Ad

Ad

28 January 2016

ອຸນຫະພູມ​ຈະ​ອຸ່ນ​ຂຶ້ນ 1-3 ອົງສາ

     ​ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ນັບແຕ່ວັນທີ 28-31 ມັງກອນນີ້, ມວນອາກາດໜາວ ຈະມີກຳລັງອ່ອນລົງເລັກຫນ້ອຍສົມທົບກັບສອງກະແສລົມຕາເວັນອອກ-ເວັນອອກສ່ຽງເໜືອແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ​ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດອຸ່ນຂຶ້ນໃນແຕ່ລະພາກ, ​ແຕ່ອາກາດຍັງຈະໜາວຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກ, ​ແຂວງໄຊສົມບູນແລະເຂດພູພຽງບໍລະເວນປາກຊ່ອງແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງແລະພາກໃຕ້.

     ສະພາບອາກາດໃນໄລຍະນີ້, ຍັງຈະໜາວຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ແຕ່ລະ
ພາກ, ຈາກນັ້ນໄລຍະກາງຫາທ້າຍອາທິດອາກາດຈະອຸ່ນຂຶ້ນ 1-3 ອົງສາ ຢູ່ແຕ່ລະພາກສະເພາະແຂວງພາກເໜືອດ້ານຕາເວັນອອກ, ​ແຂວງໄຊສົມບູນແລະ ພູພຽງບໍລະເວນປາກຊ່ອງ ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຫ້ລາຍຂຶ້ນແລະໃນໄລຍະອາທິດນີ້ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈຶ່ງເຕືອນໃຫ້ມີສະຕິລະມັດລະ ວັງເພື່ອສາມາດຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໄດ້.

No comments:

Post a Comment