Ad

Ad

8 October 2015

ການ​ເກັບ​ຄ່າ​ບໍລິການ​ຂອງຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ຕ້ອງ​ຢູ່​ໃນ​ຄວາມ​ເໝາະ​ສົມ​ ແລະ ການຄຸ້ມຄອງຂອງຂະແໜງການກ່ຽວຂ້ອງ

ນີ້ແມ່ນຄຳຢືນຢັນຂອງທ່ານ ຮອງສາດສະດາຈານ ດຣ ຈັນພົມມາ ວົງສຳພັນ ຫົວໜ້າກົມປິ່ນປົວກະຊວງສາທາລະນະສຸກ,​​ ໄດ້ອອກມາ​​ເຕືືອນບັນດາຄລີນິກແລະໂຮງໝໍເອກະຊົນແຫ່ງຕ່າງໆໃຫ້ປະຕິບັດຕາມຫຼັກການຈັນຍາບັນຈັນຍາທຳຂອງແພດໝໍ ແລະ ໃຫ້ຢູ່ໃຕ້ການຄວບຄຸມຂອງກະຊວງສາທາລະນະສຸກ ເນື່ອງຈາກ​​ປັດຈຸບັນໄດ້ມີຫາງສຽງຈັນສັງຄົມສ່ອງແສງມາວ່າຄ່າບໍລິການຂອງຄລິນິກແລະໂຮງໝໍເອກະຊົນສ່ວນຫຼາຍຈະເກັບຄ່າບໍລິການສູງເກີນຄວາມເປັນຈິງ ແລະ ສິ່ງດັ່ງກ່າວກໍແມ່ນໜ້າທີ່ຂອງກົມປິ່ນປົວ, ​ໂດຍເລີ່ມແຕ່ຂັ້ນຕອນການຂໍ້ອະນຸຍາດສ້າງຕັ້ງແລະ ລະບຽບການຕ່າງໆແມ່ນຕ້ອງປະຕິບັດຕາມລະບຽບການຂອງກະຊວງສາທາລະນະສຸກວາງອອກໃຫ້ເຂັ້ມງວດ,​ ໂດຍສະເພາະແມ່ນດ້ານລາຄາຄ່າບໍລິການເຖິງວ່າພາກສ່ວນກ່ຽວຂ້ອງບໍ່ໄດ້ກຳນົດແລະ ຄວບຄຸມ​​,​ ແຕ່ທຸກຄລີກນິກ​ ​ແລະໂຮງໝໍຕ້ອງປະຕິບັດຕາມຈັນຍາບັນຈັນຍາທຳຂອງແພດໝໍບໍ່ເກັບຄ່າບໍລິການ​​ແພງຈົນເກີນໄປ, ທ່ານຫົວໜ້າກົມດັ່ງ ກ່າວບອກວ່າ: ໃນໄລຍະຜ່ານມາມີບາງຄລີນິກແລະໂຮງໝໍເອກະຊົນຍັງ
ສວຍໂອກາດໃນການເກັບຄ່າບໍລິການສູງເກີນຄວາມເປັນຈິງກໍໃຫ້ເກີດຫາງສຽງຈາກສັງຄົມຄືດັ່ງກ່າວ ແລະ ຕໍ່ບັນຫານີ້ໃນຜ່ານມາພາກສ່ວນກ່ຽວຂ້ອງຂອງຕົວກໍໄດ້ມີການປຶກສາຫາລືເພື່ອຫາວິທີແກ້ໄຂ,​ ໂດຍໃຫ້ໜ່ວຍງານກ່ຽວຂ້ອງລົງກວດ ກາບັນ​​ດາຄລີນິກແລະໂຮງໝໍເອກະຊົນດັ່ງກ່າວຢ່າງໜ້ອຍປີລະ 2 ຄັ້ງ, ຖ້າພົບເຫັນວ່າມີການສວຍໂອກາດ ຫລື ປະພຶດໃນຄວາມບໍ່ຖືກຕ້ອງຄືດັ່ງກ່າວຈະມີການກ່າວ​​ເຕືອນ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍ, ຊຶ່ງຕາມຫລັກການຂອງກະຊວງສາທາລະນະສຸກວາງອອກແລ້ວ ທຸກໆຄລີນິກແລະໂຮງໝໍເອກະຊົນຈະຕ້ອງຕິດລາຄາຄ່າບໍລິການຂອງຕົນໄວ້ຢ່າງລະອຽດ​​, ​ເພື່ອໃຫ້ຜູ້​​ເຂົ້າຮັບບໍລິການໄດ້ຮັບຊາບ ແລະ ປາສະຈາກການສວຍໂອກາດ.
ຫົວໜ້າກົມເປີດເຜີຍຕໍ່ນັກຂ່າວລາວພັດທະນາພວກເຮົາໃນວັນທີ 6 ຕຸລານີ້ວ່າ: ປັດຈຸບັນພາກສ່ວນກ່ຽວຂ້ອງຂອງຕົນໄດ້ມີມາດຕະການ​​ເພື່ອຄຸ້ມຄອງການບໍລິການຂອງຄລີນິກແລະໂຮງໝໍເອກະຊົນໃຫ້ເຂັ້ມງວດ​​ກວ່າເປັນຕົ້ນແມ່ນຈະກວດກາຄືນບັນດາຄລີນິກ ​​ແລະໂຮງໝໍເອກະຊົນທີ່ດຳເນີນການບໍ່ສອດຄ່ອງ ແລະ ຖືກຕາມຫຼັກຈັນຍາບັນຈັນຍາທຳຂອງແພດໝໍ, ຖ້າຮ້າແຮງໄປກວ່ານັ້ນແມ່ນຈະບໍ່ຕໍ່ໃບອະນຸຍາດ​​ໃຫ້ດຳເນີນການຕໍ່ໄປອີກ, ດັ່ງນັ້ນຈຶ່ງຂໍແຈ້ງມາຍັງບັນດາຄລີກນິກແລະໂຮງໝໍເອກະຊົນແຫ່ງຕ່າງໆໃນການເກັບຄ່າບໍລິການແມ່ນຕ້ອງຢູ່ໃນຫຼັກຈັນຍາບັນຈັນ ຍາທຳຂອງແພດໝໍ ແລະ ຖ້າທາກປະຊາຊົນທ່ານໃດພົບເຫັນວ່າມີຄລີນິກ ຫລື ໂຮງໝໍໃດໜຶ່ງ ນັບທັງໂຮງໝໍລັດຫາກມີການສວຍໂອກາດຄືດັ່ງກ່າວຂໍແຈ້ງມາຍັງພາກສ່ວນກ່ຽວຂ້ອງກໍຄືກົມປິ່ນປົວກະຊວງສາທາລະນະສຸກ ເພື່ອມີມາດຕະການແກ້ໄຂໄດ້ທ່ວງທັນ.


No comments:

Post a Comment