Ad

Ad

9 June 2016

ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ ແຈກໂຊກໃຫ້ລູກຄ້າຫລາຍກວ່າ 2 ຕື້ກີບ

          ວັນທີ 6 ມີຖຸນານີ້, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ຈັບສະຫລາກແຈກໂຊກ ໃນໂຄງການ ໂຕໂຍຕາ ຊຳເມີ ເຊວ ແຈກໂຊກໃຫຍ່ ມູນຄ່າ 2 ຕື້ກີບ, ໂດຍມີທ່ານ ວິຊຽນ ເອມປະເສີດສຸກ ປະທານ ບໍລິຫານ ສາຍງານຢ່ອຍເຂດພູມມີພາກແມ່ນ້ຳຂອງ ບໍລິສັດດັ່ງກ່ວ, ພ້ອມດ້ວຍຄະນະບໍລິ ຫານງານລະດັບສູງ ແລະ ຕົວແທນຈຳໜ່າຍລົດໂຕໂຍຕາທົ່ວປະເທດລາວເຂົ້າຮ່ວມ.

          ພິທີຈັບສະຫລາກແຈກໂຊກຄັ້ງນີ້, ເປັນໜຶ່ງໃນຄວາມຕັ້ງໃຈຂອງບໍລິສັດ ໂຕໂຍຕາ ເພື່ອຕອບແທນ ແລະ ຄືນກຳໄລໃຫ້ລູກຄ້າທີ່ໃຫ້ຄວາມໄວ້ວາງໃຈຊື້ລົດໂຕໂຍຕາທຸກລຸ້ນໃນລະຫວ່າງວັນທີ 1 ເມສາ ຫາ 30 ມີຖຸນາ 2016ນີ້, ຈາກຕົວແທນຈຳໜ່າຍທົ່ວປະເທດ, ຊຶ່ງການຈັບສະຫລາກຄັ້ງນີ້ ປະ ກອບມີ 4
ລາງວັນໃຫຍ່ຄື: ລາງວັນທີ 1 ສາຍຄໍຄຳໜັກ 10 ບາດ ຈຳນວນ 5 ລາງວັນ, ລາງວັນທີ 2 ສາຍຄໍຄຳໜັກ 5 ບາດ ຈຳນວນ 10 ລາງວັນ, ລາງວັນທີ 3 ສາຍຄໍຄຳໜັກ 2 ບາດ ຈຳນວນ 15 ລາງວັນ ແລະ ລາງວັນທີ 4 ສາຍຄໍຄຳໜັກ 1 ບາດ ຈຳນວນ 15 ລາງວັນ ແລະ ໃນຄັ້ງນີ້ ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ແມ່ນທ່ານ ພອນເພັດ ເພັດລຳພັນ, ທ່ານນາງ ປາລີຊ້າ ວິສີສົມບັດ, ທ່ານ ບຸນຫລາຍ ໄຊຍະລາດ, ທ່ານນາງ ສົມວິຈິດ ມະນີວັນ ແລະ ບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ ສ້າງ. ນອກຈາກນີ້, ສຳລັບລູກຄ້າຜູ້ທີ່ຍັງບໍ່ໄດ້ຮັບລາງວັນຈາກການຈັບສະຫລາກຄັ້ງທີ 1 ກໍຍັງມີສິດລຸ້ນຮັບລາງວັນໃນງານຈັບສະຫລາກຄັ້ງທີ 2, ທີ່ຈະມີຂຶ້ນໃນວັນທີ 8 ກໍລະກົດນີ້, ຊຶ່ງລາງວັນໃຫຍ່ສຸດ ແມ່ນລົດໂຕໂຍຕາ ຟໍຈູນເນີ ພ້ອມຊຸດຕົບແຕ່ງ ລົດອ້ອມຄັນ ແລະ ອີກຫລາກຫລາຍລາງວັນໄວ້ໃຫ້ລູກຄ້າໄດ້ລຸ້ນ.

No comments:

Post a Comment