Ad

Ad

9 June 2016

ລາວເປີດສາຍດ່ວນ 1501 ຮັບຄຳສະເໜີຂອງຜູ້ບໍລິໂພກອັບປະໂຫຍດ

          ພິທີເປີດໝາຍເລກໂທລະສັບສາຍດ່ວນ 1501 ເພື່ອຮັບຄຳສະເໜີຂອງຜູ້ບໍລິໂພກ ໃນການປົກຄອງຜູ້ຊົມໃຊ້ສິນຄ້າ, ໂດຍສະເພາະກໍລະນີພົບເຫັນສິນຄ້າປອມແປງ, ບໍ່ໄດ້ ມາດຕະຖານ, ໜີພາສີ ແລະ ໝົດອາຍຸການນຳໃຊ້ທີ່ເປັນໄພຂົ່ມຂູ່ຜູ້ອຸປະໂພກ-ບໍລິໂພກ ໄດ້ຈັດຂຶ້ນໃນວັນທີ 7 ມີຖຸນານີ້, ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເປັນໜ່ວຍງານຮັບຜິດຊອບສາຍດ່ວນດັ່ງກ່າວ,

          ກະຊວງດັ່ງກ່າວໃຫ້ຮູ້ວ່າ: ສາຍດ່ວນ 1501 ສ້າງຂຶ້ນເພື່ອປົກປ້ອງຜູ້ຊົມໃຊ້ໃນລາວ, ເພື່ອຮັບເອົາຄຳຮ້ອງທຸກຂອງຜູ້ຊົມໃຊ້ທີ່ປະເຊີນບັນຫາ ຫລື ອັປະໂຫຍດ ແລະ ຄວາມເສຍຫາຍຈາກການຊົມໃຊ້ ແລະ
ການບໍລິການ ເພື່ອໃຫ້ຄຳແນະນຳ ແລະ ແກ້ໄຂບັນຫາ ຂອງຜູ້ບໍລິໂພກທີ່ໄດ້ຮ້ອງທຸກຜ່ານໝາຍເລກດັ່ງກ່າວ ຕາມພາລະບົດບາດຂອງຕົນ ກໍຄືການປົກປ້ອງຜູ້ຊົມໃຊ້ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ໃນລາວ.

No comments:

Post a Comment