Ad

Ad

10 November 2016

ລາວ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ເວທີ​ອາ​ຊຽນ​ແຮງ​ງານ​ເຄື່ອນ​ຍ້າຍ​ຄັ້ງ​ທີ 9 ​

          ວັນທີ 9 ພະຈິກນີ້, ​ກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້​​ເປັນເຈົ້າພາບຈັດກອງປະຊຸມເວທີອາຊຽນແຮງງານເຄື່ອນຍ້າຍຄັ້ງທີ 9 ຂຶ້ນທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານໂຈມແຍງແພງທອງສະຫວັດ ຮອງຫົວໜ້າກົມແຜນການແລະ ການຮ່ວມມື, ປະທານຄະນະກຳມະການອາຊຽນວ່າດ້ວຍການຈັດຕັ້ງປະຕິບັດຖະແຫລງການແຮງງານເຄື່ອນຍ້າຍອາຊຽນ, ​ໂດຍການເຂົ້າຮ່ວມຂອງທ່ານນາງໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງ ຄົມ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາມຝ່າຍຂອງບັນດາປະເທດສະມາຊິກອາຊຽນ ຄືອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ເຮັດວຽກກ່ຽວກັບແຮງງານເຄື່ອນຍ້າຍ​ ​ແລະ ອົງການສາກົນສຳລັບແຮງງານເຄື່ອນຍ້າຍ, ອົງການສະຫະປະຊາຊາດເພື່ອແມ່ຍິງ, ໜ່ວຍປະຕິບັດງານສຳລັບແຮງງານເຄື່ອນຍ້າຍອາຊຽນ, ກອງເລຂາອາຊຽນແລະ ປະເທດສັງເກດການຈຳນວນໜຶ່ງເຂົ້າຮ່ວມ.

          ​ເພື່ອເປັນການຈັດຕັ້ງປະຕິບັດແຜນງານກອງປະຊຸມລັດຖະມົນຕີແຮງງານອາຊຽນ 2016-2020, ທີ່ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24 ທີ່ນະຄອນຫລວງວຽງຈັນແລະແຜນງານຂອງຄະນະກຳມະການອາຊຽນເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນ ກ່ຽວກັບການປົກປ້ອງແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍ, ກອງປະຊຸມຄັ້ງນີ້ ຍັງໄດ້ປຶກສາຫາລືກັນ​ ​ໃນຫົວຂໍ້: ການປັບປຸງຊີວິດການເປັນຢູ່ຂອງແຮງງານເຄື່ອນຍ້າຍອາຊຽນໃຫ້ດີຂຶ້ນ, ​ໂດຍຜ່ານການສ້າງຄວາມເຂັ້ມແຂງການປົກປ້ອງສັງຄົມ, ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນປັດຈຸບັນຕໍ່ແຮງງານເຄື່ອນຍ້າຍແລະ ຊອກຫາວິທີທາງແລກປ່ຽນຂໍ້ມູນກ່ຽວກັບປະກັນສັງຄົມໃຫ້ສາມາດເຊື່ອມຕໍ່ກັນຢູ່ໃນອາຊຽນ.

          ທ່ານນາງໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມວ່າ: ລັດຖະບານລາວຍາໃດກໍເປັນຫ່ວງ​​ເປັນໃຍຕໍ່ການປົກປ້ອງສິດແລະ ຜົນປະໂຫຍດຂອງແຮງງານ, ​​ໄລຍະຜ່ານມາ ພວກເຮົາໄດ້ປັບປຸງກົດໝາຍແຮງງານທີ່ປະກາດໃຊ້ໃນປີ 2014 ​ແລະກົດໝາຍປະກັນສັງຄົມ 2014, ​ໂດຍການຮ່ວມມືຂອງອົງການຈັດຕັ້ງສາມຝ່າຍຄື: ກະ ຊວງແຮງງານແລະ ສະຫວັດດີການສັງຄົມ, ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດແລະ ສູນກາງສະຫະພັນກຳມະ ບານເພື່ອເຮັດໃຫ້ແຮງງານລາວແລະແຮງງານຕ່າງປະເທດທຸກຄົນໄດ້ຮັບການປົກປ້ອງສິດແລະ ຜົນປະໂຫຍ, ​ໄດ້ມີໂອກາດເຂົ້າເຖິງຂໍ້ມູນຂ່າວສານດ້ານແຮງງານແລະ ການເຂົ້າເປັນສະມາຊິກປະກັນສັງຄົມຂອງລາວ, ພ້ອມນີ້ ຍັງໄດ້ຈັດຕັ້ງປະຕິບັດໂຄງການທົດລອງ ວຽກງານປົກປ້ອງສັງຄົມຢູ່ສາມແຂວງເພື່ເປັນການຕອບສະໜອງຕໍ່ແຜນການລຶບລ້າງຄວາມທຸກຍາກ​​ແຫ່ງຊາດປີ 2020 ​ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບ ຍືນຍົງຂອງສາກົນ 2030, ພ້ອມນີ້ ກໍໄດ້ເອົາໃຈໃສ່​​ປັບປຸງລະບົບຂໍ້ມູນຂ່າວສານຕະຫລາດແຮງງານເພື່ອເປີດໂອກາດ​​ໃຫ້ແຮງງານສາມາດເຂົ້າເຖິງການມີວຽກເຮັດງານທຳ, ​ໂດຍອີງຕາມຜົນຂອງພົນລະເມືອງໃນປີ 2015, ພົນລະເມືອງລາວ 6,5 ລ້ານຄົນ, ມີກຳລັງແຮງງານ 3,6 ​ແສນຄົນ, ຜູ້ມີວຽກເຮັດງານທຳ 3,5 ​ແສນຄົນ, ​ແລະ ມີອັດຕາການຫວ່າງງານ 1,4% ຂອງພົນລະເມືອງທັງໝົດ. ທ່ານ​​ຍ້ຳຕື່ມວ່າ: ອາຊຽນຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການປົກປ້ອງແລະ ສົ່ງເສີມສິດທິຂອງແຮງງານເຄື່ອນຍ້າຍໃຫ້ສອດຄ່ອງກັບຖະແຫລງການອາຊຽນ ທີ່ພົວພັນກັບວຽກງານແຮງງານແລະ ອີງໃສ່ເງື່ອນໄຂຂອງແຕ່ລະປະເທດສະມາຊິກອາຊຽນ

No comments:

Post a Comment