Ad

Ad

29 October 2015

ການສຶກສາລາວຫັນສູ່ຄຸນະພາບເທື່ອລະກ້າວ

ສູນປະກັນຄຸນນະພາບການສຶກສາໃຫ້ຮູ້ວ່າ: ພາຍຫລັງກະຊວງສຶກສາທິການແລະ ກິລາ,​ ໄດ້ກຳນົດຍຸດທະສາດການພັດທະນາການສຶກສາແລະກິລາຮອດປີ 2025 ຄື: ​ພັດທະນາລະບົບການສຶກສາເພື່ອສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ມີຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີນ້ຳໃຈຮັກປະເທດຊາດ, ຊື່ສັດບໍລິສຸດ, ມີລະບຽບວິໄນ, ມີສຸຂະພາບທາງດ້ານຮ່າງກາຍແລະຈິດໃຈດີ, ມີຄວາມສາມັກຄີພາຍໃນຊາດ, ມີຄວາມຮັກຕໍ່ການຮຽນຮູ້ຕະຫລອດຊີວິດ, ມີຄ່ານິຍົມຕໍ່ປະເພນີອັນດີງາມຂອງຊາດ, ຮັກຄວາມກ້າວໜ້າແລະ ມີວິທະຍາສາດເພື່ອໃຫ້ກາຍເປັນກຳລັງແຮງງານທີ່ມີຄຸນນະພາ, ສອດຄ່ອງແລະທັງສາມາດຕອບສະໜອງ​​ຄວາມຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດທີ່ຍືນຍົງ, ມີຄວາມພ້ອມທີ່ຈະຮ່ວມມືແລະແຂ່ງຂັນກັບບັນດາປະເທດໃນພາກພື້ນແລະການນຳໃຊ້ຊັບພະຍາກອນ​​ໃຫ້ມີປະສິດທິພາບ. ສະນັ້ນ ການປັບປຸງລະບົບການສຶກສາຈຶ່ງເລີ່ມຈາກການບຸກທະລຸຫັນປ່ຽນດ້ານຄຸນນະພາບການສຶກສາແບບຮອບດ້ານຄື:​​ ຫັນປ່ຽນຈາກການສຶກສາແບບໃຫ້ຄວາມຮູ້ເປັນຕົ້ນຕໍມາເປັນການສຶກສາທີ່ເນັ້ນເຖິງສ້າງຄົນແບບຮອບດ້ານຕາມ 5 ຫລັກມູນການສຶກສາຂອງພັກວາງອອກ, ສົ່ງເສີມການສຶກສາຕະຫລອດຊີວິດ, ນຳໃຊ້ເຕັກ
ໂນໂລຊີເຂົ້າໃນການສຶກສາໃນທຸກຊັ້ນທຸກສາຍ, ຊຶ່ງການສ້າງຄົນໄປຕາມ 5 ຫລັກມູນນີ້ມັນເຮັດໃຫ້ທຸກຂະແໜງການໃນທົ່ວສັງຄົມມີຄວາມຕື່ນຕົວປະກອບສ່ວນຢ່າງແໜ້ນແຟ້ນເຂົ້າໃນການພັດທະນາການສຶກສາ, ນອກຈາກນີ້, ການສຶກສາຈາກການຮຽນແບບຈົດຈຳຄຳສອນຂອງຄູ, ປາກເວົ້າແລະຂຽນຕາມແນວຄວາມຄິດຂອງຄູຫັນປ່ຽນມາເປັນການສົ່ງເສີມໃຫ້ນັກຮຽນມີການຄົ້ນຄິດຈິນຕະນາການເປັນເອກະລາດແລະການປະດິດສ້າງຂອງຜູ້ຮຽນແລະເປົ້າໝາຍສຸດທ້າຍແມ່ນສ້າງບຸກຄະລາກອນຂອງຊາດໃຫ້ມີຄຸນນະພາ.ດັ່ງນັ້ນເພື່ອຄວບຄຸມຄຸນນະພາບການສຶກສາໃຫ້ໄປຕາມ 5 ຫລັກມູນທີ່ພັກວາງອອກນັ້ນ, ກະຊວງສືກສາທິການແລະກິລາ,​ໄດ້ອະນຸມັດໃຫ້ມີລະບົບປະກັນຄຸນນະພາບການສຶກສາເພື່ອເປັນບ່ອນອີງແລະເປັນທິດທາງໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ພັດທະນາມາດຕະຖານຂອງຄຸນນະພາບການສຶກສາ, ພັດທະນາລະບົບກົນໄກການປະເມີນແລະຮັບຮອງຄຸນນະພາບການສຶກສາໃຫ້ທຸກຊັ້ນທຸກສາຍທັງພາກລັດແລະພາກເອກະຊົນໃຫ້ມີປະສິດທິພາບແລະສອດຄ່ອງກັບແຜນປະຕິຮູບລະບົບການສຶກສາແຫ່ງຊາດ, ລວມໄປເຖິງເປັນບ່ອນອີງໃນການປັບປຸງບັນດານິຕິກຳເພື່ອຮັບປະກັນການສະໜອງຄູສອນແລະສະໜອງງົບປະມານໃຫ້ກັບໂຮງຮຽນເພື່ອການພັດທະນາຄຸນນະພາບທີ່ຍືນຍົງ. ຊຶ່ງໄດ້ສະແດງອອກໃນກົດໝາຍການສຶກສາສະບັບປັບປຸງແລະດຳລັດນາຍົກລັດຖະມົນຕີວ່າດ້ວຍການສຶກສາຊັ້ນສູງ, ມີການປັບປຸງສະຖານການສຶກສາໃຫ້ໄດ້ຕາມມາດຕະຖານອງຕາມເງື່ອນໄຂຄື: ຄູສອນ, ຜູ້ບໍລິຫານ, ຂະບວນການຮຽນ-ການສອນ, “ຜົນການຮຽນຮູ້ຂອງຜູ້ຮຽນ, ຫລັກສູດ, ອາຄານສະຖານທີ່, ສິ່ງອຳນວຍຄວາມສະດວກແລະອື່ນໆ. ນອກຈາກນີ້, ຍັງໄດ້ມີການຮັບຮອງຄຸນນະພາບສຳລັບສະຖານການສຶກສາທີ່ໄດ້ມາດຕະຖານການສຶກສາແຫ່ງຊາດ, ຂອງພາກພື້ນແລະສາກົນ,ເພື່ອສ້າງຄວາມເຊື່ອໝັ້ນດ້ານຄຸນນະພາບຂອງສະຖານສຶກສາຕໍ່ສັງຄົມແລະທັງເປັນເງື່ອນໄຂໃຫ້ການສຶກສາລາວມີການພັດທະນາ, ແນໃສ່ປັບປຸງລະບົບການສຶກສາແຫ່ງຊາດໃຫ້ໜັກແໜ້ນແລະມີການຂະຫຍາຍຕົວຮອບດ້ານ, ມີຄຸນນະພາບດີຂຶ້ນແລະ ຫຍັບມໍ່ກັບມາດຕະຖານພາກພື້ນແລະ ສາກົນເທື່ອລະກ້າວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຕ່ນີ້ຮອດປີ 2020, ສ້າງຄວາມໝັ້ນໃຈໃຫ້ກັບປະເທດຊາດກໍຄືລູກຫລານ​​ພວກເຮົາໃນອະນາຄົດວ່າ​: ລະບົບການສຶກສາຂອງລາວສາມາດຮັບປະກັນການສ້າງຊັບພະຍາກອນມະນຸດຢ່າງມີຄຸນນະພາເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.

No comments:

Post a Comment