Ad

Ad

21 September 2016

ທະນາຄານ​ຫວຽດຕິນລາວ ຈຳກັດ ສາຂາ​ປາກ​ເຊ ​ເປີດ​ບໍລິການ​ຢ່າງ​ເປ​ັນທາງ​ການ​ແລ້ວ

          ວັນທີ 20 ກັນຍານີ້, ທະນາຄານຫວຽດຕີນລາວຈຳກັດ (vietin bank ) ໄດ້ຈັດພິທີເປີດສາຂາແຂວງຈຳປາສັກຂຶ້ນຢ່າງເປັນທາງການທີ່ບ້ານໂພນກຸ້ງ, ເມືອງປາກ ເຊ, ແຂວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ຫງວຽ່ນແມັງຮຸ້ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ  ບົວສອນ ວົງສອງຄອນ, ຮອງເຈົ້າແຂວງຈຳປາສັກ, ທ່ານ ຫງວ່ຽນ ວັນ ຖັ່ງ ປະທານ ສະພາບໍລິຫານທະນາຄານອຸດສາຫະກຳການຄ້າຫວຽດນາມ, ມີຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ  ແລະ ສສ ຫວຽດນາມ, ພ້ອມດ້ວຍຄະນະບໍລິຫານທະນາຄານຫວຽດ ຕິນລາວຈຳກັດ, ພ້ອມດ້ວຍລູກຄ້າ, ມີຜູ້ຕ່າງໜ້າຈາກພະແນກ ແລະ ຂະແໜງ
ການອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫຼາຍ, ປະທານສະພາບໍລິຫານທະນາຄານອຸດສາຫະກຳການຄ້າ ຫວຽດນາມກ່າວໃນພິທີວ່າ: ຍ້ອນສາຍພົວພັນແບບພິເສດລະຫວ່າງສອງປະເທດລາວ-ຫວຽດນາມ ທະນາຄານຫວຽດຕິນຫວຽດນາມ ຈຶ່ງໄດ້ເລືອກລາວເປັນຈຸດໝາຍທີ່ສອງໃນການລົງທຶນ ຊຶ່ງເລີ່ມຈາກການເຄື່ອນໄຫວໃນເດືອນກຸມພາ 2012 ເຖິງສິງຫາ 2015 ທະນາຄານຫວຽດຕິນສາຂາລາວ ໄດ້ຍົກລະດັບເປັນທະນາຄານຫວຽດຕີນສາຂາລາວຈຳກັດ ຢ່າງເປັນທາງການ, ໂດຍເຄື່ອນໄຫວໃນຮູບແບບເປັນທະນາຄານລູກຂອງລະບົບຫວຽດຕິນແບ້ງ, ດ້ວຍຄຳໝັ້ນສັນຍາວ່າຈະລົງທຶນຍາວນາມຢູ່ປະເທດເພື່ອນບ້ານກໍຄືລາວ, ໂດຍສະພາບໍລິຫານຫວຽດຕິນໄດ້ ວາງ ຍຸດທະສາດ ແລະ ທິດທາງພັດທະນາເປີດກວ້າງເຄືອຂ່າຍເພື່ອໃຫ້ບໍລິການລູກຄ້າໃຫ້ດີຂຶ້ນກວ່າເກົ່າ, ເຊັ່ນດຽວກັບການເປີດສາຂາປາກເຊໃນມື້ນີ້, ເປັນການຍົກລະດັບຈາກໜ່ວຍບໍລິການ ມາ ເປັນສາຂາ ແເລະ ການສ້າງຕັ້ງສາຂາດັ່ງກ່າວນີ້ຈະຊ່ວຍໃຫ້ທະນາຄານເຄື່ອນໄຫວທຸລະກິດໄດ້ດີຂຶ້ນ, ທັງເປັນການຍົກສູງຄວາມສາມາດໃນການສະໜອງຜະລິດຕະພັນ ແລະ ການບໍລິ ການໃຫ້ແກ່ໜົວໜ່ວຍທຸລະກິດ. ກໍຄືປະຊາຊົນແຂວງພາກໃຕ້ ແລະ ໃນອະນາຄົດທະນາຄານຫວຽດຕິນລາວ ຍັງຈະຂະຫຍາຍສາຂາໄປຍັງແຂວງສະຫວັນນະເຂດ, ບໍລິຄຳໄຊ ແລະ ຫຼວງ ພະບາງເປັນຕົ້ນ, ພ້ອມດຽວກັນນັ້ນຄາດວ່າໃນປີ 2017 ຕຶກສຳນັກງານໃຫຍ່ຂອງທະນາຄານທີ່ກຳລັງກ່ໍສ້າງຢູ່ທະໜົນລ້າງຊ້າງໃນນະຄອນຫຼວງວຽງຈັນຈະສຳເລັດ ແລະ ເປີດໃຫ້ ບໍລິການ ແກ່ລູກຄ້າໄດ້. ໃນນາມຕາງໜ້າໃຫ້ທະນາຄານຫວຽດຕິນຂໍສະແດງຄວາມຂອບໃຈມາຍັງທະຍາທະນາຄານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ກໍຄືອຳນາດການປົກຄອງທ້ອງຖິ່ນ ທີ່ອຳນວຍຄວາມສະດວກໃຫ້ແກ່ທະນາຄານຫວຽດຕິນຕະຫຼອດໄລຍະຜ່ານມາ,ທະນາຄານຫວຽດຕິນແບ້ງ ສັນຍາວ່າຈະສືບຕໍ່ເປັນຂົວຕໍ່ໃນການພົວພັນທຸລະກິດລະຫວ່າງສອງປະ ເທດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

          ປະທານສະພາບໍລິຫານທະນາຄານດັ່ງກ່າວກ່າວວ່າ: ທະນາຄານຫວຽດຕິນແມ່ນທະນາຄານທີ່ໂດດເດັ່ນຂອງ ສສ ຫວຽດນາມ, ຊຶ່ງຖືກຈັດໃຫ້ຢູ່ໃນອັນດັບ 2000 ວິສາຫະກິດ ທີ່ໃຫຍ່ ທີ່ສຸດຂອງໂລກ 5 ປີຕິດຕໍ່ກັນ ແລະ ຍັງຈັດໃຫ້ຢູ່ໃນອັນດັບ 10 ຂອງວິສາຫະກິດໃນຫວຽດນາມ.

No comments:

Post a Comment