Ad

Ad

28 January 2016

ອພບ ​ເຫັນ​ວ່າຂັ້ນບ້ານຈໍານວນໜຶ່ງຍັງຖືເບົາຕໍ່ບັນຫາຄວາມສະອາດໃນຕົວເມືອງ

ອົງການພັດທະນາ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນ (ອພບ) ຕ້ອງການໃຫ້ອໍານາດການປົກຄອງຂັ້ນບ້ານໃນທຸກໆເມືອງ,​ ໄດ້ເພີ່ມມະວີຄວາມເປັນເຈົ້າການສູງຂຶ້ນກວ່າເກົ່າຕໍ່ການນໍາພາແລະ ປຸກລະດົມປະຊາຊົນພາຍໃນບ້ານຂອງຕົນຕື່ນຕົວເປັນເຈົ້າການຮັກສາຄວາມສະ ອາດໃນຕົວເມືອງ, ພາຍຫລັງເຫັນວ່າຈາກຄວາມຖືເບົາຕໍ່ວຽກງານດັ່ງກ່າວຈຶ່ງເຮັດໃຫ້ຫລາຍເຂດໃນຕົວເມືອງຕົກຢູ່ໃນສະພາບເປີະເປື້ອນ ແລະ ມີຂີ້ເຫຍືອຖີ້ມຊະຊາຍແຜ່ຫລາຍ.

ບັນຫາດັ່ງກ່າວໄດ້ມີການຢືນຢັນຈາກທ່ານຮອງປະທານອົງການພັດທະນາ ແລະບໍລິຫານຕົວເມືອງນະຄອນຫລວງວຽງຈັນ ຄໍາປ່ຽນ ອິນທະລືຊາ ເມື່ອບໍ່ດົນມານີ້, ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນ, ບັນຫາທີ່ເຮັດໃຫ້ການປະຕິບັດນະໂຍບາຍ 6 ສ ໂດຍສະເພາະແມ່ນສສະອາດຂອງນະຄອນ ຫລວງຽງຈັນບັນລຸຜົນໄດ້ຍາກນັ້ນຍັງແມ່ນຄວາມບໍ່ສະອາດຂອງຕົວເມືອງ, ໂດຍສະເພາະຫລາຍເສັ້ນທາງໃນຕົວເມືອງຍັງບໍ່ມີຄວາມສະອາດ,​ ແມ່ນແຕ່ເສັ້ນທາງທີ່ປູເບຕົງ, ປູຢາງອັດສະຟານກໍຍັງມີຂີ້ດິນໂອບຕາມຂອບທາງເປັນຈໍານວນບໍ່ໜ້ອຍ, ບັນຫາການຖີ້ມຂີ້ເຫຍືອຊະຊາຍກໍຍັງພົບເຫັນຢູ່ຫລາຍຈຸດໃນຕົວເມືອງ, ຊຶ່ງສະພາບທີ່ບໍ່ຈົບງາມດັ່ງກ່າວແມ່ນເກີດຈາກຄວາມມັກງ່າຍຂອງຄົນຈໍານວນໜຶ່ງທີ່ເຫັນແກ່ຕົວ ແລະ ອີກດ້ານໜຶ່ງແມ່ນເກີດຈາກການຖືເບົາຂອງອໍານາດການປົກຄອງບ້ານທີ່ຍັງບໍ່ທັນຍົກສູງສະຕິຄວາມເປັນເຈົ້າການສ້າງຂະບວນການອານາໄມລວມໃນຂອບເຂດບ້ານຂອງຕົນ, ຂະນະດຽວກັນກໍຍັງມີອີກຫລາຍຄອບຄົວບໍ່ທັນໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອຢ່າງທົ່ວເຖິງ, ຈຶ່ງເຮັດໃຫ້ສະພາບແວດລ້ອມໃນຕົວເມືອງຫລາຍເຂດຕົກຢູ່ໃນສະພາບທີ່ບໍ່ຈົບງາມດັ່ງກ່າວ.

ດັ່ງນັ້ນ ເພື່ອໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂເທື່ອລະກ້າວ, ກ່ອນອື່ນໝົດກໍຂໍຮຽກຮ້ອງໃຫ້ອໍານາດການປົກຄອງຂັ້ນຕ່າງໆ, ໂດຍສະເພາະຂັ້ນບ້ານຕ້ອງເພີ່ມທະວີຄວາມເປັນເຈົ້າການເພື່ອສ້າງຂະບວນການອານາໄມລວມຢ່າງເປັນປົກກະຕິ, ພ້ອມທັງຊຸກຍູ້ບັນດາສະມາຊິກຄອບຄົວພາຍໃນບ້ານຂອງຕົນໄດ້ເຂົ້າຮ່ວມຂະບວນການໃຫ້ຟົດຟື້ນເພື່ອເຮັດໃຫ້ເສັ້ນທາງໃນຂອບເຂດບ້ານມີຄວາມສະອາດງາມຕາ, ລວມເຖິງການຊຸກຍູ້ໃຫ້ທຸກຄົວເຮືອນໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອນໍາພາກສ່ວນກ່ຽວຂ້ອງ​​ໃຫ້ທົ່ວເຖິງເພື່ອຫລຸດຜ່ອນບັນຫາການສວຍໂອກາດລັກຖິ້ມຂີ້ເຫຍື້ອແບບຊະຊາຍ, ທັງເປັນການປະກອບສ່ວນເຮັດໃຫ້ນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນບັນລຸຜົນເປັນຈິງເທື່ອລະກ້າວ.

No comments:

Post a Comment