Ad

Ad

21 September 2016

ກະຊວງການຕ່າງປະເທດເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III


        ວັນທີ 20 ກັນຍານີ້, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III, ຊຶ່ງໄດ້ຈັດຂຶ້ນໃນເດືອນກໍລະ ກົດຜ່ານມານີ້ ແລະ ກອງປະຊຸມເປີດກ້ວາງກ່ຽວກັບວຽກງານກວດສອບ ປະຈຳສົກປີ 2014-2015, ທີ່ຈັດຂຶ້ນໃນເດືອນມີຖຸນາຜ່ານມານີ້, ພາຍໃຕ້ການເປັນປະທານຂອງທ່ານນາງ ຄຳເຜົາ ເອີນທະວັນ ປະ ທານກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາພະນັກງານຫລັກແຫລ່ງ ແລະ ພະນັກງານລັດຖະກອນກະຊວງດັ່ງກ່າວເຂົ້າຮ່ວມຢ່າງຫລວງຫລາຍ.
          ເອກກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີ: ບົດລາຍງານວຽກງານກວດກາຂອງກະ ຊວງການຕ່າງປະເທດ ປີ 2011-2015 ແລະ ທິດທາງແຜນການປີ 2016-2020, ບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດລະບຽບພັກສະໄໝທີ X ກ່ຽວກັບການຕິດຕາມ, ກວດກາຂອງພັກແຕ່ລະຂັ້ນຂອງຄະນະກວດກາສູນກາງພັກ, ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່, ຄະນະເລຂາທິ ການສູນກາງພັກຕໍ່ກອງ
ປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III, ບົດລາຍງານການກວດສອບ, ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳສົກປີ 2013-2014 ຕໍ່ກອງປະຊຸມເປີດກ້ວາງວຽກງານກວດສອບງົບປະມານສົກປີ 2014-2015, ບົດຄຳເຫັນຂອງສະຫາຍ ບຸນທອງ ຈິດມະນີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ກ່າວຕໍ່ກອງປະຊຸມເປີດກ້ວາງກ່ຽວກັບວຽກງານກວດສອບ ປະຈຳສົກປີ 2014-2015 ຂອງອົງການກວດສອບແຫ່ງລັດ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ການເຊື່ອມຊຶມເນື້ອໃນກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ ແລະ ການແຈ້ງຊັບສິນ.

          ເພື່ອເຮັດໃຫ້ພະນັກງານຂອງກະຊວງການຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກອງປະຊຸມດັ່ງກ່າວ, ໂດຍສະເພາະແມ່ນການຕີລາຄາການເຄື່ອນໄຫວວຽກງານກວດກາໃນໄລຍະປີ 2011-2015, ແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂຂໍ້ຄົງຄ້າງ ເພື່ອເປັນບ່ອນອີງໃນການວາງທິດທາງແຜນການເຄື່ອນໄຫວ ປີ 2016-2020 ຢ່າງແທດເໝາະ, ພ້ອມນັ້ນ ກໍຍັງເຮັດໃຫ້ຮັບຮູ້ໄດ້ຄວາມສຳຄັນຂອງວຽກງານກວດສອບ ແລະ ວຽກງານຕ້ານການສໍ້ລາດບັງຫລວງ, ເຊິ່ງເປັນວຽກງານຈຳເປັນທີ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິຜົນສູງ.

No comments:

Post a Comment