Ad

Ad

28 January 2016

ຊາວນາ​ບ້ານ​ນາວາ​ງທົ່ງຫັນ​ມາ​ນຳ​ໃຊ້​ເຕັກນິກ​ທັນ​ສະ​ໄໝ​ເຂົ້າ​ໃນ​ຜະລິດ​

     ສະຫາຍ ປະສິດເວດວຽງໄຊເລຂາໜ່ວຍພັກ ບ້ານນາວາ ທົ່ງ, ​ເມືອງໜອງບົກແຂວງຄຳມ່ວນໄດ້ລາຍງານ​​ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ​​ເມື່ອຜ່ານມານີ້ວ່າຈາກບ່ອນຫາຍາກຂາດເຂີນ ຍ້ອນບ້ານຂອງຕົນຍັງຂາດເງື່ອນໄຂການຜະລິດຄື: ບໍ່ມີລະບົບຊົນລະປະທານ ປູກເຂົ້ານາ​​ແຊງບໍ່ໄດ້, ສ່ວນການຜະລິເຂົ້ານາປີແມ່ນອີງໃສ່ນ້ຳຝົນ​​ເປັນຕົ້ນຕໍ ບາງປີກໍຖືກນ້ຳຖ້ວມ ຫລືແຫ້ງແລ້ງ​, ເຂົ້າກິນບໍ່ພຽງພໍ, ​ແຕ່ພາຍຫລັງພັກ-ລັດຖະບານໄດ້ມີນະໂຍບາຍກະຕຸກຊຸກຍູ້ການຜະລິດຂອງປະຊາຊົນເພື່ອແນໃສ່ເຮັດໃຫ້ເຂົາເຈົ້າມີລາຍຮັບແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາໄດ້ເທື່ອລະກ້າວ ຈຶ່ງໄດ້ສຸມທຶນຮອນອັນມະຫາສານເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ​ໂດຍສະເພາະການກໍ່ສ້າງລະບົບຊົນລະປະທານ ຊ່ວຍໃຫ້ປະຊາຊົນສາມາດຜະລິດເຂົ້າໄດ້ທັງ 2 ລະດູແລະ ປູກພືດ, ສິນຄ້າອື່ນໆຢ່າງມີປະສິດທິຜົນ. ​​ແຕ່​​ກໍຍັງບໍ່
ພຽງພໍ, ເພື່ອຈະສ້າງໃຫ້ບ້ານການເປັນບ້ານພັດທະນາຂອງແຂວງ. ດັ່ງນັ້ນຄະນະບ້ານແລະ ປະຊາຊົນຈຶ່ງໄດ້ພ້ອມກັນປຶກສາຫາລື​​ຫລາຍຄັ້ງ ​​ເພື່ອປ່ຽນແປງຈາກການ​​ຜະລິດແບບເກົ່າໄປສູ່ການນຳໃຊ້ກົນຈັກທົດແທນແຮງງານເພື່ອສາມາດຍົກສູງຄຸນນະພາບການຜະລິດໃຫ້ດີຂຶ້ນກວ່າເກົ່າ.
     ຜ່ານການທົດລອງນຳໃຊ້ເຕັກນິກ​ ​ເຂົ້າໃນການປູກເຂົ້າຢູ່ບ້ານນາວາງທົ່ງນີ້, ຖ້າທຽບໃສ່​​ການປູກແບບທຳມະຊາດຄືດັ່ງໃນໄລຍະຜ່ານມາເຫັນວ່າມີຜົນດີກວ່າ​​ເກົ່າຫລາຍເປັນຕົ້ນ ສາມາດນຳໃຊ້ເນື້ອທີ່ດິນ​​ໄດ້ຢ່າງເຕັມສ່ວນຈາກການປັບປຸງນາໄຮ່ນານ້ອຍມາເປັນໄຮ່ນາກວ້າງຂວາງຂຶ້ນແລະ ສາມາດນຳໃຊ້ກົນຈັກ​​ໃຫຍ່​​ໄຖ-ຄາດຫລຸດຜ່ອນຕົ້ນທຶນ, ການກຽມດິນແລະ ປັກດຳໄວຂຶ້ນ, ການເກັບກ່ຽວແມ່ນສາມາດນຳໃຊ້ລົດກ່ຽວເຂົ້າທີ່ມີປະສິດທິພາບກວ່າ. ປັດຈຸບັນ ການຫັນ​​ໄປເປັນທັນສະໄໝນີ້ ຍັງໄດ້ຂະຫຍາຍໄປ​​ຫາເມືອງອື່ນໆພາຍໃນແຂວງຄຳມ່ວນ, ເຊິ່ງໃນລະດູການທີ່ຜ່ານມາ, ຄອບຄົວໜຶ່ງ ສາມາດທຳການຜະລິດໄດ້ໃນເນື້ອທີ່ຫລາຍເຖິງ 80 ​ເຮັກຕາ, ຜົນຜະລິດໄດ້ປະມານ 4 ​ໂຕນຕໍ່ເຮັກຕາ, ນາໄຮ່ໜຶ່ງໃຫຍ່ສຸດປະມານ 3 ​ເຮັກຕາ, ນ້ອຍສຸດ 1 ​ເຮັກຕາແລະ ປັດຈຸບັນພວມກ້າວເຂົ້າສູ່ການຜະລິດນາແຊງ ຄາດວ່າ: ຈະປັກດຳໃຫ້ໄດ້ຢ່າງໜ້ອຍ 120 ​ເຮັກຕາ.
    ນອກຈາກນີ້, ບ້ານນາວາງທົ່ງຍັງ​​ຈະ​​ສືບຕໍ່​​ຫັນເອົາມະຕິ​ 10 ຂອງພັກແລະ ບັນດາມະຕິຄຳສັ່ງຕ່າງໆ ລົງໄປຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຮາກຖານໃຫ້ທົ່ວເຖິງແລະແທດເໝາະກັບຕົວຈິງ, ສືບຕໍ່ຊຸກຍູ້ແລະ ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນຢ່າງແຂງແຮງ, ຕິດພັນກັບການຫັນ​​ເປັນທັນສະໄໝແລະເອົາໃຈໃສ່ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີໃນແຂວງໃຫ້ມີຄວາມຍືນຍົງ.
 ​​     ແຂວງຄຳມ່ວນຕັ້ງຢູ່ພາກກາງຂອງປະເທດ, ສ່ວນໃຫຍ່ເປັນເຂດທົ່ງພຽງ, ​ໃນນັ້ນມີເນື້ອທີ່ການຜະລິດກະສິກຳປະມານ 132.476 ​ເຮັກຕາ, ກວມເອົາ 8,12% ຂອງເນື້ອທີ່ທົ່ວແຂວງ, ​​ໂດຍສະເພາະ ບ້ານາວາງທົ່ງ, ​​ທິເນື້ອທີ່ການຜະລິດນາປີແລະ ນາແຊງ 375 ​ເຮັກຕາ, ປະຊາຊົນສ່ວນ​​ໃຫຍ່ຖືເອົາອາຊີບກະສິກຳ, ​ໂດຍສະເພາະການປູກເຂົ້າເປັນຕົ້ນຕໍ


No comments:

Post a Comment