Ad

Ad

29 January 2016

ແຕ່ລະມື້ມີຂີ້ເຫຍື້ອຫລາຍສີບໂຕນບໍ່ຖືກຈັດເກັບຢູ່ນະຄອນຫລວງວຽງຈັນ

         
ປັດຈຸບັນຢູ່ນະຄອນຫລວງວຽງຈັນມີປະລິມານຂີ້ເຫຍື້ອປະມານ 300 ໂຕນຕໍ່ມື້, ໃນນັ້ນຄວາມສາມາດໃນການຈັດເກັບໄປສະໜາມກໍາຈັດຂີ້ເຫຍື້ອໄດ້ພຽງແຕ່ 250 ໂຕນ ແລະ ສ່ວນທີ່ເຫລືອຫລາຍສີບໂຕນແມ່ນຖືກປະປ່ອຍ, ສະນັ້ນ ຈຶ່ງເກີດມີສະພາບຂີ້ເຫຍື້ອຕົກຄ້າງຢູ່ຢ່າງຊະຊາຍໃນຕົວເມືອງ.
            ອົງການພັດທະນາ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປະລິມານຂີ້ເຫຍືອໃນນະຄອນຫລວງວຽງຈັນແມ່ນເພີ່ມຂຶ້ນນັບມື້ຕາມການຂະຫຍາຍຕົວຂອງສັງຄົມ ແລະ ຄວາມໜາແໜ້ນຂອງປະຊາກອນທີ່ເພີ່ມຂຶ້ນ, ປັດຈຸບັນໂດຍສະເລ່ຍແລ້ວແຕ່ລະມື້ຈະມີ
ຂີ້ເຫຍື້ອເກີດຂຶ້ນຫລາຍກວ່າ 300 ໂຕນ, ແຕ່ຄວາມອາດສາມາດຕົວຈິງໃນການຈັດເກັບໄປສະໜາມກໍາຈັດຂີ້ເຫຍື້ອໄດ້ພຽງປະມານ 250 ໂຕນເທົ່ານັ້ນ, ໝາຍວ່າຍັງມີປະລິມານຂີ້ເຫຍື້ອຫລາຍກວ່າ 50 ໂຕນຖືກປະປ່ອຍຢັງຢາຍໃນຕົວເມືອງໂດຍບໍ່ໄດ້ຮັບການຈັດເກັບໄປທໍາລາຍຢ່າງຖືກວິທີ.
           ອົງການດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນມີ 9 ບໍລິສັດເຮັດໜ້າທີ່ບໍລິການຈັດເກັບຂີ້ເຫຍື້ອສະ
ເພາະ 4 ເມືອງໃນນະຄອນຫລວງວຽງຈັນ, ມີລົດຂົນຂີ້ເຫຍື້ອປະມານ 70 ຄັນ ແລະ ມີປະມານ 40 ພັນຄົວເຮືອນໄດ້ເຮັດສັນຍາເກັບຂີ້ເຫຍື້ອ ແລະ ຍັງອີກປະມານ 60 ພັນຄອບຄົວເປົ້າໝາຍແມ່ນບໍ່ທັນໄດ້ເຮັດສັນຍາຈັດເກັບຂີ້ເຫຍື້ອເທື່ອ. ສະນັ້ນ ຈຶ່ງເປັນສາເຫດໜຶ່ງພາໃຫ້ຫລາຍຈຸດໃນຕົວເມືອງພົບເຫັນຂີ້ເຫຍື້ອຖືກຖິ້ມແບບຊະຊາຍເຊັ່ນ: ຕາມແຄມທາງ, ຮ່ອງລະບາຍນໍ້າຕ່າງໆອັນໄດ້ສ້າງມົນລະພິດບໍ່ດີຫລາຍດ້ານຕໍ່ສະພາບແວດລ້ອມ ແລະ ສັງຄົມ, ສະນັ້ນ ໃນຕໍ່ໜ້ານີ້ເພື່ອເຮັດໃຫ້ໜ້າຄອນຫລວງ

ວຽງຈັນມີໃບໜ້າສວຍງາມຕາມທິດພັດທະນາສີຂຽວ ແລະ ຍືນຍົງ, ທຸກພາກສ່ວນສັງຄົມຕ້ອງໄດ້ພ້ອມກັນເປັນເຈົ້າການຈັດເກັບຂີ້ເຫຍື້ອເພື່ອຫລຸດຜ່ອນຄວາມເປິະເປື້ອນດັ່ງກ່າວ ແລະບັນຫາສໍາຄັນທຸກຄົວເຮືອນຕ້ອງເຮັດສັນຍາຈັດເກັບຂີ້ເຫຍື້ອໃຫ້ຖືກຕ້ອງຕາມລະບຽບການ.

No comments:

Post a Comment