Ad

Ad

28 January 2016

ສະພາບຄົນຂໍທານໃນນະຄອນຫຼວງວຽງຈັນຍັງປາກົດມີແຜ່ຫຼາຍ

ປັດຈຸບັນຢູ່ຕາມຕະຫຼາດ, ຫ້າງຮ້ານ ແລະເຂດຊຸມຊົນຕ່າງໆໃນນະຄອນຫຼວງວຽງຈັນໄດ້ປາກົດມີ ຄົນຂໍທານຈຳນວນໜຶ່ງຊຶ່ງມີທັງຄົນພິການ ແລະ ຄົນທີ່ສາມາດເຮັກວຽກໄດ້ເຄື່ອນໄຫວຂໍທານນຳຜູ້ທີ່ຜ່ານໄປມາດ້ວຍຮູບການຕ່າງໆ, ອັນໄດ້ສ້າງພາບພົດບໍ່ງາມຕາໃຫ້ແກ່ຕົວ​​ເມືອງນະ ຄອນຫຼວງ, ຊຶ່ງຕໍ່ບັນຫາດັ່ງກ່າວທາງພາກສ່ວນກ່ຽວຂ້ອງກໍຄືພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງນະຄອນຫຼວງວຽງຈັນກໍຍອມຮັບວ່າຜ່ານການລົງກວດກາກໍໄດ້ພົບເຫັນຄົນຂໍທານເປັນຈຳນວນຫຼາຍ ແລະ ຄົນຂໍທານສ່ວນຫຼາຍແມ່ນມາຈາກຕ່າງແຂວງ, ຈຳນວນຫຼາຍແມ່ນຍັງເຮັກວຽກ ໄດ້ແຕ່ຍ້ອນຄວາມຂີ້ຄານມັກງ່າຍແລະ ອີກຈຳນວນໜຶ່ງແມ່ນໃຊ້ເວລາຫວ່າງຈາກການເຮັດໄຮ່ເຮັດນາແລ້ວມາຂໍທານກິນ, ສ່ວນກຸ່ມຄົນທຸກ
ຈົນ ຫຼືເສຍອົງຄະແມ່ນມີໜ້ອຍ,​ ແຕ່ເຖິງຢ່າງໃດກໍຕາມພາກສ່ວນກ່ຽວຂ້ອງຈະໄດ້ຮີບຮ້ອນລົງແກ້ໄຂບັນຫາດັ່ງກ່າວ, ດ້ວຍການສົມທົບກັບບັນດາເມືອງ ແລະ ກຸ້ມບ້ານເປົ້າໝາຍເພື່ອກວດກາຈຳນວນຄົນຂໍທານແລ້ວນຳສົ່ງເຂົາເຈົ້າຄືນຖິ່ນຖານ ຫຼື ສູນສັງຄົມສົງເຄາະເພື່ອສຶກສາອົບຮົບແລະ ຈັດຫາວຽກເຮັດງານທຳໃຫ້ເຂົາເຈົ້າ, ສ່ວນຜູ້ເຖົ້າ, ຄົນພິການ ແລະ ເດັກນ້ອຍທີ່ຊ່ວຍເຫຼືອຕົນເອງບໍ່ໄດ້ ແລະ ບໍ່ມີຍາດພີ່ນ້ອງແມ່ນທາງສູນຈະດູແລເບິ່ງແຍງໃຫ້ທີ່ພັກພາອາໄສເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງຫຼວງ.

No comments:

Post a Comment