Ad

Ad

9 June 2016

ກົມປ່າໄມ້ແຈ້ງໃຫ້ທ້ອງຖິ່ນເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນ, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້

          ເມື່ອມໍ່ໆມານີ້ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການສະບັບເລກທີ 0052/ກປ ລົງວັນທີ 31 ພຶດສະພາ 2016 ເຖິງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະ ຄອນຫຼວງໃຫ້ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ດັ່ງນັ້ນກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ຈຶ່ງອອກແຈ້ງການຕື່ມເຖິງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດຄື:
 ເພີ່ມທະວີເອົາໃຈໃສ່ປະຕິບັດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້, ຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້,  ເດັດຂາດຫ້າມບໍ່ໃຫ້ອຳນວຍຄວາມສະດວກ ແລະ ບໍ່ໃຫ້ອອກໃບອະນຸຍາດເຄື່ອນຍ້າຍ ໄມ້ທ່ອນ, ໄມ້ຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້, ຕໍໄມ້, ຫງ່າໄມ້ ທີ່ຍັງບໍ່ທັນໄດ້ປຸງແຕ່ງ ເປັນຜະລິດຕະພັນໄມ້ສຳເລັດຮູບ, ລວມທັງໄມ້ຢືນຕົ້ນ ແລະ ໄມ້ປະດັບທີ່ຂຸດຄົ້ນອອກ ຈາກປ່າທຳມະຊາດໄປຕ່າງປະ ເທດທຸກກໍລະນີ,
  ໃຫ້ຮີບຮ້ອນຊີ້ນຳຂະແໜງປ່າໄມ້ສົມທົບກັບກອງກວດກາປ່າໄມ້ລົງກວດກາ ແລະ ເກັບ ກຳຕົວເລກໄມ້ຢູ່ສະໝາມ II ໂດຍໃຫ້ຮູ້ຂໍ້ມູນລະອຽດຈະແຈ້ງວ່າ: ມາຮອດປັດຈຸບັນຍັງມີ ຈຳນວນເທົ່າໃດ, ໃນນີ້ຍັງຄ້າງບໍ່ທັນສົ່ງມອບບັນຊີໄມ້ ແລະ ໄມ້ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າຈຳ ນວນເທົ່າໃດ ແລະ ຈຳນວນທີ່ສົ່ງໄປແລ້ວຍັງບໍ່ທັນໄດ້ຂາຍມີເທົ່າໃດ. ໄດ້ເຮັດສັນຍາຊີ້-ຂາຍແລ້ວແຕ່ຜູ້ຊື້ຍັງບໍ່ທັນມອບເງິນມີຈຳນວນເທົ່າໃດ,ບໍລິສັດໃດເປັນຜູ້ຊີື້ ແລະ ຍັງບໍ່ທັນເຮັດສັນຍາຊີ້-ຂາຍມີເທົ່າໃດ,ແລ້ວສົ່ງຂໍ້ມູນໃຫ້ກົມປ່າໄມ້ກ່ອນວັນທີ 15 ມິຖຸນາ 2016.
  ໃຫ້ເຂັ້ມງວດ ແລະ ເດັດຂາດຈັດຕັ້ງປະຕິບັດປິດປ່າ,ຍຸດຕິການຂຸດຄົ້ນໄມ້ໃນທຸກເຂດ, ລວມທັງການຂຸດຄົ້ນໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງທີ່ລັດຖະບານອະນຸຍາດ, ແຂວງອະ ນຸຍາດຕາມທີ່ໄດ້ລະບຸໄວ້ໃນຄຳສັ່ງເລກທີ 17 / ນຍ ລົງວັນທີ 22 ກັນຍາ 2008 ເລີ່ມແຕ່ ວັນທີ 1 ມິຖຸນາ ເຖິງວັນທີ  31 ຕຸລາ ຂອງທຸກໆປີ, ພ້ອມດຽວກັນນັ້ນໃຫ້ລະຫຼຸບຄືນ ການຈັດຕັ້ງປະຕິບັດການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງສົກປີ 20152016 ໃຫ້ລະ ອຽດຈະແຈ້ງວ່າ: ແຂວງໃດໄດ້ດຳເນີນການຂຸດຄົ້ນຈຳ ນວນເທົ່າໃດ, ໃນນີ້ສູນກາງອະນຸ ຍາດເທົ່າໃດ, ແຂວງອະນຸຍາດເທົ່າໃດ, ມີຈັກໂຄງການ, ແຕ່ລະໂຄງການປະຕິບັດໄດ້ເທົ່າໃດ, ຍັງບໍ່ທັນປະຕິບັດມີເທົ່າໃດ,ໃຫ້ຕີລາຄາຄືນ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງສະເໜີວິທີແກ້ໄຂໃນຕໍ່ໜ້າແລ້ວສົ່ງໃຫ້ກົມປ່າໄມ້ກ່ອນວັນທີ 15 ມິຖຸນາ, ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຊັບພະຍາກອນທຳມຊາດ ແລະ ສິ່ງແວດລ້ອມ, ພະແນກການເງິນປັບປຸງໜ່ວຍງານ ແລະ ບຸກຄະລາກອນຂອງຕົນທີ່ຮັບຜິດຊອບວຽກງານດ້ານການ ຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້, ໂດຍປະຕິບັດຕາມລະບຽບການ ແລະ ປະສານສົມທົບ ກັນຢ່າງກົມກຽວປະຕິບັດໜ້າທີ່ຂອງໃຜລາວຢ່າງເຂັ້ມງວດ ແລະ ມີຄວາມໂປ່ງໃສ່, ເດັດ ດ່ຽວປົກປ້ອງຜູ້ດີມີຄວາມສັດຊື່, ມີຄວາມສາມາດ, ພ້ອມນັ້ນກໍໃຫ້ເດັດດຽວຕໍ່ຄົນບໍ່ດີ, ຄົນສົມຮູ້ຮ່ວມຄິດສວຍໂອກາດຫາຜົນປະໂຫຍດເຂົ້າຕົນ ແລະ ຝ່າຝືນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ,
          ເດັດຂາດຫ້າມບໍ່ໃຫ້ອະນຸຍາດດຳເນີນການສຳຫຼວດ ແລະ ຂຸດຄົ້ນໄມ້, ໄມ້ຢູ່ໃນເຂດພັດທະນາກໍ່ສ້າງພື້ນຖານໂຄງລ່າງ, ເຂດຂຸດຄົ້ນແຮ່ທາດ ແລະ ເນື້ອທີ່ທຳການຜະລິດຕ່າງໆທີ່ ລັດຖະບານຍັງບໍ່ທັນໄດ້ອະນຸຸມັດໃຫ້ກໍ່ສ້າງ ຫຼື ຂຸດຄົ້ນແຮ່ທາດ.

