Ad

Ad

21 September 2015

ບົດສຳພາດ ທ່ານ ທອງສະຫວັດ ໄຂຄໍາພິທູນ ( ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 70 ປີ )

1. ການທູດມີການເຕີບໃຫຍ່ຂະຫຍາຍຕົວແນວໃດ ໃນພາລະກິດແຫ່ງການປະຕິວັດຊາດ? ການ ເຄື່ອນໄຫວທາງການທູດໄດ້ມີບົດບາດສຳຄັນແນວໃດ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ?
ຕອບ:
            ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ດີໃຈ ທີ່ບັນດາສື່ມວນຊົນເຮົາໄດ້ໃຫ້ຄວາມສົນໃຈ ຕໍ່ທັດສະນາ ແລະ ການເຄື່ອນໄຫວຂອງຂ້າພະເຈົ້າໃນຂົງເຂດວຽກງານການທູດໃນໄລຍະຜ່ານມາ. ຂ້າພະເຈົ້າຖືວ່າ: ແຕ່ໃດມາ ໂດຍສະ ເພາະພາຍຫລັງທີ່ມີ, ພັກປະຊາຊົນປະຕິວັດລາວນໍາພາ, ວຽກງານການຕ່າງປະເທດ ໄດ້ມີບົດບາດສໍາຄັນໃຫຍ່ຫລວງໃນພາລະກິດປະຕິວັດຂອງຊາດເຮົາ. ໃນໄລຍະຕົ້ນດ້ວຍການຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ, ພິລະອາດຫານຂອງປະຊາ ຊົນລາວບັນດາເຜົ່າຕ້ານພວກລ່າເມື່ອງຂຶ້ນ ແລະ ຍາດເອົາກາລະໂອກາດເອື້ອອໍານວຍຂອງໄຊຊະນະຜາບແພ້ຟາດຊິດເຢຍລະ ແລະ ຍິປຸ່ນ ປະເທດເຮົາໄດ້ປະກາດໃຫ້ໂລກຮູ້ ກ່ຽວກັບຄວາມເປັນເອກະລາດຂອງຕົນ ໃນວັນທີ 12 ຕຸລາ 1945. ຕໍ່ມາວຽກງານການຕ່າງປະເທດຂອງພວກເຮົາໄດ້ກໍ່ຕົວຂຶ້ນ, ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງໄປພ້ອມໆກັບ
ພາລະກິດປະຕິວັດຂອງພັກ. ໃນພາລະກິດແຫ່ງການປະຕິວັດຊາດ ປະຊາທິປະໄຕ ເຊິ່ງແມ່ນພາລະກິດທີ່ຖືກຕ້ອງ ແລະ ເປັນທໍາພັກ-ລັດເຮົາໄດ້ປະຕິບັດຕາມແນວທາງການຕ່າງປະເທດທີ່ຖືກຕ້ອງສອດຄ່ອງ ແລະ ສະຫລາດສ່ອງໃສສາມາດເຕົ້າໂຮມໄດ້ກໍາລັງແຮງຢູ່ພາຍໃນ ແລະ ຍາດແຍ່ງໄດ້ຄວາມເປັນໃຈ, ການສະໜັບສະໜູນອູ້ມຊູ ແລະ ຊ່ວຍເຫລືອຂອງບັນດາປະເທດເພື່ອນມິດ ແລະ ປະຊາຊາດໃນໂລກ, ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດ ແລະ ໄຊຊະນະອັນໃຫຍ່ຫລວງ ຂອງການປະຕິວັດຊາດ ປະຊາທິປະໄຕໃນແຕ່ລະໄລຍະເຊັ່ນ: ການເຊັນສັນຍາຍອມຮັບຮູ້ເອກະລາດຂອງສາມຊາດໃນອິນດູຈີນ ປີ1954; ການລວມລາວຄັ້ງທີ2 ປີ1962; ການປະສົມ ແລະ ສ້າງຄວາມຖືກຕ້ອງປອງດອງຊາດ ໃນຊຸມປີ 1973-1975 ແລະ ການຍຶດອໍານາດຢ່າງສົມບູນ ຈົນກ້າວໄປເຖິງການສະຖາປະນາ ສປປລາວ ຂອງພວກເຮົາໃນ ວັນທີ 2 ທັນວາ ປີ1975 ຢ່າງສະຫງ່າຜ່າເຜີຍ.
            ໃນໄລຍະໃໝ່ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ການຕໍ່ສູ້ການເມືອງ ກໍຄືການເຄື່ອນໄຫວດ້ານການທູດບົນພື້ນຖານຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ດຳເນີນການເຄື່ອນໄຫວຕາມນະໂຍບາຍເພີ່ມມິດ-ຫລຸດຜ່ອນສັດຕູນັ້ນ, ໄດ້ປະກອບສ່ວນສຳຄັນເຂົ້າທັບມ້າງກົນອຸບາຍມ້າງເພທໍາລາຍ, ການປິດລ້ອມ-ໂດດດ່ຽວ ຂອງອິດທິກໍາລັງປໍລະປັກ, ຍົກສູງອິດທິພົນບົດບາດຂອງ ສປປລາວໃນພາກພື້ນ ແລະ ສາກົນ, ສ້າງໃຫ້ເກີດບາດກ້າວກະໂດດເພື່ອຂະຫຍາຍການພົວພັນການທູດກັບບັນດາປະເທດເພື່ອນມິດ, ບັນດາພັກການເມືອງທີ່ກ້າວຫນ້າ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການປະຕິບັດສອງຫນ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ໃນການປະຕິບັດປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການ,ພັກເຮົາໄດ້ເປັນເຈົ້າການປະຕິບັດການຫັນສູ່ການພົວພັນສາກົນ ດ້ວຍຫຼາຍຮູບຫຼາຍແບບ ແລະ ຫຼາຍທິດ, ສ້າງທ່າແຮງບົ່ມຊ້ອນພາຍໃນປະເທດ ແລະ ສາກົນ, ສ້າງສະພາບແວດລ້ອມສາກົນທີ່ເອື້ອອໍານວຍ, ມີສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາພັດທະນາປະເທດຊາດ ແລະ ເປັນເຈົ້າການໃນການເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ.
            ຍ້ອນແນວທາງການຕ່າງປະເທດຂອງພັກ-ລັດ ເຮົາມີຄວາມຖືກຕ້ອງ, ສອດຄ່ອງກັບຄວາມເປັນຈິງຂອງສະພາບພາຍໃນ ແລະ ພາຍນອກ, ເຮັດໃຫ້ເພື່ອນມິດສາກົນທັງຢູ່ໃກ້ ແລະ ຢູ່ໄກ ໄດ້ໃຫ້ຄວາມເຊື່ອໝັ້ນ, ການສະໜັບສະໜູນພາລະກິດຂອງປະຊາຊົນລາວມາໂດຍຕະຫຼອດ. ບົດບາດ, ອິດທິພົນ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງເນື່ອງນິດລຽນຕິດ ແລະ ສປປ ລາວ ກໍໄດ້ຮັບການຮ່ວມມືຊ່ວຍເຫລືອໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຫລວງຫລາຍ ແລະ ຢ່າງຕໍ່ເນື່ອງ.ໃນຜ່ານມາປະເທດເຮົາຈຶ່ງໄດ້ຖືກຮັບເຂົ້າເປັນສະມາຊິກອາຊຽນ ໃນປີ1997 ແລະ ເປັນສະມາຊິກອົງການການຄ້າໂລກ ປີ2012 ແລະ ເຂົ້າຮ່ວມຢູ່ໃນຫລາຍສົນທິສັນຍາສາກົນ.
            ກ້າວເຂົ້າສູ່ສະຕະວັດທີ 21 ນີ້, ຂ້າພະເຈົ້າເຫັນວ່າສະພາບການສາກົນຍັງສືບຕໍ່ຜັນແປໄປຢ່າງໄວວາສັບສົນ ແລະ ຄາດຄະເນໄດ້ຍາກ ເຊິ່ງມີທັງເງື່ອນໄຂອໍານວຍ ແລະສິ່ງທ້າທາຍທົດສອບໃຫຍ່ຫລວງສໍາລັບປະເທດເຮົາ. ທ່າອ່ຽງລວມກໍຍັງແມ່ນສັນຕິພາບ ແລະການຮ່ວມມື; ການແກ່ງແຍ່ງແຂ່ງຂັນ ແລະການພັດທະນາ; ແລະ ໂລກຍັງຈະສືບຕໍ່ເປັນໂລກຫລາຍຂົ້ວ. ເພາະສະນັ້ນການເຄື່ອນໄຫວການທູດກໍຄືການພົວພັນຮ່ວມມືກັບຂົງເຂດ ແລະ ສາກົນ ກໍຍິ່ງນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີການປັບປຸງຢ່າງເປັນປະຈໍາທັນການທາງດ້ານເນື້ອໃນ, ຮູບແບບ ແລະ ວິທີການໃຫ້ສອດຄ່ອງ ແລະມີປະສິດທິຜົນສູງຂຶ້ນເລື້ອຍໆ.
ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າວຽກງານການຕ່າງປະເທດເປັນຍຸດທະສາດທີ່ສໍາຄັນອັນໜຶ່ງຂອງພັກ-ລັດເຮົາ ໃນການເຕົ້າໂຮມກໍາລັງ ເພື່ອປົກປັກຮັກສາ ແລະ ສ້າງລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍສັງຄົມນິຍົມ.
2. ຂໍໃຫ້ທ່ານເລົ່າບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກງານຂອງທ່ານໃນຜ່ານມາວ່າມີຄືແນວໃດແດ່?
ຕອບ:
