Ad

Ad

29 January 2016

ຄ້າ​ຍ​ເພງ ທີ​ເຄ ຊາວ​ລາວ ​ເປີດ​​ຜົນງານ​​ເພງ​ໃໝ່​

 ​        
ໃນວັນທີ 28 ມັງກອນນີ້ ຢູ່ທີ່ຮ້ານອາຫານນັດພົບ2, ບ້ານປາກທ້າງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄ້າຍເພງ ທີເຄ ຊາວລາວໄດ້ຈັດງານພົບປະສິນລະປິນຈາກຄ້າຍເພງຂອງຕົນແລະໄດ້ນຳສະເໜີຜົນງານເພັງໃໝ່ໆຫລ້າສຸດທີ່ຈະອອກມາໃນປີນີ້ລວມມີ 11 ກວ່າບົດດ້ວຍກັນເພື່ອນຳສະເໜີໃຫ້ຮູ້ຈັກ​​ກ່ອນ, ຈະໄດ້ຮັບຟັງແລະ ຮັບຊົມແບບເຕັມໆໃນແຕ່ລະເດືອນ, ​ເພາະທາງຄ້າຍ ທີເຄ ຊາວລາວ ຈະປ່ອຍອອກມາປະມານ 2 ບົດເພງຕໍ່ເດືອນ, ຊຶ່ງ​​ລວມມີນັກສິລະປິນທັງໝົດ 11 ກ່ວາທ່ານ, ​ໃນນັ້ນມີນັກຮ້ອງນ້ອງໃໝ່ອີກຈຳນວນໜຶ່ງ, ທີ່ໄດ້ນຳເອົາບົດເພງໃໝ່ໆຂອງຕົນມານຳສະເໜີເຊັ່ນ: ສາວ ມິນິແອເຈີ, ມາໃນບົດເພງທີ່ມີຊື່ວ່າ: ( ຂ້ອຍບໍ່ແມ່ນນາງຟ້າ ), ໜຸ່ມວິນ ນະຄອນຊຳ, ມາໃນບົດເພງທຳອິດຂອງຕົນທີ່ມີຊື່ວ່າ: ( ຫົວໃຈຂີ້ດື້ ), ໜຸ່ມ ສອນ​​ໄຊໄຊຮຸ່ງເຮືອງ, ກໍຈະແນະນຳຜົນງານເພງຂອງຕົນຊື່ວ່າ: ( ສາວຕາຕູບ ), ສາວໂອ່ນິ໋ນ່າ, ຊຶ່ງຈະມາກັບບົດ​​ເພງທີ່ມີຊື່ວ່າ: ( ຜູ້ສາວເກົ່າ ), ໜຸ່ມຕົ້ນຄູນ ສຸນາເຄນ, ມາໃນບົດເພງ: ( ສາວນາຊອນ ), ສາວ ສຸດທິດາ ປານ້ອຍ, ມາພ້ອມບົດເພງ: ( ຫຼາຍໃຈຮັບບໍ່ໄດ້ອີຫລີ ), ໜຸ່ມ​ ​ເຕຊິນ ວົງທອງຄຳ, ມາແນະນຳບົດເພງຂອງຕົນເອງຊື່ວ່າ: ( ​ເຝົາໜ້າຈໍລໍຂໍ້ຄວາມ ), ສາວ ລິນທອງ ຄຳພູມີ, ກໍ່ຈະ​​ແນະບົດເພງທີ່ມີຊື່ວ່າ: ( ປາຕິໂທ້ແລະເພງ ທຳມະຊາດເຊໂດນ ) ​ແລະ ໜຸ່ມ ຄົມ ຄົງຊະນະ, ຈະນຳສະເໜີບົດເພງທີ່ມີຊື່ວ່າ: ( ​ເປັນຂ້ອຍຫຼາຍໃຈຮັບໄດ້ບໍ່​ ), ສ່ວນ ບຸນເກີດ ໜູຫ່ວງ​ ​ແມ່ນມາຮ່ວມກັບນັກຮ້ອງໜ້າໃໝ່​, ສາວຕ່າ ສີວິໄລ, ມາໃນບົດເພງຄູ່ທີ່ມີຊື່ວ່າ: ( ຕ່າງໄວໃຈຕົງກັນ ). ນອກຈາກນີ້, ​ເຈົ້າຂອງຄ້າຍເພງ​​ໃຫ້ຮູ້ອີກວ່າ: ​​ເພື່ອເປັນການແນະນຳຜົນງານໃໝ່ໆທີ່ຈະເກີດຂຶ້ນໃນວົງການເພງບ້ານນາໃຫ້​​ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ກັບບັນດາສິລະປິນລາວແລະເປັນການຊຸກຍູ້ຜົນງານຂອງເຂົາ​​ເຈົ້າ, ທັງເປັນການ​​ເປີດໂອກາດໃຫ້ແກ່ນັກສິລະປິນ​, ໄດ້​​ໃຊ້ຄວາມໄຝ່ຝັນຂອງຕົນອອກສູ່ສັງຄົມ​​ໄດ້ຮັບຮູ້ໃນນັ້ນມີຈຳນວນນັກສິລະປິນ 9 ທ່ານໄດ້ຮັບໃບຍ້ອງຍໍຈາກກະຊວງຖະແຫຼງຂ່າວວັດທະ ນະທຳແລະ ທ່ອງທ່ຽວນຳດ້ວຍ.

No comments:

Post a Comment