          ໃຫ້ພະແນກກະສິກຳ  ແລະ ປ່າໄມ້ແຂວງ, ນະຄອນຫຼວງ, ເປັນເຈົ້າການປະສານສົມທົບກັບກອງບັນຊາການທະຫານແຂວງ ແລະ ພະແນກການອື່ນໆທີ່ກ່ຽວຂ້ອງກວດກາລາດຕະ ເວນຕາມຂອບເຂດລຽບຊາຍແດນທີ່ຫຼໍ່ແຫຼມທີ່ມີການຂຸດຄົ້ນໄມ້ ແລະ ບຸກລຸກເນື້ອທີ່ປ່າໄມ້, ໃຫ້ຊີ້ນຳກອງກວດກາປ່າໄມ້ເອົາໃຈໃສ່ ແລະ ເຂັ້ມງວດໃນການປະຕິບັດວຽກງານກວດ ກາສະຖານທີ່ຂຸດຄົ້ນໄມ້, ເສັ້ນທາງຂົນສົ່ງໄມ້, ສະໜາມໄມ້, ໂຮງເລື່ອຍ ,ໂຮງງານປຸງແຕ່ງ ໄມ້, ໂຮງງານເຟີນິເຈີ, ສາງເກັບມ້ຽນໄມ້, ໂຮງງານານທີ່ນຳໃຊ້ໄມ້ເປັນພະລັງງານ ແລະ ສະຖານທີ່ກ່ຽວຂ້ອງອື່ນໆ,ຖ້າມີການລະເມີດ ຫຼື ການກະທຳຜິດແມ່ນໃຫ້ດຳເນີນການສືບ ສວນເພື່ອດຳເນີນມາດຕະການທາງແພ່ງ ແລະ ອາຍາ, ໃນກໍລະນີຮ້າຍແຮງແມ່ນໃຫ້ ປະກອບສຳນວນຄະດີສົ່ງໃຫ້ໄອຍາການສັ່ງຟ້ອງຂື້ນສານ, ພ້ອມດຽວກັນນັ້ນກໍໃຫ້ດຳເນີນ ການກວດກາການນຳເຂົ້າ, ການຊີ້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ເຄື່ອງ ມືອຸປະກອນ, ເຄື່ອງຈັກ ຫຼື ພາຫະນະຂຸດຄົ້ນໄມ້ທີບໍ່ໄດ້ຮັບການອະນຸຍາດຈາກຂະແໜງ ການກ່ຽວຂ້ອງ, ຖ້າມີການຊຸກເຊື່ອງເພື່ອລັກລອບນ້ຳໃຊ້ແມ່ນໃຫ້ຍືດຂອງກາງ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

No comments:

Post a Comment