            ໃນປີ 1983, ຂ້າພະເຈົ້າໄດ້ເລີ່ມມາເຮັດວຽກຢູ່ກະຊວງການຕ່າງປະເທດ ແລະ ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາສະຫະພາບໂຊວຽດໃນໄລຍະປີ 1984-1986; ໃນປີ 1987ຂ້າພະເຈົ້າກໍໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງໃນໄລຍະນັ້ນວຽກງານການຕ່າງປະເທດ ກໍຄືວຽກງາງການທູດ ແມ່ນການປະຕິບັດສອງຫນ້າທີ່ຍຸດທະສາດໃຫຍ່ຄື ປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມຂອງຊາດ.
ໃນໄລຍະທີ່ຂ້າພະເຈົ້າ ດໍາລົງຕໍາແໜ່ງນັ້ນ, ອິດທິກໍາລັງປໍລະປັກຕໍ່ລະບອບໃໝ່  ໄດ້ອອກແຮງໂຄສະນາບິດເບືອນແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ, ດໍາເນີນການໃສ່ຮ້າຍປ້າຍສີລະບອບ ໃໝ່, ປິດລ້ອມ ເພື່ອໂດດດ່ຽວປະເທດເຮົາໃນທຸກດ້ານ.ເມື່ອເປັນແນວນີ້, ຂ້າພະເຈົ້າກໍເປັນຜູ້ໜຶ່ງທີ່ໄດ້ອອກແຮງຂົນຂວາຍຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດທີ່ຮັກບ້ານເກີດເມືອງນອນ, ສ້າງເປັນກ້ອນກຳລັງສາມັກຄີ, ສຶກສາອົບຮົມໃຫ້ເຂົ້າໃຈ ແລະ ເຫັນແຈ້ງຄວາມຖືກຕ້ອງຂອງແນວທາງນະໂຍບາຍຂອງພັກ-ລັດ, ຕ້ານຄືນການໂຄສະນາບິດເບືອນດັ່ງກ່າວ. ພ້ອມກັນນັ້ນ,ກໍໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ບັນດານັກການທູດແລະພະນັກງານຂອງສະຖານທູດລາວທີ່ປະຈໍາຢູ່ປະເທດຕ່າງໆໃຫ້ມີທັດສະນະຫລັກຫມັ້ນທີ່ຈະແຈ້ງ, ມີຄວາມຫນັກແຫນ້ນທາງດ້ານການເມືອງ, ບໍ່ຫວັ່ນໄຫວຕໍ່ການໂຄສະນາຊວນເຊື່ອ, ຕັ້ງໜ້າປະຕິບັດຫນ້າທີ່ດ້ວຍຜົນສຳເລັດອັນຈົບງາມ.ຂ້າພະເຈົ້າຕີລາຄາວ່າ:ການເຄື່ອນໄຫວຕໍ່ສູ້ທາງດ້ານການເມືອງຂອງວຽກງານການຕ່າງປະເທດແມ່ນວຽກງານໃຫຍ່, ສໍາຄັນ, ແມ່ນການຕໍ່ສູ້ທີ່ມີຄວາມຫຍຸ້ງຍາກ,ສັບສົນ, ດຸເດືອດຂ້ຽວຂາດ ແລະລະອິດລະອ້ຽວພໍສົມຄວນ.  
ຕະຫຼອດໄລຍະການເຄື່ອນໄຫວໃນຂົງເຂດວຽກງານການທູດຂອງຕົນນັ້ນ, ຂ້າພະເຈົ້າສາມາດສະຫຼຸບໄດ້ບາງບັນຫາທີ່ຖືວ່າສໍາຄັນດັ່ງນີ້:
ຕ້ອງກໍາແໜ້ນແນວທາງການຕ່າງປະເທດຂອງພັກ-ລັດເຮົາ ທີ່ຢຶດໝັ້ນສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ.
ກໍາແໜ້ນຍຸດທະສາດທີ່ຈະແຈ້ງໜັກແໜ້ນ, ສະເໝີຕົ້ນສະເໝີປາຍ ແລະ ຍຸດໂທບາຍທີ່ນີ້ມນວນຄ່ອງແຄ້ວ ໄຫວພິບໃນແນວທາງການຕ່າງປະເທດຂອງພັກ-ລັດເຮົາ ໃນແຕ່ລະໄລຍະ ແລະ ແຕ່ລະສະຖານະການ. ສົມທົບແໜ້ນລະຫວ່າງແນວທາງ ແລະ ການເຄື່ອນໄຫວຕ່າງປະເທດ ກັບການເຄື່ອນໄຫວດ້ານອື່ນໆຂອງພັກ-ລັດ(ເສດຖະກິດ, ວັດທະນະທໍາ, ສັງຄົມ, ປກສ-ປກຊ...) ສາມາດເຮັດໃຫ້ການເຄື່ອນໄຫວການທູດ ຫລື ການຕ່າງປະເທດເວົ້າລວມ ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ວຽກງານການຕ່າງປະເທດ ເປັນການເຄື່ອນໄຫວທີ່ກວ້າງຂວາງ ແລະ ຕິດພັນກັບຫລາຍຂົງເຂດວຽກງານ. ເພາະສະນັ້ນຕ້ອງມີກົນໄກການປະສານງານພາຍໃນ, ພາຍນອກເປັນຢ່າງດີ, ນໍາໃຊ້ຫລາຍຮູບການ, ວິທີການທີ່ສອດ ຄ່ອງ ແລະ ອຸດົມສົມບູນ, ເວລາໃດກໍຕ້ອງຢູ່ໃນທ່າເປັນເຈົ້າການຢູ່ສະເໝີ.

