Ad

Ad

8 October 2015

ກອງ​ປະຊຸມ​ໃຫຍ່​​ແມ່ຍິງ​ລາວ​ ຄັ້ງ​ທີ VII ຈະ​ຈັດ​ຂຶ້ນ​ໃນ​ທ້າຍເດືອນ​ຕຸລາ​ນີ້

     ​ທ່ານນາງ ສີໄສ ລືເດດມູນສອນ ປະທານສູນກາງສະຫະພັນແມ່ຍິງລາວໄດ້ຖະ​​​ແຫລງຕໍ່ສື່ມວນຊົນວ່າ: ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ທີ່ຈະໄດ້ຈັດຂຶ້ນ​​ໃນກາງເດືອນຕຸລານີ້ ທີ່ນະຄອນຫລວງວຽງຈັນເພື່ອຕີລາຄາຄືນຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ​ຜ່ານມາ ແລະເວົ້າສະເພາະກໍແມ່ນການພັດ ທະນາອົງການຈັດຕັ້ງແມ່ຍິງລາວໃນໄລຍະ​ 5 ປີຜ່ານມາ ແລະການຈັດຕັ້ງຜັນຂະຫຍາ 6 ​ແຜນງານ, 32 ​ໂຄງການ, ການປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ຈໄດ້ສຸມໃສ່ຕີລາຄາຄືນການນຳພາເຕົ້າໂຮມຄວາມສາມັກຄີຂອງເອື້ອຍນ້ອງແມ່ຍິງລາວ ບັນດາເຜົ່າ, ການປັບປຸງກົງຈັກການຈັດຕັ້ງ, ການຊີ້ນຳໆພາ, ​ແບບແຜນວິທີເຮັດວຽກແລະ ອື່ນໆ, ພ້ອມທັງ ​​​ວາງວິໄສທັດແລະ ຍຸດທະສາດໃນການພັດທະນາແມ່ຍິງ 10 ປີຕໍ່ໜ້າ 2015-2025 ແລະແຜນພັດທະນາແມ່ຍິງແບບແຜນງານ 34 ​ໂຄງການ ສຳລັບປີ 2016-2020 ໃຫ້ປະສົບຜົນສຳເລັດ, ພ້ອມດຽວກັນນີ້ ກໍຈະໄດ້ປັບປຸງກົດລະບຽບສະບັບປັດຈຸບັນຄືນໃໝ່ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ສອດຄ່ອງກັບກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວແລະ ທັງ​​ເປັນການຕອບສະໜອງ​​ໜ້າທີ່ການເມືອງ
ໃນໄລຍະໃໝ່ ແລະ ຈະໄດ້ກຳນົດຄຳຂັວນແລະ ຂໍ້ແຂ່ງຂັນຂອງສູນກາງສະຫະພັນແມ່ຍິງລາວຕື່ມອີກ ເນື່ອງຈາກວ່າກອງປະຊຸໃຫຍ່ຄັ້ງທີ VI, ​ໄດ້ກຳນົດແຕ່ຂໍ້ແຂ່ງຂັນ 3 ດີຄື: ​ເປັນພົນລະເມືອງດີ, ພັດທະນາດີແລະ ສ້າງຄອບຄົວດີມີຄວາມສຸກແລະໃນກອງປະຊຸມ​​ໃຫຍ່ຄັ້ງທີ VII ນີ້, ສູນກາງສະຫະພັນແມ່ຍິງລາວ ຈະໄດ້ກຳນົດໃຫ້ມີຄຳຂັວນເພື່ອເປັນທິດສູ້ຊົນຂອງແມ່ຍິງລາວທົ່ວປະເທດ ມີຄວາມຜິດຊອບຮ່ວມກັບຂອງທຸກພາກສ່ວນໃນສັງຄົມ, ​ພ້ອມທັງເລັ່ງໃສ່ການພັດທະນາຄວາມສະເໝີພາບຍິງ-ຊາຍ ໃຫ້ຕິດພັນກັບການພັດທະນາສ້າງສາປະເທດຊາດນຳດ້ວຍ.

No comments:

Post a Comment