Ad

Ad

8 October 2015

ຜົນ​ສໍາ​ເລັດ​ການຢ້ຽມຢາມສະຫະພັນຣັດເຊຍ ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ເຊຣເກ ລາວາຣົບ ລັດຖະມົນຕີວ່າການຕ່າງປະເທດແຫ່ງສະຫະພັນຣັດເຊຍ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ພາຄະນະຜູ້ແທນລາວຢ້ຽມຢາມສະຫະພັນຣັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 4-6ຕຸລານີ້, ການຢ້ຽມຢາມ​ຄັ້ງ​ນີ້ແມ່ນເປັນການຜັນຂະຫຍາຍຜົນການປຶກສາຫາລືລະຫວ່າງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ວາຣາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນຣັດເຊຍໃນວັນທີ 3 ກັນຍາ 2015 ທີນະຄອນຫລວງປັກກິ່ງ ສປ ຈີນ.
     ໃນການຢ້ຽມຢາມ, ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະຫາລື ກັບທ່ານ ເຊຣເກ ລາວາຣົບ ລັດ ຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ, ​ເຊິ່ງສອງຝ່າຍ​ໄດ້ທົບທວນຄືນການຮ່ວມມືສອງຝ່າຍ, ໂດຍສະເພາະ​​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ການ​ທ່ອງທ່ຽວ, ວັດທະນະ​ທໍາ, ການທະຫານ, ດ້ານ​ນິຕິ​ກໍາ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈ. ຂະນະດຽວກັນສອງ​ຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືນໍາກັນໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບ ສ່ວນຢ່າງຕັ້ງໜ້າ​​ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນຍາວນານ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ທີ່ເປັນຄູ່ຮ່ວມມືຍຸດທະສາດນໍາກັນໃຫ້ເລິກເຊິ່ງ ແລະ ມີໝາກຜົນ ຍິ່ງໆຂຶ້ນ.

     ທ່ານ ເຊຣເກ ລາວາຣົບ ໄດ້​ໃຫ້ທັດສະນະວ່າ: ການພົວພັນຣັດເຊຍ-ລາວ, ເປັນການພົວພັນແຫ່ງມິດຕະພາບທີ່ມີມູນເຊື້ອຍາວນານ, ທັງສອງເປັນເພື່ອນມິດທີ່ໄວ້ວາງໃຈເຊິງກັນ ແລະ ກັນ. ຣັດເຊຍພ້ອມແລ້ວທີ່ຈະເສີມຂະຫຍາຍການຮ່ວມມືກັບ ສປປ ລາວ ແລະ ຜ່ານມາເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດມີບາດກ້າວຂະຫຍາຍຕົວດີ ແລະ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ.
    ສອງຝ່າຍໄດ້ຢືນຢັນສືບຕໍ່ຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ມີປະສິດທິຜົນກວ່າເກົ່າໃນຂອບຮ່ວມມືສອງຝ່າຍ, ສປຊ, ອາຊຽນ, ໂດຍສະເພາະໃນໂອກາດ ສ ປປ ລາວ ຈະເປັນປະທານອາຊຽນ ໃນປີ 2016 ແລະ ເປັນປະເທດປະສານງານການຮ່ວມມືຄູ່ຮ່ວມເຈລະຈາອາຊຽນ-ຣັດເຊຍ ແຕ່ປີ 2015-2018 ແລະ ໃນເວທີພາກພື້ນ ແລະ ສາກົນ.
​​    ນອກຈາກການພົບປະສອງຝ່າຍແລ້ວ,ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮ່ວມຖະແຫລງຂ່າວຕໍ່ສື່ມວນຊົນຣັດເຊຍກ່ຽວກັບການຢ້ຽມຢາມ ແລະ ຜົນການພົບປະສອງຝ່າຍຄັ້ງນີ້ ແລະ ເຂົ້່າຮ່ວມໃນພິທີເປີດງານວາງສະ ແດງເຄື່ອງຫັດຖະກໍາລາວຢູ່ສໍານັກງານສະພາສັງຄົມຣັດເຊຍ, ງານດັ່ງກ່າວ ຈັດຂຶ້ນໂດຍສະມາຄົມມິດຕະພາບຣັດເຊຍ-ລາວຮ່ວມກັບສະຖານທູດລາວທີ່ນະຄອນຫລວງມົດສະກູ, ​ເຊິ່ງເປັນກິດຈະກໍາໜື່ງ ເພື່ອຄໍານັບຮັບຕ້ອນວັນສ້າງ ຕັ້ງສາຍພົວພັນການທູດລາວ-ຣັດເຊຍຄົບຮອບ 55 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບລາວ-ຣັດເຊຍ ຄົບ

ຮອບ 50 ປີ, ພ້ອມທັງເປັນການເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີ, ວິຖີການດຳລົງຊີວິດອັນດີງາມຂອງປະຊາຊົນລາວບັນດາເຜົ່າໃຫ້ແກ່ຊາວຣັດເຊຍໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບລາວໃຫ້ຫລາຍຍິ່ງຂຶ້ນ. ຫລັງຈາກນັ້ນທ່ານຮອງນາຍົກ ລັດຖະມົນຕີ ໄດ້ໄປປາຖະກະຖາຢູ່ມະຫາວິທະຍາໄລພົວພັນການຕ່າງປະເທດ (MGIMO) ໃນຫົວຂໍ້ການຮ່ວມມືອາ ຊຽນ-ຣັດເຊຍ ແລະ ບົດບາດຂອງ ສປປ ລາວ ໃນນາມເປັນປະເທດປະສານງານການຮ່ວມມືຄູ່ຮ່ວມເຈລະຈາອາ ຊຽນ-ຣັດເຊຍ ໃນໄລຍະປີ 2015-2018 ໃນງານປາຖະກະຖາຄັ້ງນີ້, ມີບັດາຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຮັບຟັງເປັນຈໍານວນຫລາຍ ແລະ ໃຫ້ຄວາມສົນໃຈເປັນພິເສດໂດຍສະເພາະພາລະກິດຂອງ ສປປ ລາວ ໃນໂອກາດທີ່ຈະເປັນປະທານອາຊຽນ ໃນປີ 2016.

No comments:

Post a Comment