Ad

Ad

29 January 2016

ການລະບາດ​ຂອງ​ພະຍາດ​ສັດ​ຢູ່​​ເມືອງ​ສັງ​ທອງ ​ແລະ ​ເມືອງ​ປາກ​ງື່ມສາມາ​ດຄວບ​ຄຸມ​ໄດ້​ແລ້ວ​ໃນ​ເບື້ອງຕົ້ນ

ທ່ານຫົວໜ້າຫ່ວຍງານສັດຕະວະແພດນະຄອນຫຼວງວຽງຈັນໄດ້​​ແຈ້ງຕໍ່ນັກຂ່າວພວກເຮົາ​​ໃນວັນທີ​ 28 ມັງກອນນີ້ວ່າ: ນັບແຕ່ເດືອນພະຈິກ 2015 ​ເປັນຕົ້ນມາໄດ້ເກີດມີສະພາບລະບາດຂອງພະຍາດປາກເປື່ອຍລົງເລັບສັດຢູ່ 11 ບ້ານຂອງເມືອງສັງທອງແລະ 10 ບ້ານຂອງເມື່ອງປາກງື່ມ, ມາຮອດປັດຈຸບັນງົວ, ຄວາຍ,​ ແບ້ແລະ ໝູ​​ຕິດເຊື້ອພະຍາດດັ່ງກ່າວແລ້ວຫຼາຍກວ່າ 3 ພັນໂຕ​,​ ໃນນັ້ນຢູ່ມືອງສັງທອງມີ 2 ພັນກວ່າໂຕ, ​ເມືອງປາກງື່ມ 1 ພັນກວ່າໂຕ, ຊຶ່ງຜ່ານການລົງກວດກາຂອງພາກສ່ວນກ່ຽວຂ້ອງຄາດວ່າການລະບາດຂອງພະຍາດສັດດັ່ງກ່າວອາດເກີດມາຈາກການເຄື່ອນຍ້າຍສັດຜະລິດຕະພັນສັດ ຫຼື ຜະລິດຕະພັນພືດທີ່ມີເຊື້ອພະຍາດຈາກຕ່າງປະເທດເຂົ້າມາເຂດທີ່ມີການລະບາດດັ່ງກ່າວ,​ ຍ້ອນວ່າສາຍພັນຂອງພະຍາດປາກເປື່ອຍລົງເລັບທີ່ສະບາໃນຄັ້ງນີ້ເປັນສາຍພັນ o ຊຶ່ງສ່ວນຫຼາຍຈະພົບເຫັນຢູ່ປະເທດອິນເດຍ, ​
ເຖິງຢ່າງໃດກໍຕາມນັບແຕ່ມີລາຍງານພົບການລະບາດມານີ້ທາງໜ໋ວຍງານສັດຕະວະແພດນະຄອນຫຼວງວຽງຈັນກໍໄດ້ລົງສົມທົບກັບເມືອງແລະ ສັດຕະວະແພດບ້ານເພື່ອຊ່ວຍເຫຼືອປິ່ນປົວສັດລ້ຽງທີ່ຕິດດເຊື້ອ​, ພ້ອມທັງສະໜອງຢາແລະແນະນຳວິທີີການປິ່ນປົວສັດໃຫ້ແກ່ປະຊາຊົນແລະ ກຳນົດເຂດທີ່ມີການລະບາດຂອງພະຍາດສັດຢູ່ສອງເມືອງດັ່ງກ່າວ​​ເພື່ອສາມາດຄວມຄຸມໄດ້ງ່າຍແລະ  ຫ້າມບໍ່ໃຫ້ມີການ​​ເຄື່ອນຍ້າຍສັດອອກໄປເຂດອື່ນຢ່າງເດັດຂາດແລະ ມາຮອດດຽວນີ້ພາກສ່ວນກ່ຽວຂ້ອງສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວໃຫ້ຢູ່ໃນຂອບເຂດໄດ້ແລ້ວ,​ ແຕ່​​ເຖິງຢ່າງໃດກໍຍັງຈະຕ້ອງໄດ້ເລ່ັງປິ່ນປ່ວຍສັດຕິດເຊື້ອ​​ໃຫ້ຫາຍດີ​​​ໂດຍໄວເພື່ອບໍ່​​ໃຫ້ພະຍາດດັ່ງກ່າວ​​ແຜ່ລະບາດໄປເປັນວົງກ້ວາງ.

ທ່ານຫົວໜ້າໜ່ວຍງານສັດຕະວະແພດນະຄອນຫຼວງວຽງຈັນກ່າວວ່າ: ນອກາຈາກ 2​ ​ເມືອງດັ່ງກ່າວແລ້ວໜ່ວຍງານກ່ຽວຂ້ອງຍັງເຝົ້າລະວັງພະຍາດດັ່ງກ່າວຢູ່ບັນດາເມືອງໃກ້ຄຽງເພື່ອສາມາດຕອບ​​ໂຕ້ໄດ້ທັນເວລາຖ້າຫາກມີການລະບາດ,​ ແຕ່ເຖິງຢ່າງ​​ໃດກໍຂໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ​ ​​ແລະ ປະຊາຊົນຢູ່ສອງເມືອງດັ່ງກ່າວ, ກໍຄືທຸກເມືອງໃນທົ່ວປະເທດຈົ່ງຊ່ວຍກັນ​​ເປັນຫູເປັນຕາ, ຖ້າພົບເຫັນການເຄື່ອຍຍ້າຍສັດ ຫຼືຜະລິດຕະພັນສັດຈາກຕ່າງປະເທດຫຼືພາຍໃນປະເທດທີ່ມີລັກຊະນະຜິດປົກກະຕິໃຫ້ແຈ້ງມາຍັງໜ່ວຍງານສັດຕະພາບແພດເມືອງຫຼື ບ້ານເພື່ອກວດສອບ, ​ເພື່ອປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດສັດເກີດຂຶ້ນດັ່ງກທີ່​​ເຄີຍເປັນມາ.

No comments:

Post a Comment