Ad

Ad

27 January 2016

ຄະນະປະຈໍາສະພາພິຈາລະນາບັນຫາສໍາຄັນຂອງຊາດປະຈໍາເດືອນມັງກອນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດປະຈໍາເດືອນມັງ ກອນ 2016 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-27 ມັງກອນນີ້ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານປະທານສະພາແຫ່ງຊາດນາງ ປານີ ຢາທໍຕູ້.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນຂອງຊາດຈໍານວນໜຶ່ງຄື: ຮັບຟັງບົດລາຍງານຜົນການຮຽບຮຽງກົດໝາຍທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ຮັບຮອງເອົາຄື:ກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງ, ກົດໝາຍວ່າດ້ວຍການຄ້າມະນຸດ, ການຂໍຫັນປ່ຽນເນື້ອທີ່ປ່າສະຫງວນແຫ່ງຊາດດົງຫົວສາວເພີ່ມຈາກເດີມ 29 ເຮັກຕາມາເປັນ 34 ເຮັກຕາ, ການອອກມະຕິ
ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການເຂື່ອນໄຟຟ້ານ້ຳພາກແຂວງຈໍາປາສັກ, ລາຍງານຜົນສໍາເລັດການສໍາມະນາແລກປ່ຽນບົດຮຽນລະຫວ່າງລັດຖະສະພາກໍາປູເຈຍ, ລາວ ແລະ ຫວຽດນາມ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ນະໂຍບາຍທີ່ກ່ຽວຂ້ອງ, ການສະເໜີຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນວ່າດ້ວຍການສ້າງລະບຽບທາງພາສີໃຫ້ມີທັດສະນະກະທັດຮັດ,ງ່າຍດາຍ ແລະ ເປັນເອກະພາບຫລືສົນທິສັນຍາກຽວໂຕສະບັບປັບປຸງ, ພິຈາລະນາຮ່າງຕົກລົງວ່າດ້ວຍມາດຕະຖານການກວດສອບແຫ່ງລັດ, ພິຈາລະນາອອກມະຕິເພື່ອອະນຸຍາດໃຫ້ອົງ ການກວດສອບແຫ່ງລັດນໍາໃຊ້ພາກວິຊາສະເພາະກ່ຽວຂ້ອງຈາກພາຍນອກເຂົ້າຮ່ວມໃນການກວດສອບແຫ່ງລັດ, ພິຈາລະນາຂໍທິດຊີ້ນໍາແຜນຝຶກອົບຮົມແຕ່ປີ 2016-2020, ພິຈາລະນາຂໍອະນຸມັດຈັດກອງປະຊຸມຝຶກອົບຮົມຜູ້ສະໝັກຮັບເລືອກຕັ້ງເພດຍິງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນຂັ້ນແຂວງ, ພິຈາລະນາສັດຕະຍາບັນວ່າດ້ວຍສັນຍາຫລາຍຝ່າຍອາຊຽນວ່າດ້ວຍການຂົນສົ່ງຜູ້ໂດຍ ສານທາງອາກາດຢ່າງເສລີເຕັມຮູບແບບ ແລະ ວຽກງານອື່ນໆອີກຈໍານວນໜຶ່ງ.

No comments:

Post a Comment