Ad

Ad

9 June 2016

ຕຳຫລວດຢືນຢັນເຫດລົດເມລະເບີດຮຸນແຮງຢູ່ແຂວງຄຳມ່ວນຍ້ອນກະໂພກແຕກ

ຂ່າວ : ຫນັງສືພິມ ປກສ
            ພາຍຫລັງເກີດເຫດລົດເມໂດຍສານສາຍລະຫວ່າງປະເທດ ລາວ-ຫວຽດນາມ ລະເບີດຢ່າງຮຸນແຮງ ເມື່ອເວລາປະມານ 5:00 ໂມງ ໃນວັນທີ 2 ມິຖຸນາ 2016 ຢູ່ເສັ້ນທາງເລກ 12B ຈຸດເກີດເຫດຫ່າງຈາກດ່ານສາກົນນາເພົ້າ-ຈໍ່ຫລໍ່ ແຂວງຄຳມ່ວນ ປະມານ 6 ກິໂລແມັດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 8 ຄົນ ແລະ ບາດເຈັບສາຫັດອີກຈຳນວນໜຶ່ງ.

              ທ່ານຮອງຫ້ອງຕຳຫລວດ ກອງບັນຊາການ ປກສ ແຂວງຄຳມ່ວນ ພັນຕີ ວໍລະຈິດ ດວງລາຕີ ໃຫ້ຮູ້ວ່າ: ລົດເມຄັນດັ່ງກ່າວແມ່ນລົດເມຊັ້ນດຽວ ໝາຍເລກທະບຽນ ບກ 3897 ກຳແພງນະຄອນ ເຊິ່ງແມ່ນທ້າວ ຫງວຽນດຶກຕູ່ ອາຍຸ 26 ປີ ສັນຊາດຫວຽດນາມເປັນຄົນຂັບ ແລະ ມີຜູ້ໂດຍສານນັ່ງມາໃນລົດທັງໝົດ 14 ຄົນ ເປັນຄົນສັນຊາດຫວຽດນາມທັງໝົດ ໂດຍອອກຈາກຄິວໂດຍສານທ່າແຂກ ແຂວງຄຳມ່ວນ ເພື່ອມຸ້ງໜ້າໄປຫວຽດນາມ, ພາຍໃນລົດເມຄັນດັ່ງກ່າວຍັງໄດ້ມີການ
ລັກລອບຂົນສິ່ງຜິດກົດໝາຍ ຄືໄມ້ ແລະ ໝາກກະໂພກເປັນຈຳນວນຫລາຍຊຸກເຊື່ອງໄວ້ຢູ່ຫ້ອງມ້ຽນເຄື່ອງກ້ອງລົດ ແລະ ໃນລະຫວ່າງການເດີນທາງເຮັດໃຫ້ລົດມີຄວາມຮ້ອນຈາກເຄື່ອງຈັກ ບວກກັບມີການຮຸກຖູ ຈຶ່ງເຮັດໃຫ້ເກີດການລະເບີດຢ່າງຮຸນແຮງ ເຮັດໃຫ້ລົດເປ່ເພໝົດຄັນ ສົ່ງຜົນໃຫ້ຜູ້ໂດຍສານເສຍຊີວິດຄາທີ່ 8 ຄົນ, ບາດເຈັບສາຫັດ 3 ຄົນ. ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບລົດຄັນດັ່ງກ່າວ ເພື່ອສືບສວນ-ສອບສວນຂະຫຍາຍຜົນຫາທີ່ມາຂອງໄມ້ ແລະ ກະໂພກດັ່ງກ່າວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment