Ad

Ad

28 January 2016

ລັດຖະມົນຕີ​ຕ່າງປະເທດອິນໂດເນເຊຍຢ້ຽມຢາມ ລາວຢ່າງເປັນທາງການ

ຕອບສະໜອງຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​​ລາວ, ທ່ານນາງ ເລັດໂນ ມາຊູດີ ລັດຖະມົນຕີ​ວ່າການກະຊວງການຕ່າງປະເທດ​ແຫ່ງສາທາລະນະລັດ ອິນໂດເນເຊຍ, ພ້ອມສາມີ ແລະ ຄະນະເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ27-28 ມັງກອນນີ້ເພື່ອເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ອິນໂດເນເຊຍ.
ການພົບປະຫາລືຮ່ວມກັນຢ່າງເປັນທາງການ, ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 27 ມັງກອນນີ້ທີ່ກະຊວງການຕ່າງປະເທດ, ທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ໝາກຜົນຂອງກາພົວພັນຮ່ວມມືກັນຖານປະເທດເພື່ອນມິດທີ່ມີມູນເຊື້ອອັນດີງາມ, ໂດຍສະເພາະແມ່ນການແລກປ່ຽນການ
ຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ, ບັນດາຂະແໜງການຕ່າງໆໃນທຸກລະດັບ ແລະການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ກົນ, ໂດຍທັງສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພາຍໃນປະເທດຂອງຕົນທີ່ພົ້ນເດັ່ນເປັນຕົ້ນ: ດ້ານການເມືອງ, ຄວາມໝັ້ນຄົງ, ການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວຕ່າງປະເທດໃນເວທີພາກພື້ນ ແລະ ສາກົນ,ພ້ອມດຽວກັນສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນກ່ຽວກັບການພົວພັນຮ່ວມມືລະຫວ່າງສອປະເທດໃຫ້ນັບມື້ນັບກວ້າງຂວາງ ແລະ ແຕກດອກອອກຜົນເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຖານປະເທດເພື່ອນມິດທີ່ດີຕໍ່ກັນ ​ແລະ ຍັງເປັນການເພີ່ມທະວີຄວາມສາມັກຄີແລະຄວາມເຂົ້າອົກເຂົ້າໃຈໃນການພົວພັນຮ່ວມມືເພື່ອການພັດທະນາໃນຄອບຄົວອາຊຽນອີກດ້ວຍ, ໂດຍສະເພາະໃນປີ 2016 ນີ້, ສປປ ລາວໄດ້ຮັບກຽດເປັນປະທານອາຊຽນ, ທັງສອງຝ່າຍຍິ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ໃຫ້ການຮ່ວມມືຊຶ່ງກັນແລະກັນເພື່ອໃຫ້ບັນລຸຕາມເປົ້າໝາຍຂອງສາມເສົາຄ້ຳຂອງປະຊາຄົມອາຊຽນເປັນຕົ້ນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ສິ່ງສຳຄັນແມ່ນການຮ່ວມມືໃນການຈັດຕັ້ງປະຕິບັດປະຊາຄົມເສດຖະກິດອາຊຽນໃຫ້ເກີດຜົນເປັນຮູບປະທຳເທື່ອລະກ້າວ.
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດທັງສອງໄດ້ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານຖານປະເທດເພື່ອນມິດທີ່ດີຕໍ່ກັນລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ອິນໂດເນເຊຍທີ່ນັບມື້ນັບແໜ້ນແຟ້ນ, ນອກນີ້ກໍຍັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນໃນດ້ານຕ່າງໆອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງທັງສອງປະເທດ, ພ້ອມນີ້ທັງສອງຝ່າຍຍັງໄດ້ຕົກລົງເຫັນດີຈະຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ອິນໂດເນເຊຍ(JC)ຄັ້ງທີ 5 ​ເຊິ່ງ .ອິນໂດເນເຊຍ ຈະເປັນເຈົ້າພາບໃນເວລາອັນໃກ້ນີ້.

ໃນໂອກາດການມາຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງອິນໂດເນເຊຍຈະໄດ້ເຂົ້າຢ້ຽມຄຳນັບທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນວັນທີ28 ມັງກອນນີ້.

No comments:

Post a Comment