ວຽກງານການຕ່າງປະເທດ, ເວລາໃດກໍຢູ່ໃຕ້ການຊີ້ນໍານໍາພາ, ເປັນເອກະພາບຂອງພັກ. ສະນັ້ນ ກ່ອນອື່ນຄະນະພັກຄະນະນໍາ ຕ້ອງເອົາໃຈໃສ່ເຮັດວຽກງານການເມືອງແນວຄິດຢ່າງເລິກເຊິ່ງ, ເປັນປະຈໍາ ແລະ ທົ່ວເຖິງ; ຕັ້ງໜ້າກໍ່ສ້າງຖັນແຖວພະນັກງານ ໃຫ້ມີຄວາມໜັກແໜ້ນດ້ານການເມືອງ, ເກັ່ງດ້ານວິຊາສະເພາະ, ຊໍານານດ້ານການ ເຄື່ອນໄຫວວຽກງານ ແລະ ເປັນເຈົ້າການຄົ້ນຄວ້າສະເໜີຄໍາເຫັນໃຫ້ແກ່ການປັບປຸງ ການຊີ້ນໍານໍາພາຂອງພັກ-ລັດ ກໍຄືການແກ້ໄຂສະຖານະການຕ່າງທີ່ຈະເກີດຂຶ້ນ.

No comments:

Post a Comment