Ad

Ad

17 May 2016

ລາວ​ແນະ​ນໍາການ​​ຜັນ​ຂະຫຍາຍ​ວິ​ໄສ​ທັດ​ຮອດ​ປີ 2030

          ວັນທີ 16 ພຶດສະພານີ້ຢູ່ກະຊວງແຜນການແລະ ການລົງທຶນ​,ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງຜັນຂະຫຍາຍວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ​-ສັງຄົມ 10 ປີ (2016-2025), ແຜນພັດທະນາເສດຖະກິດສັງຄົມ 5 ປີ 2016-2020 ​ແລະ ກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງປີ 2015 ​ໃຫ້ບັນດາຂະແໜງການແລະ ທ້ອງຖິ່ນນໍາໄປປັບປຸງ ເພື່ອກະ ກຽມລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນຂັ້ນແຂວງທີ່ຈະຈັດຂຶ້ນໃນກາງເດືອນພຶດສະພານີ້,ໂດຍການເປັນປະທານຂອງທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການແລະ ການລົງທຶນມີບັນດາຜູ້ຕາງໜ້າສະພາແຫ່ງຊາດ, ຫົວໜ້າກົມ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.


            ທ່ານຮອງລັດຖະມົນຕີ ຄໍາລຽນ ພົນເສນາ, ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການກໍານົດໃນວິໄສທັດຮອດປີ 2030 ຂອງປະເທດ,ແມ່ນເປັນການສ້າງໄດ້ບາດລ້ຽວໃໝ່ໃນການພັດທະນາໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດເສດຖະກິດ​-ສັງຄົມພູມປັນຍາ,ສີຂຽວແລະ ຍືນຍົງແລະ ຍຸດທະສາດການພັດທະນາເສດຖະກິດ​-ສັງຄົມ 10 ປີ (2016-2025) ປະກອບມີ 5 ທິດທາງ, 6 ຄາດໝາຍສູ້ຊົນແລະ 7 ​ແຜນຍຸດທະສາດແຫ່ງຊາດ, ເພື່ອ​​ເຮັດໃຫ້​​ສໍາເລັດຕາມຄາດໝາຍທີ່ວາງໄວ້ນັ້ນ, ເຊິ່ງແຜນພັດທະນາເສດຖະກິດ-​ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ລັດຖະບານໄດ້ກໍານົດທິດທາງແຜນການເພື່ອຈັດຕັ້ງປະຕິບັດໂດຍປະກອບມີ 3 ​ເປົ້າໝາຍໃຫຍ່ແລະ 20 ວຽກງານຈຸດສຸມ ຈຶ່ງສະເໜີໃຫ້ບັນດາຂະແໜງການແລະ ທ້ອງຖິ່ນນໍາໄປຈັດຕັ້ງຜັນຂະຫຍາຍເປັນອັນລະອຽດໂດຍມີແຜນວຽກ, ແຜນງານແລະແຜນງົບປະມານທີ່ສອດຄ່ອງກັນເຂົ້າໃນຍຸດທະສາດແລະແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການແລະ ທ້ອງຖິ່ນ, ອີງໃສ່ຄວາມສາມາດບົ່ມຊ້ອນໂດຍຊີ້ໃຫ້ເຫັນທ່າແຮງ, ຂໍ້ຄົງຄ້າງ, ກາລະໂອກາດແລະ ສິ່ງທ້າທາຍຕ່າງໆໃນການບັນລຸແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນໃນແຕ່ລະໄລຍະຄວບຄູ່ກັບການຄຸ້ມຄອງລັດດ້ວຍກົດໝາຍ ໂດຍຜັນຂະ ຫຍາຍກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງປີ 2015 ​ເຂົ້າສູ່ລວງເລິກ ທີ່ກໍານົດກົນໄກລະອຽດໃນການຄົ້ນຄ້ວານໍາສະເໜີ, ພິຈາລະນາຮັບຮອງແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນການລົງທຶນຂອງລັດຂັ້ນສູນກາງແລະ ທ້ອງຖິ່ນ ໃຫ້ແທດເໝາະກັບພາລະບົດບາດໜ້າທີ່ແລະ ສິດຂອງສະພາປະຊາຊົນຂັ້ນແຂວງ ທີ່ກໍານົດໄວ້ໃນກົດໝາຍແລະ ລະບຽບການຕ່າງໆ.

No comments:

Post a Comment