Ad

Ad

28 January 2016

ແຂວງ​ຫົວພັນ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ຕ້ານ​ໄພ​ໜາວ​ເບືອ​ງຕົ້ນ

     ​ແຂວງຫົວພັນໄດ້ຮັບເຄື່ອງຊ່ວຍເຫລືອບັນເທົາທຸກເພື່ອຕ້ານໄພໜາວ ຈາກບັນດາຫ້າງຮ້ານ ແລະບໍລິສັດຈຳນວນໜຶ່ງ ລວມມູນຄ່າ 56 ລ້ານກີບ, ​ໃນນັ້ ທ່ານດຣ. ຄຳມະນີ ອິນທິລາດ ລັດຖະ ມົນຕີວ່າການກະຊວງພະລັງງານແລະ ບໍ່ແຮ່ມອບເງິນສ່ວນຕົວ ຈຳນວນ 10 ລ້ານກີບ, ຮ້ານອາປິງ ຕົວແທນຈຳໜ່າຍໂທລະສັບຫົວເວີຍ ມອບຜ້າຫົ່ມ 175 ຜືນ, ​ໂສ້ງ 400 ຜືນ ລວມມູນຄ່າ 27 ລ້ານກີບ, ທ່ານ ອາໂກ ນັກທຸລະກິດຈີນ ມອບຜ້າຫົ່ມ 300 ຜືນ ມູນຄ່າ 19 ລ້ານກວ່າກີບ, ​ໂດຍພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ມີຂຶ້ນໃນວັນທີ 26 ມັງກອນນີ້, ​ໂດຍແມ່ນທ່ານ ວັນໄຊແພງຊຸມມາເຈົ້າແຂວງໆຫົວພັນເປັນຜູ້ຮັບເພື່ອນຳໄປມອບໃຫ້ບັນດາເມືອງ, ບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ທີ່ປະສົບໄພໜາວດັ່ງກ່າວ, ພ້ອມດຽວກັນນັ້ນ ພະແນແຮງງານແລະ ສະຫວັດດີການສັງຄົມແຂວງຊຽງຂວາງແລະແຂວງອື່ນໃນຂອເຂດທົ່ວປະເທດ ກໍ​​ໄດ້ນຳເອົາເຄື່ອງນຸ່ງຫົ່ມເປັນຕົ້ນເສື້ອກັນໜາວ, ສົ້ງ, ຜ້າພັນຄໍໄປມອບໃຫ້ປະຊາຊົນທີ່
ປະສົບໄພໜາວເຊັ່ນດຽວກັນແລະ ຈະສືບຕໍ່ປຸກລະດົມໃຫ້ບັນດາບໍລິສັດ ທັງພາກລັດ, ​ເອກກະຊົນໃຫ້ມີສ່ວນຮ່ວມໃນການປະກອບສ່ວນຊ່ວຍເຫລືອປະຊາຊົນ ຜູ້ທີ່ປະສົບໄພໜາວໃຫ້ມີຊີວິດການເປັນຢູ່ອົບອຸ່ນດີຂຶ້ນ ຂະນະດຽວກັນພະແນກສາທາລະນະສຸກ ຢູ່ບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດໂດຍສະເພາະແມ່ນແຂວງພາກເໜືອຄື: ​ຊຽງຂວາງ, ຫົວພັນແລະ ຜົ້ງສາລີໄດ້ອອກແຈ້ງ​​ເຕືອນໃຫ້ບັນດາເມືອງເຝົ້າລະວັງເປັນພິເສດ ຕໍ່ພະຍາດທີ່ອາດຈະເກີດຂຶ້ນໃນຊ່ວງອາກາດໜາວໂດຍສະເພາະແມ່ນພະຍາດອັບເສບລະບົບຫາຍໃຈເຊັ່ນ: ​ໄຂ້ຫວັດ, ຄໍແດງ, ​ໄຂ້ຫວັດໃຫຍ່ແລະ ອັບເສບປອດໃນກຸ່ມເດັກນ້ອຍແລະ ຜູ້ສູງອາຍຸເຊິ່ງໄດ້ຈັດຕັ້ງໜ່ວຍງານລົງໂຄສະນາສຸຂະສຶກສາຢູ່ຕາມໂຮງໝໍ, ກຸ່ມບ້ານແລະ ສຸກສາລາໃຫ້ປະຊາຊົນເອົາໃຈໃສ່ປະຕິບັດຫລັກການ ອະນາໄມ 3 ສະອາດ ຢ່າງເຂັ້ມງວດແລະຕ້ອງເຮັດໃຫ້ຮ່າງກາຍອົບອຸ່ນ.
     ຕາມການລາຍງານຂອງທ່ານ ດຣ. ວິລະພອນ ພົມວົງສີ ຮອງຫົວໜ້າພະແນ ສາທາລະນະສຸກແຂວງຫົວພັນໃນວັນທີ 27 ມັງກອນນີ້ວ່າ: ສະເພາະແຂວງຫົວພັນ ຍັງບໍ່ມີການລະບາດຂອງພະຍາດ ທີ່ເກີດຈາກສະພາບອາກາດໜາວແຕ່ເພື່ອປ້ອງກັນການລະບາດ ກໍໄດ້ແຈ້ໃຫ້ບັນດາເມືອງເອົາໃຈໃສ່ເຝົ້າລະວັງແລະ ຕິດຕາມສະພາບຢ່າງໃກ້ຊິດ, ພ້ອມທັງມີການລາຍງານທຸກໆມື້ ຄຽງຄູ່ກັບການລົງໂຄສະນາສຸຂະສຶກສາໃຫ້ປະຊາຊົນກຸ່ມເປົ້າໝາຍໂດຍເນັ້ນໃສ່ເດັກນ້ອຍແລະ ຜູ້ສູງອາຍຸໃຫ້ເອົາໃຈໃສ່ຮັກສາສຸຂະພາບເປັນພິເສດ.

     ສຳລັບຢູ່ແຂວງຊຽງຂວາງ ທ່ານນາງ ກົງເດືອນ ສິງຫາລາດ ວິຊາການພະແນກສາທາລະນະສຸກແຂວງດັ່ງກ່າວໄດ້ລາຍງານວ່າ: ຍັງບໍ່ມີການລະບາດຂອງພະຍາດຮ້າຍແຮງ, ມີພຽງເດັກນ້ອຍຈຳນວນໜຶ່ງ ມີອາການຄໍແດງແລະ ພວມປິ່ນປົວຢູ່ໂຮງໝໍແຂວງ, ສ່ວນຢູ່ຜົ້ງສາລີ ກໍຍັງບໍ່ມີລາຍງານວ່າມີການລະບາດຂອງພະຍາດໃນຊ່ວງອາກາດໜາວນີ້, ​ແຕ່ກໍໄດ້ມີມາດຕະການຕິດຕາມເຝົ້າລະວັງຢ່າງເຂັ້ມງວດແລ້ວ.

No comments:

Post a Comment