Ad

Ad

17 May 2016

ຄະ​ນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກເຊື່ອມ​ຊືມມະຕິ X ຂອງ​ພັກ

          ຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ອງພັກໃຫ້​​ພະນັກງານຫລັກແຫລ່ງຂຶ້ນໃນລະຫວ່າງວັນທີ​ 16-18 ພຶດສະພານີ້, ​ເປັນກຽດ ບັນລະຍາຍໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູກກາງພັກ, ເອກະ ສານທີ່ນຳມາເຜີຍແຜ່ປະກອບມີ​:​ຜົນສຳເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກໃນໄລຍະ 5 ປີຜ່ານມາ, ວິໄສທັດຮອດປີ 2030, ​ແຜນຍຸດທະສາດ​​ພັດທະ ນາ​ 2025 ​ແລະແຜນພັດທະນາເສດຖະກິດ-​ສັງຄົມ 5 ປີ. ພ້ອມທັງຊີ້ໃຫ້ເຫັນເຖິງຜົນສຳເລັດຮອບ ດ້ານອັນໃຫຍ່ຫລວງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ IX ຂອງພັກ, ອັນ​​ໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ​ເສດຖະກິດ-​ສັງຄົມໄດ້ມີການຂະຫຍາຍຕົວຢ່າງຕໍ່
ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບແລະ ວຽກງານການຕ່າງປະເທດ ລ້ວນແຕ່ໄດ້ຮັບການເສີມຂະຫຍາຍບໍ່ຢຸດຢັ້ງ. ​ການເຊື່ອມຊືມມະຕິ X ຄັ້ງນີ້, ຜູ້ເຂົ້າຮ່ວມ ​​ໄດ້ຮັບຟັງບັນດາຄາດໝາຍວິໃສທັດຮອດປີ 2030, ​ແຜນຍຸດທະສາດ​​ພັດທະນາ 2025 ​ແລະແຜນພັດທະນະເສດຖະກິດ-​ສັງຄົມ ຮອດປີ 2020 ຕື່ມອີກ

No comments:

Post a Comment