ad

22 September 2016

ໂຮງແຮມ 5 ດາວ ຄຣາວພລາຊາວຽງຈັນ ຈະເປີດໃຫ້ບໍລິການທ້າຍປີນີ້

          ທ່ານ ໂອລີເວີ ຮອນ (Oliver Horn) ອຳນວຍການໃຫຍ່ໂຮງແຮມຄຣາວພລາຊາວຽງຈັນ (CROWNE PLAZA VIENTIANE), ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 21 ກັນຍານີ້ວ່າ: ໂຮງແຮມຄຣາວພລາຊາວຽງຈັນ ທີ່ພວມກໍ່ສ້າງຢູ່ຖະໜົນສາມແສນໄທ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນທີ່ມີຂະໜາດໃຫຍ່ນີ້, ເປັນໂຮງແຮມລະດັບ 5 ດາວໄດ້ມາດຕະຖານສາກົນແຫ່ງທຳອິດໃນລາວທີ່ນອນຢູ່ໃນເຄືອຂ່າຍທຸລະກິດໂຮງແຮມຄຣາວຈໍານວນ 420 ແຫ່ງທີ່ມີໃນທົ່ວໂລກ, ເປັນໂຮງແຮມຂອງນັກທຸລະກິດຫວຽດນາມ ແລະ ເລີ່ມກໍ່ສ້າງມາແຕ່ປີ 2013 ມີມູນຄ່າຫຼາຍລ້ານໂດລາສະຫະລັດ, ປັດຈຸບັນການກໍ່ສ້າງມີ
ຄວາມຄືບໜ້າຫຼາຍກວ່າ 75 % ແລ້ວ ແລະ ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2016 ນີ້.
             ທ່ານ ໂອລີເວີ ກ່າວວ່າ: ໂຮງແຮມແຫ່ງນີ້ມີຫ້ອງພັກຫຼາຍກວ່າ 190 ຫ້ອງ, ມີຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກຄົບວົງຈອນລະດັບສາກົນ ແລະ ເປັນໂຮງແຮມແຫ່ງທີ່ມີນະໂຍບາຍເນັ້ນໃສ່ການສ້າງວຽກເຮັດງານທຳໃຫ້ແກ່ຄົນພາຍໃນປະເທດເໝືອນດັ່ງໂຮງແຮມເຄືອຂ່າຍແຫ່ງອື່ນໆທີ່ເຄີຍສ້າງຜ່ານມາຢູ່ບັນດາປະເທດຕ່າງໆ, ໝາຍວ່າຈະໃຫ້ບູລິມະສິດພິເສດດ້ານບຸກຄະລາກອນຄົນລາວເປັນສ່ວນໃຫຍ່, ຊຶ່ງທາງໂຮມແຮມເອງໄດ້ມີແຜນທີ່ຈະຝຶກອົບຮົມດ້ານບຸກຄະລາກອນທີ່ຈະຮັບເຂົ້າມາເຮັດວຽກໃຫ້ມີຄວາມຮູ້, ຄວາມສາມາດ ແລະ ກ້າວໄປສູ່ການມີສີມືທີ່ຊຳນິຊຳນານ, ເພື່ອຮັບປະກັນດ້ານການບໍລິການຂອງໂຮງແຮມໃຫ້ມີມາດຕະຖານ, ສະອາດປອດໄພ ແລະ ມີຄວາມຫຼູຫຼາລະດັບສາກົນ.
            ທ່ານອຳນວຍການ ກ່າວວ່າ: ເຫດຜົນທີ່ເລືອກປະເທດລາວໃນການລົງທືນດ້ານນີ້ກໍເພາະ ວ່າປະເທດລາວພວມມີການພັດທະນາໃນຫຼາຍດ້ານ, ໂດຍສະເພາະເສດຖະກິດ ແມ່ນມີທ່ວງທ່າການຂະຫຍາຍຕົວໃນລະດັບສູງ, ຂະນະດຽວກັນການລົງທືນຂອງຕ່າງປະເທດກໍພວມມີບັນຍາກາດຟົດຟື້ນດີ. ເຖິງແນວໃດກໍຕາມ, ການລົງທືນດ້ານທຸລະກິດໂຮງແຮມນີ້, ພວກເຮົາຕ້ອງໄດ້ເບິ່ງຜົນການເຕີບໃຫຍ່ໃນໄລຍະຍາວ ທັງນີ້ກໍເພື່ອເຮັດໃຫ້ເປັນການຮອງຮັບການຂະຫຍາຍຕົວເສດຖະກິດບໍລິການ ແລະ ກາຍເປັນກາໝາຍທີ່ມີເອກະລັກລະດັບສາກົນ ກໍຄືປະສົມປະສານເຂົ້າກັບຮີດຄອງປະເພນີ ແລະ ວັດ ທະນະທຳຂອງລາວຢ່າງກົມກືນ, ສິ່ງສຳຄັນແມ່ນພວກເຮົາຕ້ອງເຂົ້າໃຈວ່າໃນອະນາຄົດການແຂ່ງຂັນດ້ານທຸລະກິດໂຮງແຮມຢູ່ລາວຍັງຈະເກີດຂຶ້ນອີກຢ່າງຫຼວງຫຼາຍ.

             ທ່ານ ໂອລີເວີ ກ່າວອັດທ້າຍວ່າ: ພວກເຮົາຫວັງວ່າໂຮງແຮມ 5 ດາວ ຄຣາວພລາຊາວຽງຈັນ ຈະເປັນທາງເລືອກໃໝ່ໃຫ້ກັບນັກທຸລະກິດ, ນັກລົງທືນ ແລະ ນັກທ່ອງທ່ຽວໃນການພັກແຮມ, ເນື່ອງຈາກຄຣາວພລາຊາ ເປັນອາຄານຂະໜາດໃຫຍ່ອີກແຫ່ງໜຶ່ງທີ່ມີຄວາມທັນສະໄໝ ແລະ ສວຍງາມຕັ້ງສະຫງ່າໂດດເດັ່ນຢູ່ໃນໃຈກາງນະຄອນຫຼວງວຽງຈັນ ແລະ ໃນໂອກາດນີ້ທ່ານອຳນວຍການໂຮງແຮມຍັງໄດ້ເຊີນຊວນນັກສຶກສາຜູ້ທີ່ຮຽນຈົບ ແລະ ກຳລັງຈະຈົບທີ່ມີຄວາມສົນໃຈຢາກວຽກນໍາໂຮງແຮມພວກເຮົາກໍສາມາດມາສະໝັກໄດ້, ຊຶ່ງຈະເລີ່ມເປີດຮັບສະໝັກນັບແຕ່ເດືອນຕຸລາເປັນຕົ້ນໄປ.

No comments:

Post a Comment