Ad

Ad

22 September 2016

ເຜີຍແຜ່ກົດໝາຍວ່າດ້ວຍປະກັນສັງຄົມໃຫ້ຂະແໜງອຸດສາຫະກຳ


        ເພື່ອເປັນການປົກປ້ອງສິດ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ ດ້ວຍການປະກອບທຶນສົມທົບ ແລະການສະໜອງການອຸດໜູນປະກັນສັງຄົມ ແນໃສ່ຄ້ຳປະກັນການດຳລົງຊີວິດຂັ້ນ ພື້ນຖານ, ການສ້າງຄວາມສາມັກຄີປອງດອງ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງຊາດ, ກົມປະກັນສັງຄົມ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍປະກັນສັງຄົມ ໃຫ້ກັບບັນດາວິສາຫະກິດ ໃນຂະແໜງອຸດສາຫະກຳ, ຂຶ້ນໃນວັນທີ 20 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະ ທານຂອງທ່ານນາງ ແກ້ວ ຈັນທະວິໄຊ ຫົວໜ້າກົມປະກັນສັງຄົມ ກະຊວງ ຮສສ, ມີບັນດາຕົວແທນຫົວໜ່ວຍວິສາຫະກິດອຸດສາຫະກຳເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານນາງ ແກ້ວ ຈັນທະວິໄຊ ກ່າວວ່າ: ນະໂຍບາຍປະກັນສັງຄົມ ແມ່ນມີຄວາມ ສຳຄັນຕໍ່ການສ້າງສັງຄົມໃຫ້ມີຄວາມສາມັກຄີປອງດອງ ໂດຍຖືຄົນເປັນຫຼັກ, ທັງແມ່ນເງື່ອນໄຂ ແລະຈຸດພິເສດອັນພົ້ນເດັ່ນຂອງສັງຄົມປອງດອງ, ຖ້າເງື່ອນໄຂເສດຖະກິດ ແລະສັງຄົມແຕກຕ່າງກັນ ສະພາວະ ແລະຄວາມປອງດອງກໍແຕກຕ່າງເຊັ່ນກັນ, ສະນັ້ນ ຕ້ອງເພີ່ມທະວີການຊຸກຍູ້ໃຫ້ສັງຄົມ ສາມັກຄີປອງດອງດີຂຶ້ນ ບົນພື້ນຖານການສົ່ງເສີມການພັດທະນາທາງດ້ານເສດຖະກິດ-ສັງຄົມ ໃຫ້ກົມກຽວກັນ ໂດຍຕິດພັນກັບການແກ້ໄຂຄວາມແຕກໂຕນກັນລະຫວ່າງ ຜູ້ຮັ່ງ ແລະຜູ້ທຸກ, ຜູ້ດຳລົງຊີວິດຢູ່ຕົວເມືອງ ແລະຊົນນະບົດ ເພື່ອຮັບປະກັນເງື່ອນໄຂການດຳລົງຄົງຕົວຂັ້ນພື້ນຖານຂອງຊາວຜູ້ອອກແຮງງານ ກໍຄື ປະຊາຊົນບັນດາເຜົ່າ.

          ສະນັ້ນ, ກົດໝາຍວ່າດ້ວຍການປະກັນສັງຄົມ ຈຶ່ງແມ່ນເຄື່ອງມືນິຕິກຳ ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈ ແລະສາ ມາດນຳໄປຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

No comments:

Post a Comment