Ad

Ad

8 October 2015

ອະນຸ​ກຳມະການ​ສວນສະໜາມຈັດ​ປະຊຸມ​ກຽມ​ຄວາມ​ພ້ອມ​ດ້ານ​ວຽກ​ງານ​ຕ່າງໆ

           
​ເຊົ້າວັນ​ທີ 7 ຕຸລານີ້ ຫ້ອງ​ວ່າການ​ລັດຖະບານ ​ໄດ້​ຈັດ​ກອງ​ປະ​ຊຸມ ວຽກ​ງານ​ອະນຸ​ກຳມະການ​ສວນສະໜາມຄັ້ງ​ທີ IX ຂຶ້ນ ພາຍ​ໄຕ້​ການ​ເປັນປະທານ ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າກາລັດຖະບານ, ຄະນະ​ຊີ້ນຳ​ລະດັບ​ຊາດ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ສອງ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີໃຫ້ມີຂະບວນຟົດຟື້ນໂດຍ​ມີ ບັນດາ​ທ່ານ​ໃນຄະນະ​ອະ​ນຸກຳມະການ​ສວນສະໜາມ ​ແລະ ກອງ​ເລ​ຂາອະນຸ​ກຳມະການ​ສວນສະໜາມ​ເຂົ້າ​ຮ່ວມ ​ເພື່ອກວດກາ ​ແລະ ທົບ​ທວນຄືນ​ບັນດາວຽກ​ງານທີ່​ໄດ້​ມີ​ການ​ຫ້າງ​ຫາ​ ​ແລະ ກະກຽມ​ໃນ​ໄລຍະ​ຜ່ານ​ມາໃຫ້ມີຄວາມພ້ອມ 100%.
ທີ່​ປະຊຸມໄດ້​ຮັບ​​​ຟັງ​ການ​ລາຍ​ງານ​ກ່ຽວ​ກັບການຈັດ​ຕັ້ງ​ປະຕິບັດ​ວຽກ​ງານປິ່ນ​ອ້ອມສວນສະໜາມ​​ໃນ​ໄລຍະ​ຜ່ານ​ມາ, ຊຶ່ງ​​ໂດຍ​ລວມ​ແລ້ວແມ່ນ​ສາມາດ​ປະຕິບັດ​ໄດ້​ດີພ້ອມ​ທັງ​ໄດ້​ມີ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ໃຫ້​ທີ່​ກອງ​ປະຊຸມ​ໄດ້​ຮັບ​ຊາບເປັນ​ແຕ່ລະ​ໄລຍະໂດຍ​ສະ​ເພາະແມ່ນ​ການ​ກະກຽມ​ກຳລັງ​ປ້ອງ​ກັນ​ອາວຸດ ​ແລະ ວຽກ​ງານ​ອື່ນໆທີ່​ປິ່ນ​ອ້ອມວຽກ​ງານ​ສວນສະໜາມ.


ນອກ​ນີ້, ບັນດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມໄດ້ປືກສາ​ຫາລື ປະກອບ​ຄຳ​ຄິດຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາໃສ່ບັນດາ​ໜ້າ​ວຽກ​ທີ່ຍັງຂໍ້ຄົງ​ຄ້າງ, ຜ່ານການ​ລົງ​ຕິດ​ຕາມ​ການ​ຝຶກ​ແອບ​ຕົວ​ຈິງ​ໃນ​ໄລະຍະ​ຜ່ານ​ມາ ​ເຊັ່ນ: ຮູບ​ຖັນ​ແຖວ, ຮູບ​ການ​ນຸ່ງຖື ​ແລະ ຮູບ​ແບບ​ການ​ປະດັບ​ປະດາ​ເປັນ​ຕົ້ນຄວາມ​ເປັນ​ເອກະ​ພາບ​ຂອງ​ເຄື່ອງນຸ່ງ, ການ​ນຳ​​ໃຊ້ທຸງຊາດ, ພັກຂອງ​ແຕ່​ລະ​ກ້ອນ​ກຳລັງ ແລະ ວຽກ​ງານ​ອື່ນໆ ທີ່​ປິ່ນ​ອ້ອມ. ນອກ​ນີ້ ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຍັງ​ໄດ້​ມີ​ການ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ກຳນົດ ວຽກ​ງານ​​ໃນ​ຕໍ່​ໜ້າ​ເປັນ​ຕົ້ນປຶກສາ​ຫາລື ​ຮູບ​ແບບຂອງ​ພິທີການ, ການຈັດ​ລຽງຄືນ​ລຳດັບ​ຂອງ​​ແຕ່​ລະ​ກ້ອນ​ກຳລັງ, ກຳນົດ​ບ່ອນ​ນັ່ງຂອງການ​ນຳ, ບັນດາ​ແຂກ​ທີ່​ຖື​ກ​ເຊີນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ລວມທັງ​ຈຸດຢືນ​ຂອງ​ມວນ​ຊົນ​​ເຂົ້າຮ່ວມ​ຊົມ, ລະບົບ​ເຄື່ອງ​ສຽງ ປະກອບ​ກາ​ນສວນສະໜາມ. ຈາກ​ນັ້ນ,  ​ບັນດາ​ທ່ານ ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມໄດ້​ເປັນ​ເອກະ​ພາບ​ຕໍ່​ການ​ນຳ​ສະ​ເໜີ​ໃນ​ຄັ້ງ​ນີ້ ​ເພື່ອ​ໄປ​ປັບປຸງ, ​ແກ້​ໄຂ​ໃຫ້​ທ່ວງທັນ​ເວລາ ​ແລະ ​​ເໝາະ​ສົມ​ ຕາມ​ຕົວ​ຈິງ ຂອງ​ແຕ່​ລະ​ກ້ອນ​ກຳລັງ.

No comments:

Post a Comment