Ad

Ad

28 January 2016

ຫລາຍໂຄງການຫັນຊັບເປັນທຶນປະສົບບັນຫາໜີ້ເວນຄືນທີ່ດິນ

ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເມື່ອບໍ່ດົນມານີ້ວ່າ: ປັດຈຸບັນການເວນຄືນທີ່ດິນຫລາຍໂຄງການຫັນຊັບສີນເປັນທຶນຢູ່ນະຄອນຫລວງວຽງຈັນຍັງບໍ່ທັນສໍາເລັດຍ້ອນຜູ້ລົງທຶນ ແລະ ລັດຖະບານບໍ່ມີທຶນພຽງພໍເພື່ອຈ່າຍຊົດເຊີຍເປັນຕົ້ນ: ໂຄງການກວມລວມໄຊເສດຖາຍັງຄ້າງໜີ້ 15 ລ້ານໂດລາສະຫະລັດ, ໂຄງການທາງ 450 ປີຍັງຄ້າງປະມານ 45 ລ້ານໂດລາສະຫະລັດ, ໂຄງການເສັ້ນທາງບ້ານດອນນົກຂຸ້ມຕັດເສັ້ນທາງ 450 ປີ ແລະ ໂຄງການອື່ນໆກໍຍັງຄ້າງການເວນຄືນໃນມູນຄ່າຫລວງຫລາຍເຊັ່ນກັນ, ຊຶ່ງນະໂຍບາຍຫັນຊັບສີນເປັນທຶນຢູ່ນະຄອນຫລວງວຽງຈັນໄດ້ເລີ່ມທົດລອງຈັດຕັ້ງປະຕິບັດມາແຕ່ປີ 2006 ແລະ ມີຫລາໂຄງການທີ່ໄດ້ຈັດຕັ້ງປະຕິບັດແລ້ວ
ໃນຮູບແບບໂຄງການກໍ່ສ້າງເສັ້ນທາງ, ການແລກປ່ຽນສໍານັກງານຂອງລັດ ແລະ ການຫັນຊັບສີນຂອງບັນດາກະຊວງ, ອົງການອ້ອມຂ້າງຂອງສູນກາງຈໍານວນໜຶ່ງເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາໃນເງື່ອນໄຂທີ່ງົບປະມານລັດມີຈໍາກັດ ແລະ ເຖິງວ່າການລົງທຶນໃນຮູບແບບດັ່ງກ່າວຈະບໍ່ແມ່ນຮູບການລົງທຶນທີ່ດີກວ່າການລົງທຶນຂອງລັດ, ແຕ່ມັນແມ່ນການດຶງດູດການລົງທຶນທີ່ເປັນກາລະໂອກາດໃນເງື່ອນໄຂທີ່ພາກລັດເຮົາຂາດເຂີນທຶນຮອນທີ່ຈະມາພັດທະ ນາ. ດັ່ງນັ້ນ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດຕົວຈິງຂອງຫລາຍໂຄງການເພື່ອຫລຸດຜ່ອນບັນຫາການເວນຄືນນັ້ນກໍຄືການຫັນຊັບສີນເປັນທຶນຖ້າລັດ​​ເປັນເຈົ້າຂອງໂຄງການເອງຈະເປັນການດີແລະ ຖ້ານໍາໃຊ້ເອກກະຊົນກໍຕ້ອງແມ່ນນັກທຸລະກິດທີ່ມີທຶນພຽງພໍແທ້.

No comments:

Post a Comment