Ad

Ad

17 May 2016

ກອງປະຊຸມ​ລັດຖະມົນຕີ​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 24 ອັດ​ລົງ​ດ້ວຍ​ຜົນສຳ​ເລັດ

          ທ່ານ ຄຳແພງໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ​ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-16 ພຶດສະພາຜ່ານມານີ້, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ​ຊຶ່ງກອງປະຊຸມດັ່ງກ່າວໄດ້ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ຈາກ 6 ກອງປະຊຸມຄື: ກອງປະຊຸມຄະນະກຳມະການ ອາຊຽນ ວ່າດ້ວຍແຮງງານເຄື່ອນຍ້າຍ ຄັ້ງທີ 9, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານ ອາຊຽນ ຄັ້ງທີ 12, ກອງປະຊຸມເຈົ້າຫນ້າທີ່ອາວຸໂສແຮງງານອາຊຽນບວກ 3 ຄັ້ງທີ 14, ກອງປະຊຸມສຳມະນາ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດອາຊຽນ ຄັ້ງທີ 5,  ລວມທັງ ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ແລະ ກອງປະຊຸມລັດຖະມົນ ຕີແຮງງານອາຊຽນ ບວກ 3 ຄັ້ງທີ 9, ​ໃນ​ນັ້ນ ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24, ໄດ້ຕົກລົງເຫັນດີຮັບຮອງເອົາຖະແຫລງການວຽງຈັນ ວ່າດ້ວຍ ການຫັນປ່ຽນຈາກການຈ້າງງານ
ນອກລະບົບໄປສູ່ໃນລະບົບ ເພື່ອສົ່ງເສີມວຽກ ທີ່ມີຄຸນຄ່າ ​ແລະ ​ເປັນ​ທຳໃນອາຊຽນ, ຊຶ່ງຖະແຫລງການດັ່ງກ່າວແມ່ນໜຶ່ງໃນ 8 ຂົງເຂດ ບູລິມະສິດໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ແລະ ຖະແຫລງ ການນີ້ ຈະຖືກສົ່ງໄປສະພາປະສານງານເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ເພື່ອພິຈາລະ ນາຮັບຮອງເອົາຕາມຂັ້ນຕອນ ກ່ອນສົ່ງໃຫ້ບັນດາຜູ້ນຳອາຊຽນ ພິຈາ ລະນາຮັບຮອງເອົາ​ໃນ ຂັ້ນຕອນສຸດທ້າຍ, ​ໃນກອງປະຊຸມສຸດຍອດອາຊຽນ ທີ່​ຈະ​ຈັດ​ຂຶ້ນ​ໃນເດືອນກັນຍາ 2016 ທີ່ນະຄອນຫລວງວຽງຈັນ, ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ປຶກສາຫາລືແບບກົງໄປກົງມາ ກ່ຽວກັບຮ່າງນິຕິກຳ ວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດ ທິແຮງງານເຄື່ອນຍ້າຍອາ ຊຽນ ແລະ ເຫັນດີນຳກັນວ່າ ມອບໝາຍໃຫ້ເຈົ້າໜ້າທີ່ອາວຸໂສແຮງງານສືບຕໍ່ປຶກສາຫາລື ບາງບັນຫາທີ່ຍັງຄົງຄ້າງ, ພ້ອມທັງ ກຳນົດເວລາຄວາມເປັນໄປໄດ້ວ່າຈະໃຫ້ສຳເລັດໃນ ເດືອນກັນຍາ 2016 ຫຼື ເດືອນເມສາ 2017. ນອກຈາກນີ້ ກອງປະຊຸມຍັງໄດ້ແລກປ່ຽນ ຄຳຄິດເຫັນກ່ຽວກັບການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະ ບົບ ເພື່ອສົ່ງເສີມວຽກທີ່ມີຄຸນຄ່າ, ​ເປັນ​ທຳໃນອາຊຽນ ​ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ ກັບຂະແໜງການແຮງງານອາຊຽນ ແລະ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນກອງ ປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ, ໂດຍສະເພາະແມ່ນ ຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດແຜນປະຕິບັດງານຂອງລັດຖະມົນຕີແຮງງານອາຊຽນ, ແຜນປະຕິບັດງານ ຂອງເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ແຜນປະຕິບັດງານຂອງເຄືອຂ່າຍອາຊຽນ ດ້ານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ 2016-2020. ນອກນີ້ ກອງ ປະຊຸມ ​ໄດ້ເຫັນດີຮັດແໜ້ນຮ່ວມມືດ້ານແຮງງານກັບບັນດາຄູ່ຮ່ວມເຈລະຈາ ແລະ ບັນດາຄູ່ ຮ່ວມພາຍນອກອື່ນໆ ເພື່ອສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິວັດ ວິໄສທັດອາຊຽນ 2025 ໃຫ້ປະກົດຜົນເປັນຈິງອີ​ກດ້ວຍ.

No comments:

Post a Comment